ຜູ້ແທນແຂວງຜົ້ງສາລີ ສເນີແນະ ແກ້ບັນຫາທີ່ິດິນ

ສະມາຊິກ ສະພາ ສເນີໃຫ້ ມີການແກ້ໄຂ ບັນຫາທີ່ດິນ ໂດຍອິງໃສ່ ແຜນປະຕິຮູບ ທີ່ດິນ ຮອດປີ 2020 ເນື່ອງຈາກວ່າ ເປັນບັນຫາ ທີ່ຫຍູ້ງຍາກ ໃນການແກ້ໄຂ.
ມະນີຈັນ
2010.06.21

ສະມາຊິກ ສະພາແຫ່ງຊາດ ສະເນີໃຫ້ມີການ ແກ້ໄຂບັນຫາ ທີ່ເກີດຂຶ້ນ ຈາກການໃຫ້ ສັມປະທານ ທີ່ດິນ ແກ່ນັກລົງທຶນ ໂດຍອິງໃສ່ແຜນ ປະຕິຮູບ ທີ່ດິນຮອດປີ 2020 ເນື່ອງຈາກວ່າທີ່ ຜ່ານມາ ຈົນຮອດ ປັຈຈຸບັນນີ້ ບັນຫາທີ່ດິນ ເປັນບັນຫາທີ່ ມີຄວາມຫຍູ້ງຍາກ ຈຶ່ງເຮັດໃຫ້ເກີດ ບັນຫາຂັດແຍ້ງ ຣະຫວ່າງ ປະຊາຊົນ ແລະ ນັກລົງທຶນ ຊຶ່ງທາງຣັຖບານ ກໍບໍ່ສາມາດ ແກ້ໄຂໃຫ້ໝົດ ໄປໄດ້. ທ່ານ ອູ່ສວັນ ທ່ຽງເທພວົງສາ ສະມາຊິກ ສະພາແຫ່ງຊາດ ແຂວງຜົ້ງສາລີ ກ່າວຕໍ່ ກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 9 ຊຸດທີ 6 ວ່າ:

"ບັນຫາກ່ຽວກັບ ຄະດີທີ່ດິນ ຫລືວ່າ ບັນຫາທີ່ດິນ ເວົ້າລວມເປັນບັນຫາ ທີ່ວ່າໃຫຍ່ຫລາຍ ຢູ່ໃນສັງຄົມ ແກ້ໄຂຍາກ ທີ່ສຸດ ເພາະວ່າບັນຫາ ທີ່ພັກຣັຖບານ ຕ້ອງການ ພື້ນທີ່ ສໍາລັບການພັທນາ ເສຖກິດສັງຄົມ ໃຫ້ສັມປະທານ ແຕະຕ້ອງເຖິງດິນ ຂອງບຸກຄົນ ຂອງປະຊາຊົນເຂດ ທໍາການ ຜລິດຫຍັງ ຕ່າງໆ".

ທ່ານ ອູ່ສວັນ ກ່າວຕື່ມວ່າ ໂຄງການພັທນາ ໃນລາວ ມັກມີບັນຫາ ຕາມມາ ແບບບໍ່ຈົບສີ້ນ ໃນເລື່ອງທີ່ດິນ ໃຫ້ສັມປະທານ ໄປຮວບກັບພື້ນທີ່ ທໍາມາຫາກິນ ຂອງ ປະຊາຊົນ ເນື່ອງຈາກການໃຫ້ ສັມປະທານ ຂອງທາງຣັຖບານ ບໍ່ມີຄວາມລະອຽດ ແລະເຂັ້ມງວດ ໃນການກວດກາ. 

ຢ່າງໃດກໍຕາມ ທ່ານ ອູ່ສວັນ ກ່າວເຖິງການ ແກ້ໄຂບັນຫາ ນັ້ນວ່າ ຄວນຈະອິງໃສ່ ແຜນແລະ ນະໂຍບາຍ ການປະຕິຮູບ ທີ່ດິນ ຮອດປີ 2020 ເພື່ອຈັດ ຣະບຽບການ ໃຫ້ສັມປະທານ ທີ່ດິນ ແລະບໍ່ໃຫ້ມີ ຊ່ອງຫວ່າງ ໃນການໃຊ້ ທີ່ດິນ ຢ່າງບໍ່ຖືກຕ້ອງ:

"ສະນັ້ນ ຂ້າພະເຈົ້າ ຢາກອີງໃສ່ວ່າ ແຜນພັທນາ ເສຖກິດ ສັງຄົມ ຫລືແຜນ ປະຕິຮູບ ທີ່ດິນຮອດປີ 2020 ຖ້າວ່າເຮົາອິງໃສ່ ແຜນນະໂຍບາຍ ທີ່ນີ້ພວກເຮົາ ຈໍາເປັນ ຕ້ອງມີການ ປະຕິຮູບທີ່ດິນ ໃນຣະດັບຊາດ".

ຄວາມບໍ່ມີ ຣະບຽບ ທີ່ເກີດຈາກການ ໃຫ້ສັມປະທານ ທີ່ດິນ ເປັນບັນຫາທີ່ໜັກ ເຮັດໃຫ້ ປະຊາຊົນ ເກີດຄວາມສັບສົນ ຫຍູ້ງຍາກ ຊຶ່ງຕ້ອງໄດ້ຮັບການ ແກ້ໄຂ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.