ສເນີ ປັບປຸງ ຄ່າທໍານຽມ ແລະ ບໍຣິການ
2008.07.17
ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດລາວ ຊຸດທີ 6 ທີ່ກຳລັງ ດຳເນີນ ຢູ່ນີ້ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ໄດ້ສເນີໃຫ້ ຣັຖບານ ປັບປຸງ ຄ່າທຳນຽມ, ຄ່າບໍລິການ ແລະ ຈັດຕັ້ງ ປະຕິບັດ ກົດໝາຍ 2 ສະບັບ ໃຫ້ທັນ ໃນ ປີ 2008 ແລະ ປີ 2009 ທີ່ຈະມາເຖິງນີ້.
ປັບປຸງ ຄ່າທະນຽມ ແລະ ຄ່າບໍລິການ ໃຫ້ທັນພາຍໃນ ວັນທີ 1 ຕຸລາ 2008 ນີ້, ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ອາກອນ ມູນຄ່າເພີ້ມ ແລະ ກົດໝາຍ ວ່າດ້ວຍ ການບັນຊີ ໃຫ້ທັນ ໃນວັນທີ 1 ເດືອນ 1 2009.
ທ່ານ ໄດ້ ກ່າວເຖິງບັນຫາໝີ້ສິນອີກວ່າ ໃຫ້ໝ່ວຍງານ ທີ່ກ່ຽວຂ້ອງແກ້ໄຂບັນຫາ ໝີ້ສິນຕ່າງໆ, ພະຍາຍາມ ລຸດຜ່ອນ ແລະ ລົບລ້າງໜີ້ສິນເກົ່າ ທີ່ມີຢູ່ ໃຫ້ໝົດໄປ, ຊຳລະ ໜີ້ສິນ ທີ່ມີຢູ່ ໃຫ້ທັນ ຕາມກຳນົດ.
ແລະ ກໍໄດ້ເວົ້າເຖິງ ການປະຕິບັດ ລະບຽບການ ແລະ ກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ວ່າ:
“ປະຕິບັດ ລະບຽບ ການບັນຊີ ແຫ່ງລັດ ຢ່າງເຂັ້ມງວດ ປະຕິບັດ ມາດຕາການ ລົງໂທດ ຕາມກົດໝາຍ ຕໍ່ຜູ້ ທີ່ມີພຶດຕິກຳ ບໍ່ຊື່ສັດ ລະເມີດ ລະບຽບການ ຈັດຊື້ ຫລື ລະບຽບ ການເງິນ ຕ່າງໆ.”
ພ້ອມກັນນັ້ນ ທ່ານ ຍັງໄດ້ກ່າວ ຊົມເຊີຍ ພະນັກງານ ອົງການກວດສອບ ແຫ່ງລັດ ໃນການເຄື່ອນໄຫວ ວຽກງານ ຂອງຕົນ ຕາມລະບຽບກົດໝາຍ ໃນການກວດສອບ ງົປມານ ປີ 2006–2007 ຜ່ານມາ.
ສະພາ ແຫ່ງຊາດ ວ່າ ໃນການກວດສອບ ງົປມານ ແຫ່ງລັດ ເຖິງວ່າ ການກວດສອບ ຈະໄດ້ພົບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດ ຫລາຍປະການ ກໍດີ ແຕ່ອົງການ ກວດສອບ ກໍໄດ້ປະຕິບັດງານ ຕາມຈັນຍາບັນ ແລະ ວິຊາການ ຂອງຕົນ ເປັນຢ່າງດີ.