ອາດີດ ນັກປະຕິວັດ ແລະ ພະນັກງານຣັຖ ຂອງລາວ

ອາດີດນັກປະຕິວັດ ແລະພະນັກງານຣັຖ ຂອງລາວຊື່ງເຄີຽມີ ບົດບາດໃນການຕໍ່ສູ້ ກັບລະບອບເກົ່າ
ສົມເນ
2009.02.12

ອາດີດນັກປະຕິວັດ ແລະພະນັກງານຣັຖຂອງລາວ ຊື່ງເຄີຽມີບົດບາດ ໃນການຕໍ່ສູ້ກັບ ລະບອບເກົ່າລະບອບ ພະຣາຊະອານາຈັກລາວ  ກ່າວກັບວິທະຍຸເອເຊັຽ ເສຣີວ່າ ຕັ້ງແຕ່ 6 ເດືອນທ້າຍປີ 2008 ມານີ້ແນວທາງຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ປ່ຽນແປງໄປເລັກນ້ອຍໂດຍສະເພາະ ຍົກສູງບົດບາດ ຂອງອາດີດນັກລົບ ນັກປະຕິວັດທີ່ອອກກິນ ເບັ້ຽບໍານານແລ້ວ ໂດຍການເຕົ້າໂຮມ ໃຫ້ນັກປະຕິວັດ ເລົ່ານີ້ເຂົ້າມາມີ ບົດບາດໃນການ ຈັດຕັ້ງອໍານາດການ ປົກຄອງໃນທ້ອງຖິ່ນ. ການທີ່ພັກປະຊາຊົນ ເຮັດແນວນີ້ແມ່ນເພື່ອ ເປັນການຍ້ອມນໍ້າໃຈ ຂອງອາດີດນັກປະຕິວັດ ຜູ້ທີ່ມີຄວາມຄິດ ວ່າພວກຕົນຖືກປະປ່ອຍ ໃນລະຍະຜ່ານມາ.

ໃນລະຍະຜ່ານມາ ນັກປະຕິວັດເກົ່າ ຫລາຍຄົນຖືກສົ່ງ ກັບຄືນສູ່ພື້ນຖານ ໂດຍບໍ່ມີການ ດູແລເບິ່ງແຍງ ເນື່ອງຈາກວ່ານັກ ປະຕິວັດເກົ່າເລົ່ານີ້ ບໍ່ມີຄວາມຮູ້ ຄວາມສາມາດທີ່ຈະ ເຮັດວຽກການພັດທະນາ ປະເທດຊາດ ໃນສະພາບໃໝ່. ຫລາຍຄົນຖືກປະປ່ອຍ ຈໍານວນນື່ງກໍລົ້ມ ຫາຍຕາຍໄປໂດຍ ບໍ່ຖືກຮັບຮູ້ເຖິງ ຄຸນງາມຄວາມດີ ທີ່ຕົນໄດ້ສ້າງ ໄວ້ໃຫ້ພັກ.

ກົງກັນຂ້າມ ນັກປະຕິວັດ ລະດັບນໍາພາ ຫລາຍຄົນທີ່ຍັງມີ ໜ້າທີ່ຢູ່ນັ້ນ ພັດມີບ້ານເຮືອນ ທີ່ພັກອາໃສຫລາຍຫັລງ ມີຣົຖໃຊ້ສວ່ນ ຕົວຫລາຍຄັນ ຕຣອດຮອດສວັດດີ ການອື່ນໆ. ອັນນີ້ໄດ້ສ້າງ ຄວາມບໍ່ພໍໃຈແກ່ ນັກປະຕິວັດທີ່ ບໍ່ໄດ້ຫຍັງເປັນການ ຕອບແທນຈາກພັກແລະຮັຖ.

ທ່ານວ່າ ດຽວນີ້ ພັກປະຊາຊົນ ປະຕິວັດລາວໄດ້ ເອົາໃຈໃສ່ນໍາຊົນ ເຜົ້າກຸ່ມນ້ອຍແດ່ແລ້ວ ໂດຍສະເພາະຊົນເຜົ້າມົ້ງ, ດັ່ງທີ່ເຫັນໄດ້ ຢ່າງຄັກແນ່ວ່າ ຊາວມົ້ງຫລາຍຄົນ ຖືກຍົກຂື້ນມາ ມີຕໍາແນ່ງແລະ ບົດບາດລະດັບພັກ ລະດັບຣັຖະບານ ລະດັບຫົວໜ້າກົມ ປະຈໍາກະຊວງ ລະດັບຜະແນກ ເປັນຕົ້ນ.

ພັກປະຊາຊົນ ປະຕິວັດລາວ ພະຍາຍາມສ້າງພາບ ພົດໃຫ້ປະຊາຊົນ ໃນທົ່ວປະເທດ ແລະຊາວໂລກ ເຂົ້າໃຈວ່າ ມີຄວາມສາມັກຄີ ພາຍໃນຊົນຊາດ ເປັນຢ່າງດີ ແລະບໍ່ມີຄວາມ ແຕກແຍກໃນພັກ ປະຊາຊົນປະຕິວັດ ລາວແຕ່ຢ່າງໃດ.

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.