ສະມາຊິກສະພາ ສເນີປະຕິຮູປທີ່ດິນ
2010.06.18
ສະມາຊິກ ສະພາແຫ່ງຊາຕ ໄດ້ສເນີໃຫ້ມີ ກາຣປະຕິຮູບ ຣະບຽບກົດໝາຍ ດ້ານນິຕິກັມຕ່າງໆ ກ່ຽວກັບກາຣເຮັດ ໃບຕຣາດິນ ເປັນກາຣແກ້ໄຂ ຊ່ອງວ່າງ ອັນເຮັດໃຫ້ ເກີດບັນຫາກາຣ ສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ ພນັກງານ ພັກ-ຣັຖ ທີ່ມີຢ່າງແພ່ ຫລາຍໃນຣະຍະ ຜ່ານມາ. ດັ່ງຈະເຫັນໄດ້ ຈາກກາຣໃສ່ຊື່ ຂອງຕົນເອງວ່າ ເປັນຜູ້ຊື້ທີ່ດິນ ແຕ່ຄວາມເປັນຈິງແລ້ວ ຜູ້ຊື້ເປັນຊາວ ຕ່າງຊາຕ ຈຶ່ງເກີດຄວາມ ຫຍໍ້ທໍ້ ດັ່ງທ່ານພັນເອກ ຖາວອນ ຕັນທະວົງ ສະມາຊິກ ສະພາຈາກ ແຂວງສາຣະວັນ ໄດ້ກ່າວທີ່ ປະຊຸມສະພາ ແຫ່ງຊາຕ ໃນມື້ວັນພຣະຫັດ ຜ່ານມານີ້ວ່າ:
“ເຣື່ອງເຮັດໃບ ຕຣາດິນຜ່ານມາ ໃຫ້ຕ່າງປະເທສຊື້ ແຕ່ອອກ ຊື່ຕົວເອງຫັ້ນ ພນັກງານຣັຖ ມັນໄປຊື້ດິນ ຫລາຍຕອນ ກໍເງິນຣັຖນີ້ ແຫລະ ມັນ ສໍ້ຣາສບັງຫລວງ ເຮັດໃຫ້ສັງຄົມ ສັບສົນວຸ້ນວາຍ ເຫັນແຕ່ຄວາມຢາກ ໄດ້ຜູ້ດຽວ ຢູ່ເມືອງໃຫຍ່ 4-5 ເມືອງ ໃຫ້ໄປກວດເບິ່ງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣທີ່ຄວນຕ້ອງ ໃຫ້ມີກາຣ ປະຕິຮູບທີ່ດິນໃໝ່ ກໍເນື່ອງຈາກວ່າ ດິນບາງຕອນເຊັ່ນ ທີ່ດິນຢູ່ໃນ ຕົວເມືອງ ຫລືທີ່ດິນ ຕາມແຄມທາງນັ້ນ ມີຣາຄາສູງເກີນໄປ ປະຊາຊົນລາວ ບໍ່ສາມາດຊື້ໄດ້ ຈຶ່ງມີແຕ່ຊາວ ຕ່າງຊາຕ ມາຊື້ເອົາເປັນ ສ່ວນໃຫຍ່ ແລະຍິ່ງເຮັດໃຫ້ ເກີດຄວາມຫຍໍ້ທໍ້ ແລະທີ່ດິນກໍເປັນ ສົມບັຕ ຂອງປະເທສລາວ ບໍ່ແມ່ນຂອງ ຊາວຕ່າງຊາຕ ຫລືຜູ້ມີອຳນາຈ ໃນວົງກາຣພັກ-ຣັຖ ແຕ່ຢ່າງໃດ:
”ດຽວນີ້ດິນຫລາຍ ບ່ອນ ຈະຂາຍຢູ່ໃນເມືອງ ຄົນລາວບໍ່ມີ ໃຜຊື້ໄດ້ ມີແຕ່ວ່າຄົນຕ່າງ ປະເທສມາຊື້ ອອກຊື່ຄົນລາວ ເພາະວ່າບ້ານເຂົາ ຊື້ດິນບໍ່ໄດ້ ມາບ້ານເຮົາຊື້ ໄດ້ກໍຊື້ ເພາະເຂົາມີເງິນ ອັນນັ້ນມາເຮັດ ໃຫ້ສັງຄົມ ມັນຫຍໍ້ທໍ້ຫລາຍ ອັນນີ້ຂ້າພະເຈົ້າ ຢາກໃຫ້ ປະຕິຮູບໃໝ່ ເຮັດໃໝ່”.
ທ່ານໄດ້ກ່າວເພີ່ມວ່າ ບັນຫາຣທຸຈຣິຕ ກາຣສໍ້ໂກງຂອງ ເຈົ້າໜ້າທີ່ໆເຮັດ ໃຫ້ເກິດຄວາມຫຍໍ້ທໍ້ ທັ້ງໝົດນັ້ນ ລ້ວນແຕ່ເປັນສິ່ງ ກີດກັ້ນ ແລະສົ່ງຜົລກະທົບ ຕໍ່ດ້ານກາຣ ພັທນາ ປະເທສຊາຕ ຈຶ່ງຢາກໃຫ້ມີ ກາຣປະຕິຮູບ ຢ່າງຮີບດ່ວນ.