ຣັຖບາລຄວນໃສ່ໃຈ ພັທນາເຂຕຊົນນະບົທ
2010.06.18
ໃນຣະຫວ່າງທີ່ມີ ກາຣປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ໃນປັຈຈຸບັນ ນີ້ນັ້ນ ທ່ານພົງສເນ່ ຍຸຕິທັມ ສະມາຊິກສະພາ ເຂຕ 12 ແຂວງຄຳມ່ວນ ກໍໄດ້ສເນີ ໃນມື້ວັນທີ່ 17 ມີຖຸນານີ້ ໃຫ້ຣັຖບາລເອົາ ໃຈໃສ່ໃນກາຣພັທນາ ຕາມເຂຕຊົນນະບົທ ເປັນຈຸດໆໄປພ້ອມໆ ກັບເຂຕກາຣພັທນາ ອື່ນໆ ເພື່ອໃຫ້ມີຄວາມສົມດຸນກັນໄປ ດັ່ງທີ່ທ່ານ ໄດ້ກ່າວວ່າ:
“ມາຮອດ ປັຈຈຸບັນນີ້ ຊົນນະບົທ ກໍມີຄວາມ ປ່ຽນແປງ ຢູ່ໃນເຂຕທົ່ງພຽງ ເທົ່ານັ້ນຫລາຍກວ່າ ແຕ່ເຂຕ ຊົນນະບົທຊົນ ເຜົ່າພູດອຍກໍ ປ່ຽນແປງ ແຕ່ຊັກຊ້າ ຍັງບໍ່ສົມດຸນ ກັບຣະຍະເວລາ ກັບກາຣລົງທຶນ ດັ່ງນັ້ນ ຈຶ່ງເສນີວ່າ ເປັນໄປໄດ້ບໍ? ວ່າຣັຖບາລ ຄວນຫລືບໍ? ວ່າ ກາຣລົງທຶນໃນເຂຕພັທນາ ຊົນບົທ ຄວນມີຕົວເລຂ ທີ່ລະອຽດກວ່າ ເກົ່າ ແລະມີລັກສນະ ຈຸດສົມໃຫ້ຫລາຍກວ່າເກົ່າ”.
ໃນຂນະດຽວ ກັນນີ້ ທ່ານພົງສເນ່ ກໍວ່າ ໃນເມື່ອທຽບໃສ່ ປະເທສເພື່ອນບ້ານ ໃກ້ຄຽງ ບາງແຫ່ງນັ້ນ ຣັຖບາລຂອງເຂົາເຈົ້າ ໄດ້ກະຈາຍເງິນ ທຶນກາຣພັທນາ ຕາມເຂຕ ຊົນນະບົທ ຢ່າງແທ້ຈິງ ໂດຽມີກາຣເນັ້ນໃສ່ ໃຫ້ມີກາຣລົງທຶນ ໃນເຂຕຊົນເຜົ່າ ເຂຕພູດອຍ ຊຶ່ງທາງຣັຖບາລໃຫ້ບຸຣິ ມະສິທເປັນລຳດັບ ເພື່ອຄວາມ ກະຈ່າງແຈ້ງ ແລະ ໃຫ້ມີກາຣພັທນາ ຄຽງຄູ່ກັນໄປ ກັບກາຣພັທ ນາ ຕາມເຂຕທົ່ງພຽງ ຫລືໃນເຂຕຕົວເມືອງ.
ພ້ອມດຽວກັນນັ້ນ ທ່ານກໍວ່າ ກາຣທີ່ຄວນຈະໃຫ້ ມີກາຣພັທນາ ຕາມເຂຕທີ່ຢູ່ຫ່າງໄກ ສອກຫລີກ ຫລືຕາມເຂຕ ຊົນນະບົທ ພູດອຍຕ່າງໆ ດັ່ງກ່າວ ກໍເພື່ອເປັນກາຣ ສົ່ງເສີມກາຣພັທນາ ໃນແຕ່ລະເຂຕ ໂດຽສະເພາະ ທາງດ້ານເສຖກິຈ ແລະສັງຄົມ ເພື່ອບໍ່ໃຫ້ມີກາຣ ແຕກຕ່າງກັນຫລາຍ ໂພດເກີນໄປ ດັ່ງທີ່ເກີດຂຶ້ນ ໃນປັຈຈຸບັນ ນີ້ນັ້ນ.