ຄຸນຄ່າຂອງເງິນໂດລາ

ບັນດາປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ທີ່ໃຊ້ເງິນ ໂດລາ ຫລາຍນັ້ນ ຄວນຄ່ອຍໆ ຜ່ອນການອາສັຍ ເງິນດັ່ງກ່າວລົງ ແບບຊ້າໆ. ນັ້ນກໍເປັນ ຄໍາເຕືອນ ຈາກກຸ່ມນັກວິຈັຍ ໃນວັນອາທິດນີ້.
ມະນີຈັນ
2010.10.18

ກົດຟັງສຽງ
ທີ່ກັມພູຊາ ເງິນໂດລາ ໃຊ້ກັນຢ່າງແພ່ຫລາຍ ຫລາຍກວ່າເງິນຣຽນ ຊຶ່ງເປັນເງິນທ້ອງຖີ່ນ ຂອງຕົນເອງ. ສ່ວນຢູ່ ສປປລາວ ຜູ້ຄົນຈັບຈ່າຍ ຊື້່ສິ່ງຂອງ ເປັນເງິນກີບ ເງິນໂດລາ ຫລືເງິນບາດ. ທີ່ວຽດນາມ ນິຍົມກັນໃຊ້ ເງິນດົງ ແຕ່ເງິນໂດລາ ທີ່ຈໍລະຈອນ ໃນຕລາດການຄ້າ ວຽດນາມ ຫາກຍັງມີພູດ ສ່ວນຮອດ 20 ເປີເຊັນ ຂອງເງິນ ຕະກູນຕ່າງໆ. ທີ່ພະມ້າ ເງິນຢຽດ ບໍ່ເປັນທີ່ໜ້າ ເຊື່ອຖືເລີຍສໍາລັບ ຊາວພະມ້າເອງ.

ທ່ານ Sean Turnell ນັກຊ່ຽວຊານ ດ້ານເສຖກິດ ພະມ້າ ຈາກມະຫາວິທະຍາລັຍ Macquarie ປະເທດ Australia ເວົ້າວ່າ ທ່ານບໍ່ເຄີຍໄດ້ ພໍ້ກັບ ຄົນພະມ້0າ ທີ່ສະສົມເງິນ ປະເທດຂອງຕົນເອງ. ການໃຫ້ຄວາມສໍາຄັນ ແກ່ເງິນໂດລາ ຫລາຍຄືດັ່ງກ່າວ ຊຶ່ງເອີ້ນກັນວ່າ ການຫັນເປັນເງິນ ໂດລານັ້ນ ທ່ານ Jayant Menon ນັກເສຖສາຕ ປະຈໍາທະນາຄານ ພັທນາເອເຊັຽຫລື ADB ບອກວ່າ ເປັນການສະທ້ອນ ເຖິງການຂາດ ຄວາມເຊື່ອໝັ້ນ ໃນເງິນຂອງປະເທດ ຕົນເອງ.

ຄ່າຂອງເງິນໂດລາ ສະຫະຣັຖ ທີ່ຕົກ ຕໍ່າລົງທີ່ສຸດ ໃນຫລາຍອາທິດ ຫລັງມານີ້  ນັກວິຈັຍວ່າ ປາກົດວ່າ ຈະບໍ່ສົ່ງຜົລ ກະທົບຫລາຍ ຢ່າງໄວວາ ໃສ່ການໃຊ້ເງິນ ທ້ອງຖີ່ນ ຂອງປະເທດຕ່າງໆ ເຂດເອເຊັຽ. ແຕ່ອາຈມີຜົລ ກະທົບຕໍ່ການ ສະສົມເງິນ ຫລືຊັບສິນຂອງຄົນ ໃນປະເທດເລົ່ານີ້. ຢູ່ວຽດນາມຜູ້ ຄົນຈະຫັນ ມາໃຫ້ຄວາມສໍາຄັນ ເລື້ອງຄໍາ ຫລາຍກວ່າ ຂນະທີ່ຢູ່ລາວ ກໍຈະເປັນ ເງິນບາດ.

ທ່ານ Menon ວ່າ ເປົ້າໝາຍໃນ ລະຍະຍາວ ສໍາລັບປະເທດ ກັມພູຊາ ລາວ ແລະວຽດນາມ ຄວນຫັນໜ້າຈາກ ການນິຍົມເງິນ ໂດລາ  ແຕ່ໃນເວລານີ້ ເງິນໂດລາ ຍັງປອດພັຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.