ຣັຖບານພະມ້າ ຖືກກົດດັນ
2010.10.28
ກົດຟັງສຽງ
ຣັຖບານທະຫານ ພະມ້າ ໄດ້ຮັບຄວາມກົດດັນ ຈາກປະເທດເພື່ອນບ້ານ ໃນມື້ວັນພຸດທີ 27 ຕຸລາ 2010. ອິນໂດເນເຊັຍ ກ່າວວ່າ ໃຫ້ຈັດການເລືອກຕັ້ງ ທີ່ຈະມີຂຶ້ນມໍ່ໆນີ້ ເປັນທີ່ຮັບຮູ້ ແລະ ເຊື່ອຖືໄດ້. ຣັຖມົນຕຣີວ່າການ ກະຊວງການຕ່າງ ປະເທດພະມ້າ ທ່ານ Nyan Win ໄດ້ປະເຊີນກັບຄຳຖາມ ກ່ຽວກັບການເລືອກຕັ້ງ ທີ່ໄດ້ຖືກຕິຕຽນ ຕໍ່ວ່າຕໍ່ຂານ ຢ່າງກວ້າງຂວາງ ເມື່ອທ່ານເຂົ້າຮ່ວມໃນ ງານລ້ຽງອາຫານຄໍ່າ ຂອງອາຊຽນ. ຊຶ່ງທ່ານກໍໄດ້ ຢືນຢັນ ອີງຕາມແຫລ່ງຂ່າວ AFP ວັນທີ 28 ຕຸລາ 2010 ວ່າ ມາດາມ ອອງຊານຊູຈີ ອາດຈະຖືກປ່ອຍໂຕ ຫລັງຈາກຈັດການເລືອກຕັ້ງ ທີ່ຈະມີຂຶ້ນ ໃນມື້ວັນທີ 7 ພຶສຈິກາ 2010.
ທ່ານ Marty Natalegawa ຣັຖມົນຕຣີວ່າການ ກະຊວງການຕ່າງປະເທດ ອິນໂດເນເຊັຍ ກ່າວຕໍ່ສື່ມວນຊົນວ່າ: “ມັນມີຄວາມຄິດເຫັນ ທີ່ວ່າ ຍັງມີຊ່ອງຫວ່າງ ແລະ ຂາດຄວາມບໍ່ໜ້າເຊື່ອຖື ໃນການເລືອກຕັ້ງ ເທື່ອນີ້, ແຕ່ກໍຍັງ ບໍ່ຊ້າເກີນໄປ ຊຶ່ງພວກເຮົາ ຈະພຍາຍາມແກ້ໄຂ, ແລະພວກເຮົາກໍຈະບໍ່ສິ້ນ ຄວາມພຍາຍາມ”.
ການເລືອກຕັ້ງ ທີ່ຈະມີຂຶ້ນເປັນເທື່ອທຳອິດ ພາຍໃນຮອບ 2 ທົສວັດ ໄດ້ຖືກຕິຕຽນ ຕໍ່ວ່າຕໍ່ຂານ ຈາກການວິຈານ ຢ່າງກວ້າງຂວາງ ວ່າເປັນການເລືອກຕັ້ງ ຫລອກລວງຕົບຕາ ເພື່ອເຮັດໃຫ້ຣັຖບານ ຜະເດັດການທະຫານ ມີອຳນາດປົກຄອງ ພະມ້າຕໍ່ໄປ.
ສິ່ງທີ່ເຫັນໄດ້ແຈ່ມແຈ້ງ ໃນປັດຈຸບັນນີ້ ກໍຄື ສັນຍາລັກຂອງ ປະເທດ ຜູ້ນຳຝ່າຍຄ້ານ ມາດາມ ອອງຊານຊູຈີ ຍັງຖືກກັກຂັງ ບໍລິເວນ ຊຶ່ງຈະຖືກປ່ອຍໂຕ ບໍ່ດົນຫລັງຈາກການ ເລືອກຕັ້ງສິ້ນສຸດລົງ. ຣັຖບານຈາກປະເທດ ຕາເວັນຕົກ ຮວມທັງເລຂາທິການ ສະຫະປະຊາຊາດ ທ່ານບານກີມູນ ໄດ້ຢ້ຳເຕືອນເລື້ອຍໆວ່າ ການເລືອກຕັ້ງ ຈະບໍ່ຖືກຮັບຮູ້ ແລະ ເປັນໜ້ານັບຖື ຫາກ ມາດາມ ອອງຊານຊູຈີ ແລະ ນັກໂທດການເມືອງອື່ນໆ ບໍ່ຖືກປ່ອຍໂຕ.