ຈີນຕັດສິນປະຫາຣຊີວີຕ ອິກຫ້າຄົນ

ຈີນຕັດສິນຄະດີ ປະຫາຣຊີວີຕ ຜູ້ຕ້ອງຫາມີສ່ວນພົວພັນ ນຳເຫຕກາຣຄວາມ ບໍ່ສງົບຢູ່ແຄວ້ນຊິນຈຽງ ຕື່ມອິກ 5 ຄົນ.

ສາລ ສປຈີນ ຕັດສິນຄະດີ ປະຫາຣຊີວີຕ ນັກໂທສຕື່ມອີກ 5 ຄົນ ໃນມື້ວັນພຣະຫັດນີ້ ໃນຂໍ້ຫາພົວພັນ ນຳກາຣສັງຫາຣ ແລະອາຊຍາກັມອື່ນໆ ຄາວທີ່ເກີດຄວາມ ບໍ່ສງົບຢູ່ແຄວ້ນຊິນຈຽງ (Xinjiang) ທາງພາຄຕາເວັນຕົກ ຂອງປະເທສຈີນ ໃນເດືອນກໍຣະກະດາ ຜ່ານມາ. ອີງຕາມອົງກາຣຂ່າວ AP ໃນມື້ວັນທີ່ 3 ທັນວານີ້.

ທາງໜັງສືພິມ ຍັງໄດ້ແຈ້ງເພີ່ມວ່າ ນອກຈາກຕັດສິນໂທສ ປະຫາຣຊີວີຕ ດັ່ງກ່າວນີ້ແລ້ວ ທາງສາລຂອງເມືອງ Urumqi ຊຶ່ງເປັນເມືອງເອກ ຂອງແຂວງຊິນຈຽງ ຍັງໄດ້ຕັດສິນໃຫ້ ຜູ້ຕ້ອງຫາອີກ 2 ຄົນ ຈຳຄຸກຕລອດຊີວີຕ ແລະວ່າກາຣຕັດສິນຄະດີ ຄັ້ງນີ້ ເປັນພາຄສ່ວນໜຶ່ງ ຂອງກາຣດຳເນີນຄະດີ ກ່ຽວກັບຄວາມບໍ່ສງົບ ເຖິງຂັ້ນມີກາຣ ປະທະກັນຣະຫວ່າງ ຊົນເຜົ່າຊາວຈີນຫ໊ານ ແລະຊາວມູສລີມວີເກີ໊ຣ໌ ໃນເດືອນກໍຣະກະດາ ຜ່ານມາ ທີ່ເຮັດໃຫ້ມີ ຜູ້ເສັຽຊີວີຕໄປ ເກືອບຮອດ 200 ຄົນ.

ໃນກາງເດືອນພຶສຈິກາ ຜ່ານມານີ້ ທາງກາຣຈີນກໍປະກາສວ່າ ໄດ້ປະຫາຣຜູ້ຕ້ອງຫາ ທີ່ເຮັດໃຫ້ເກີດ ຄວາມບໍ່ສງົບດັ່ງກ່າວ ໄປແລ້ວທັງໝົດ ບໍ່ຕໍ່າກວ່າ 9 ຄົນ ພ້ອມກັບຢືນຢັນ ທີ່ວ່າຍັງມີ ກາຣສືບຕໍ່ດຳເນີນຄະດີ ຜູ້ຕ້ອງຫາຕື່ມຕໍ່ໄປ.

ຢ່າງໃດກໍຕາມ ທາງກາຣ ສປຈີນ ປະນາມຊາວວີເກີ໊ຣ໌ ໂພ້ນທະເລ ແລະກຸ່ມປົກປ້ອງ ສິທທິມະນຸສຍະຊົນຕ່າງໆ ທີ່ວ່າເປັນຜູ້ຍຸແຍ່ ໃຫ້ເກີດຄວາມບໍ່ສງົບ ໃນແຄວ້ນຊິນຈຽງ ດັ່ງກ່າວນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org