ການຂັດແຍ່ງເຂດຊາຍແດນ ໃນອາຊຽນ
2010.10.01
ກົດຟັງສຽງ
ນາຍົກຣັຖມົນຕຣີ ມາເລເຊັຍ ທ່ານ Najib Razak ກ່າວຈາກ ນະຄອນຫລວງ ກົວລາລຳເປີ ໃນມື້ວັນສຸກ ທີ 1 ຕຸລາ 2010 ນີ້ວ່າ ຜູ້ນຳອາຊຽນ ຕ້ອງໄດ້ພັທນາ ຫລັກການວິທີ ແກ້ໄຂບັນຫາ ການຂັດແຍ່ງ ເຂດຊາຍແດນ ຍ້ອນວ່າປະເດັນ ດັ່ງກ່າວອາດ ກະທົບກະເທືອນ ຕໍ່ຄວາມສຳພັນໃນ ໝູ່ປະເທດ ສະມາຊິກ ໄດ້. ໂດຍສະເພາະ ເມື່ອຜູ້ນຳໄດ້ ຮັບຄວາມກົດດັນ ທາງດ້ານການ ເມືອງພາຍໃນ ປະເທດ. ທ່ານກ່າວ ໃນກອງປະຊຸມ ຄັ້ງທີ 7 ຂອງ 100 ຜູ້ນຳອາຊຽນ.
ກອງປະຊຸມ ຈັດຂຶ້ນທຸກໆປີ ສຳລັບ ຜູ້ນຳອາຊຽນ ຈາກພາກທຸຣະກິດ ພາກຣັຖບານ ແລະ ພາກປະຊາ ສັງຄົມ ຂອງປະເທດ ສະມາຊິກ ອາຊຽນ. ທ່ານ Najib ຍັງໃຫ້ ຄວາມເຫັນວ່າ ປະເດັນ ກ່ຽວກັບການ ອ້າງສິດ ອະທິປະໄຕ ຂອງຜືນແຜ່ນດິນ ເປັນປະເດັນທີ່ ທ້າທາຍ ສຳລັບອາຊຽນ.
ທ່ານກ່າວຕື່ມ ອີກວ່າ ຄວາມກົດດັນທາງ ດ້ານການເມືອງ ພາຍໃນປະເທດ ຕໍ່ຜູ້ນຳອາຊຽນ ເປັນສິ່ງທີ່ຈະສ້າງ ຄວາມກະທົບ ກະເທືອນ ຕໍ່ຄວາມສຳພັນ ແລະການເປັນ ອັນນຶ່ງອັນດຽວກັນ ຂອງອາຊຽນ.
ທ່ານ Najib ໄດ້ຮຽກຮ້ອງໃຫ້ ຜູ້ນຳອາຊຽນ ເອົາມາຕການ ຜ່ອນສັ້ນຜ່ອນຍາວ ທາງດ້ານການເມືອງ ຫລື ຊອກຫາທາງອອກ ໂດຍໃຊ້ ກັມມະການກາງ ຫລືສານສາກົນ ໃນການໄກ່ເກັ່ຍ ບັນຫາຂັດແຍ່ງ ດັ່ງທີ່ ມາເລເຊັຍ ແລະ ສິງກະໂປ ໄດ້ກະທຳມາແລ້ວ ຫວ່າງບໍ່ເທົ່າໃດປີ ຜ່ານມານີ້.
ທ່ານກ່າວສລຸບວ່າ ແນ່ນອນ ມັນມີບັນຫາ ລະຫວ່າງ ໄທ ແລະ ກຳພູຊາ, ແຕ່ພາຍໃນ 20 ຫລື 30 ຂ້າງໜ້ານີ້ ຫາກພວກເຮົາ ສາມາດ ຫາທາງອອກໄດ້. ອາຊຽນ ກໍຈະເປັນ ອັນນຶ່ງ ອັນດຽວກັນ.