ສະຫະຣັດຮຽກຮ້ອງກຸ່ມອາຊຽນ ຊຸກຍູ້ພະມ້າ ໃຫ້ເລືອກຕັ້ງ ແບບເສຣີ
ສະຫະຣັດອະເມຣິກາ ຮຽກຮ້ອງໃຫ້ ບັນດາປະເທດ ໃນ ເອເຊັຍ ຊຸກຍູ້ພະມ້າ ໃຫ້ມີການເລືອກຕັ້ງ ແບບເສຣີ ແລະຍຸຕິທັມ.
-
ຈຳປາທອງ
2009-11-12 -
-
-
Your browser doesn’t support HTML5 audio
ສະຫະຣັດອະເມຣິກາ ຮຽກຮ້ອງໃນວັນພຸດ ນີ້ໃຫ້ບັນດາປະເທດ ໃນເອເຊັຍຊຸກຍູ້ ພະມ້າ ໃຫ້ມີການເລືອກຕັ້ງ ແບບເສຣີ ແລະຍຸຕິທັມ ຊຶ່ງຈະຈັດຂຶ້ນ ໃນປີ 2010. ຄຳຮຽກຮ້ອງນີ້ ມີຂື້ນກ່ອນໜ້າຈະມີ ການພົບປະຂັ້ນສຸດຍອດ ຣະຫວ່າງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັດອະເມຣິກາ ແລະ ນາຍົກຣັຖມົນຕຣີ
ຂອງຣັຖບານ ທະຫານພະມ້າ ຊຶ່ງຖືວ່າເປັນການພົບປະ ຄັ້ງປະຫວັດສາດນັ້ນ.
ມາດາມ Hillary Clinton ຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັດຮຽກຮ້ອງ ຂໍຄວາມຊ່ວຍເຫລືອຈາກ 10 ປະເທດ ສະມາຊິກ ສະມາຄົມ ບັນດາປະເທດ ເອເຊັຍຕາເວັນອອກສ່ຽງໃຕ້ ຫລື ASEAN ຊຶ່ງຜູ້ນຳປະເທດ ເຫລົ່ານັ້ນຈະໄດ້ຮ່ວມກັນ ເປັນຄັ້ງທຳອິດ ສົນທະນາກັບ ປະທານາທິບໍດີ ສະຫະຣັດ ຢູ່ສິງກະໂປ ທີ່ຈະມີຂຶ້ນໃນ ທ້າຍອາທິດນີ້.
ມາດາມ ກ່າວວ່າ ສະຫະຣັດ ຕ້ອງການທີ່ຈະເຫັນ ແຕ່ລະປະເທດ ສະມາຊິກ ASEAN ພຍາຍາມເຂົ້າຫາ ຜູ້ນຳພະມ້າ ແລະ ຊັກຊວນພວກເຂົາເຈົ້າ ໃຫ້ເລີ້ມວາງ
ແຜນການກ່ຽວກັບ ການເລືອກຕັ້ງ ທີ່ຈະຈັດຂື້ນ ໃນປີ 2010 ນັ້ນ ເປັນການເລືອກຕັ້ງ ແບບເສຣີ, ຍຸຕິທັມ ແລະເປັນໜ້າເຊື່ອຖື. ແລະວ່າ ແນ່ນອນ ຈີນ ມີໂອກາດ ທີ່ຈະຫລິ້ນບົດບາດ ສຳຄັນອັນດີທີ່ສຸດ ເຊັ່ນດຽວກັນກັບ ທີ່ ໄທ, ອິນເດັຍ ແລະປະເທດອື່ນໆ ໃນ ASEAN ມີ ຈີນ ແລະ ອິນເດັຍ ຢູ່ໃນຈຳນວນ ບໍ່ເທົ່າໃດປະເທດ ທີ່ມີອິດທິພົນ ຕໍ່ພະມ້າ ຊຶ່ງຢູ່ຢ່າງສັນໂດດ ເພາະວ່າ ປະເທດເຫລົ່ານັ້ນ ມີຊາຍແດນຕິດກັນ ແລະເປັນຄູ່ການຄ້າ ທີ່ສຳຄັນນຳກັນ.
ໃນການເລືອກຕັ້ງ ແບບເສຣີ ແລະ ຍຸຕິທັມ ຢູ່ພະມ້າ ໃນປີ 1990 ຜ່ານມາ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມາດາມ ອອງຊານຊູຈິ ຜູ້ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ ແຕ່ທາງການ ທະຫານພະມ້າ ບໍ່ຮັບຮູ້ຜົນຂອງ ການເລືອກຕັ້ງນັ້ນ ແລະ ມາດາມ ອອງຊານຊູຈິ ກໍຖືກກັກຂັງບໍລິເວນ ທີ່ບ້ານພັກ ມານານຫລາຍປີ ຈົນມາຮອດເທົ່າ ທຸກວັນນີ້.