ສະມາຊິກ ສະພາສູງ ສະຫະຣັຖ ວ່າຄວນມີ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ

ສະມາຊິກ ສະພາສູງ ສະຫະຣັຖ ຈະຍື່ນຮ່າງກົດໝາຍ ສະບັບໜື່ງໃນ ສັປດາໜ້ານີ້ ເພື່ອເປັນກາຣສເນີ ແລະຮຽກທວງໃຫ້ ທາງກາຣ ສະຫະຣັຖ ໄດ້ຕິດຕາມ ແລະພິຈາຣະນາ ກ່ຽວກັບ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ ເພື່ອໃຫ້ລຸລ່ວງໄປ ໃນເວລາອັນຄວນ.

ທ່ານ Richard Lugar ສະມາຊິກ ສະພາສູງ ສັງກັດພັກ Republican ໄດ້ແຈ້ງຕໍ່ທາງ ສື່ມວລຊົນ ໃນມື້ວັນສຸກ ຜ່ານມານີ້ວ່າ: ໃນປັຈຈຸບັນນີ້ ທາງບັນດາ ປະເທສ ທີ່ກຳລັງ ມີກາຣພັທນາ ແລະ ທະວີຄວາມເຕີບໂຕ ທາງກາຣຄ້າເຊັ່ນ: ສປຈີນ ອິນເດັຽ ອອສເຕຣເລັຽ ນີວຊີແລນດ໌ ແລະ ເກົາຫລີໃຕ້ ຕ່າງກໍມີກາຣ ເຊັນສັນຍາໃນ ຂໍ້ຕົກລົງກາຣຄ້າ ກັບທາງກຸ່ມ ອາຊ໊ຽນ ໄປແລ້ວ ແລະຍີ່ງຈະມີ ກາຣແຂ່ງຊິງທາງ ດ້ານກາຣຄ້າຈາກ ທາງກາຣ ສະຫະຣັຖ ໃນເຂຕພູມີພາຄ ເອເຊັຽ ດັ່ງກ່າວນີ້ ຕື່ມຕໍ່ໄປອີກ, ສະນັ້ນ ທ່ານຈື່ງຢາກໃຫ້ ທາງກາຣ ສະຫະຣັຖ ໄດ້ມີແຜນ ຍຸທສາຕ ທາງດ້ານກາຣຄ້າ ກັບກຸ່ມອາຊ໊ຽນ ດັ່ງກ່າວນີ້.

ທ່ານ Lugar ໄດ້ເນັ້ນອີກວ່າ ເຖີງແມ່ນທາງກາຣ ສະຫະຣັຖ ໄດ້ດຳເນີນກາຣ ລົງໂທສທາງ ດ້ານເສຖກິຈ ກັບທາງກາຣ ພະມ້າ ທີ່ເປັນສະມາຊິກ ຂອງອາຊ໊ຽນ ນັ້ນ ກໍບໍ່ຄວນທີ່ ຈະບໍ່ເປີດໃຫ້ ມີຣະບົບກາຣ ຄ້າກັບບັນດາ ປະເທສ ສະມາຊິກ ອື່ນໆຂອງອາຊ໊ຽນ ນັ້ນແຕ່ ປະກາຣໃດ.

ຢ່າງໃດກໍຕາມ ທ່ານ Lugar ຢາກໃຫ້ທາງກາຣ ສະຫະຣັຖ ມີກາຣ ພິຈາຣະນາ ເປີດຣະບົບ ກາຣຄ້າເສຣີ ກັບອາຊ໊ຽນ ໃນໄວໆນີ້ ແລະຖ້າເປັນ ໄປໄດ້ກ່ອນທີ່ ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ຈະອອກເດີນທາງ ໄປຮ່ວມປະຊຸມ ດ້ານເສຖກິຈ ຢູເອເຊັຽ ໃນເດືອນໜ້ານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org