ເລຂາທິການ UN ຢ້ຽມຢາມ ພະມ້າ

ທ່ານ Ban Ki-moon ເລຂາທິກາຣໃຫຍ່ ສະຫະປະຊາຊາຕ ຈະເດີນທາງໄປ ພະມ້າ ເພື່ອໄກ່ເກັ່ຽ ໃຫ້ທາງຜູ້ນຳ ຂອງຣັຖບາລ ທະຫາຣພະມ້າ ປະຕິຮູບ ຣະບົບກາຣປົກຄອງ ໄປສູ່ກາຣມີ ປະຊາທິປະໄຕ ພ້ອມກັບ ໃຫ້ມີກາຣປ່ອຍ ບັນດາ ນັກໂທສກາຣເມືອງ ທຸກໆຄົນ ອອກຈາກຄຸກຄຸມຂັງ ໂດຽບໍ່ມີເງື່ອນໄຂໃດໆ.

ຍານາງ Michele Montas ​ໂຄສົກ​ ຂອງ​ອົງກາຣ ສະຫະ​ປະຊາ​ຊາຕ ​ໄດ້​ແຈ້ງ ​ຕໍ່​ທາງ​ສື່​ມວລຊົນ ​ວ່າ: ທ່ານ Ban Ki-moonມີ​ກຳໜົດ​ ອອກ​ເດີນທາງ ​ໄປ​ຢ້ຽມຢາມພະມ້າ ​ໃນ​ວັນ​ທີ່ 3-4 ກໍຣະກະດາ​ນີ້ ​​ແລະ ມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ໄປ​ພົບ​ປະຫາຣື ກັບ​ທາງ​ຜູ້ນຳ​ ຂອງຣັຖບາ​ລ ທະຫາຣພະມ້າ​ ​ເພື່ອ​ໃຫ້​ປ່ອຍ​ ນັກ​ໂທສກາຣ​ເມືອງ ​ທຸກ​ຄົນ ​ຮວມທັງ ​ຍານາງ Aung San Suu-kyi ​ໃຫ້​ເປັນ​ອິສຣະພ້ອມ​ກັບ​ຢາກ​ໃຫ້ ​ທາງ​ກາຣພະມ້າ​ ​ໄດ້​ເປີດ​ໃຫ້​ມີ ​ກາຣ​ເຈຣະຈາ​ ກັບ​ບັນດາ ​ຜູ້ນຳ​ ຂອງ​ພັກ​ຝ່າຍ​ຄ້ານ ​ແລະ ​ຕຣຽມຈັດ​ໃຫ້​ມີ ​ກາຣ​ເລືອກ​ຕັ້ງ ທົ່ວ​ປະ​ເທສ​ ແບບ​ມີ​ປະຊາທິປະ​ໄຕ ຢ່າງ​ແທ້​ຈີ​ງ.

ຍານາງ Aung San Suu-kyi ຜູ້ນຳ​ ຂອງ​ພັກ​ສັນນິບາດ​ແຫ່ງ​ຊາຕ ​ເພື່ອ​ປະຊາທິປະ​ໄຕ ​ພະມ້າຖືກ​ຈັບ​ເຂົ້າຄຸກ​ ແລະ ​ກັກ​ບໍຣິ​ເວນ ​ມາ​ຢ່າງ​ຕໍ່​​ເນື່ອງ ​ຮວມ​ເປັນ​ທັງ​ໝົດ ​ບໍ່​ຕໍ່າ​ກວ່າ 13 ​ໃນຣະຍະ 19 ປີ ​ທີ່​ຜ່ານ​ມາທັ້ງໆ​ ທີ່​ພັກ​ກາຣ​ເມືອງ​ ຂອງ​ຍານາງ ​ຊະນະກາຣ​ເລືອກ​ຕັ້ງ ທົ່ວ​ປະ​ເທສ​ ໃນ​ປີ 1990 ນັ້ນ ກໍ​ຕາມ ​ແຕ່​ທາງ​ຝ່າຍ​ ກຳລັງ​ທະຫາຣ ບໍ່​ຍອມ​ວາງ​ອຳນາ​ຈ ຈົນ​ເທົ່າ​ປັຈຈຸບັນ​ນີ້.

ຍານາງ Aung San Suu-kyi ຄວນ​ທີ່​ຈະ​ ໄດ້​ຖືກ​ປ່ອຍ​ ອອກ​ຈາກ​ ກາຣກັກ​ບໍຣິ​ເວນ ​ໃນ​ວັນ​ທີ່ 27 ພື​ສພາ ​ຜ່ານ​ມາ ​ແຕ່​ຊ້ຳຖືກ​ຈັບ ​ເຂົ້າຄຸກ ​ໃນ​ຂໍ້​ຫາ ​ທີ່​ວ່າ ​ຍານາງ ​ມີ​ກາຣພົວພັນ​ ກັບ​ຊາວອະ​ເມຣິກັນ ​ຄົນ​ໜື່ງ ທີ່​ວ່າ ​ລອຍ​ຂ້າມ​ບຶງ ​ນ້ຳ​ເຂົ້າ​ໄປ ​ໃນ​ບໍຣິ​ເວນ ​ທີ່​ພັກ ​ຂອງ​ຍານາງ​​ ​ແລະ ​ກໍ​ອາຈຖືກ​ຈຳ​ຄຸກ​ ຕໍ່​ໄປ​ຕື່ມ​ອີກຖ້າ​ທາງ​ສາລ ຫາກ​ຕັດ​ສີນ ​ໃຫ້​ມີ​ຄວາມ​ຜິດ​ ຕາມ​ກາຣກ່າວ​ຫາ ນັ້ນ.