ຣັຖບານພະມ້າ ຄວນມີການເລືອກຕັ້ງທີ່ ຍຸຕິທັມ
ເລຂາທິການໃຫຍ່ ສະຫະປະຊາຊາດ ບານກິມູນ ກົດດັນຣັຖບານ ທະຫານພະມ້າ ໃຫ້ປະກາດ ໂດຍຮັບປະກັນ ຄວາມມີອິສຣະພາບ ແລະ ຍຸຕິທັມທຸກຢ່າງ ໃນການເລືອກຕັ້ງ ທົ່ວໄປ ໃນປີ2010 ຕາມທີ່ຣັຖບານພະມ້າ ໄດ້ໃຫ້ສັນຍາໄວ້ ກ່ອນໜ້ານີ້.
-
ມະນີຈັນ
2009-07-14 -
-
-
Your browser doesn’t support HTML5 audio
ໃນຣາຍງານຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບ ການເດີນທາງ ຢ້ຽມຢາມພະມ້າ ຂອງທ່ານ ເມື່ອຕົ້ນເດືອນນີ້ນັ້ນ ທ່ານ ບານກິມູນ ກ່າວວ່າ ຣັຖບານ ພະມ້າຕ້ອງໄດ້ ເອົາບາດກ້າວທີ່ ຈໍາເປັນເພື່ອປະຕິບັດ ຂໍ້ສເນີລະອຽດ ຕ່າງໆຂອງທ່ານມໍ່ໆນີ້.
ທາງເລືອກສໍາລັບ ຜູ້ນໍາພະມ້າ ໃນອີກບໍ່ນານນີ້ ກໍຄືຄວາມ ຮັບຜິດຊອບ ໃນຜົລປະໂຫຍດທີ່ ທຸກຝ່າຍມີຄວາມ ເປັນຫ່ວງນໍາ ຫລືຈະສ້າງຄວາມ ຜີດຫວັງ ແກ່ປະຊາຊົນ ຂອງຕົນເອງ ແລະຂອງພວກທ່ານ ທຸກຄົນໃນທີ່ນີ້ ແລະວ່າ ທົ່ວໂລກກໍາລັງ ຕິດຕາມເບີ່ງວ່າ ຣັຖບານພະມ້າ ເລືອກທີ່ຈະດໍາເນີນ ການເພື່ອ ຜົລປະໂຫຍດ ທີ່ດີທີ່ສຸດ ສໍາລັບປະເທດ ຂອງເຂົາເອງ ຫລືວ່າເລືອກທີ່ຈະ ບໍ່ໃຫ້ຄວາມສໍາຄັນ ໃນບັນຫາທີ່ ພວກທ່ານກັງວົນ ຄາດຫວັງ ແລະຈໍາເປັນຍີ່ງ ສໍາລັບ ປະຊາຊົນ ຂອງເຂົາ.
ຜູ້ຕາງໜ້າພະມ້າ ປະຈໍາ ສະຫະປະຊາຊາຊາດ ກໍໄດ້ກ່າວວ່າ ຣັຖບານພະມ້າ ຢູ່ຣະຫວ່າງຂັ້ນຕອນ ທີ່ຈະໃຫ້ ນິຣະໂທດ ແກ່ນັກໂທດ ບົນພື້ນຖານ ມະນຸສທັມ ແລະ ຊ່ວຍໃຫ້ພວກເຂົາ ສາມາດເຂົ້າຮ່ວມ ໃນການເລືອກຕັ້ງ ໃນປີ2010 ໄດ້ຕາມຄໍາສເນີ ຂອງເລຂາທິການ ໃຫຍ່ ບານກິມູນ.
ທ່ານມູນ ໄດ້ສັລເສີນ ຄໍາຖແລງນັ້ນ ຂນະດຽວກັນກໍວ່າ ທ່ານຕ້ອງໄດ້ ຕິດຕາມເບິ່ງວ່າ ຣັຖບານພະມ້າ ຈະປະຕິບັດ ທຸກໆບັນຫາທີ່ ໄດ້ຖືກຍົກຂຶ້ນ ໃນຣະຫວ່າງທີ່ ທ່ານຢູ່ ຢ້ຽມຢາມພະມ້ານັ້ນ ໃນພາກຕົວຈິງ ຫລືແນວໃດ ຊຶ່ງທ່ານກໍໄດ້ ໃຫ້ຮູ້ຂ້ອນຂ້າງ ຈະແຈ້ງແລ້ວວ່າ ມາດາມ ອອງຊານຊູຈິ ຫົວໜ້າພັກຝ່າຍຄ້ານ ຄວນຖືກປ່ອຍຕົວ ແລະ ເຂົ້າຮ່ວມໃນການ ເລືອກຕັ້ງນໍາດ້ວຍ.
ມາດາມ ອອງຊານຊູຈິ ຜູ້ປະເຊີນກັບ ຄະດີລ່ວງຣະເມີດ ຣະບຽບການກັກຂັງ ບໍຣິເວນ ເວລານີ້ຖືກ ຄຸມຂັງຢູ່ຄຸກ ຫລືກັກຂັງ ບໍຣິເວນ ຮວມ13ປີ ແລ້ວໃນຮອບ 19ປີ ນັບຕັ້ງແຕ່ທາງການ ທະຫານພະມ້າ ບໍ່ຍອມຮັບຮູ້ ຄວາມມີໄຊຂອງ ຝ່າຍຄ້ານ ພັກສັນນິບາດຊາດ ປະຊາທິປະໄຕ ຂອງ ມາດາມ ອອງຊານຊູຈິ ໃນການເລືອກຕັ້ງ ເທື່ອຫລ້າສຸດ ປີ1990 ໃນພະມ້າ.