ກຸ່ມເສື້ອແດງວ່າ ບໍ່ມີກາຣເຈຣະຈາອີກ
ກຸ່ມປະທ້ວງເສື້ອແດງ ປະຕິເສດ ບໍ່ເຂົ້າຮ່ວມ ກາຣເຈຣະຈາ ກັບຣັຖບາລໄທຽ ອີກຕໍ່ໄປ.
-
ຫວາດ ສີມູນ
2010-03-30 -
-
-
Your browser doesn’t support HTML5 audio
ແນວຮ່ວມປະຊາຊົນ ເພື່ອປະຊາທິປະໄຕ ຕໍ່ຕ້ານຜເດັຈກາຣ ແຫ່ງຊາຕ ຫລື ນປຊ ທີ່ຮູ້ກັນດີວ່າ ກຸ່ມເສື້ອແດງ ປະຕິເສດ ບໍ່ຍອມເຂົ້າຮ່ວມ ກາຣເຈຣະຈາ ກັບຝ່ານຣັຖບາລ ໄທຽ ອີກຕໍ່ໄປ ພ້ອມທັງກຳໜົດ ໃຫ້ມີກາຣຍຸບສະພາ ພາຍໃນ 15 ມື້ ແລະປະກາສໃຫ້ ມີກາຣເລືອກຕັ້ງໃໝ່ ຖ້າບໍ່ດັ່ງນັ້ນ ກໍຈະເພີ່ມມາຕກາຣ ຂອງກາຣປະທ້ວງ ຕໍ່ໄປຈົນ ປະສົບຜົລສຳເຣັຈ.
ຄະນະແກນນຳກຸ່ມ ຄົນເສື້ອແດງ ໃຫ້ຄຳປະເສດ ດັ່ງກ່າວ ພາຍຫລັງມີກາຣ ເຈຣະຈາກັບຝ່າຍ ຣັຖບາລໃນຮອບທີ່ 2 ໃນຕອນຄໍ່າຂອງ ມື້ວັນຈັນ ທີ່ 29 ມີນາ ນີ້ທີ່ທາງ ຝ່າຍເສື້ອແດງ ໂດຽກາຣນຳຂອງທ່ານ ຈະຕຸພອນ ພຣົມພັນ ສືບຕໍ່ກາຣສເນີ ໃຫ້ທ່ານອະພິສິທ ເວຊຊາຊີວະ ນາຍົກຣັຖມົນຕຣີ ຍຸບສະພາ ແລ້ວຈັດໃຫ້ມີ ກາຣເລືອກຕັ້ງໃໝ່ ໃນທົ່ວປະເທສ.
ໃນຂະນະດຽວກັນ ທ່ານອະພິສິທ ກໍສເນີໃຫ້ ດຳເນີນກາຣ ເຈຣະຈາຕື່ມອີກ ເພື່ອຫາວິທີທາງ ແກ້ໄຂບັນຫາ ຄວາມຂັດແຍ່ງ ຣະຫວ່າງກັນ ໂດຽໃຫ້ເອົາ ປະເທສຊາຕ ເປັນຫລັກສຳຄັນ ດັ່ງທີ່ທ່ານໄດ້ກ່າວ ໃນຕອນໜຶ່ງວ່າ:
“ໃນເມື່ອຝ່າຍຣັຖບາລ ຂອງຂ້າພະເຈົ້າ ຍິນດີ ທີ່ຈະນັດໝາຍ ໃຫ້ມີກາຣເຈຣະຈາ ກັນເທື່ອໃໝ່ ແຕ່ແລ້ວພວກທ່ານ ກໍປະຕິເສດ ບໍ່ຍອມ ພິຈາຣະນານັ້ນ ກໍເປັນສິທທິ ຂອງ ພວກທ່ານ”.
ຢ່າງໃດກໍຕາມ ພາຍຫລັງກາຣເຈຣະຈາ ມື້ທີ່ 2 ຣະຫວ່າງສອງຝ່າຍ ໂດຽແຕ່ລະຝ່າຍມີ 3 ຄົນ ຊຶ່ງຝ່າຍຣັຖບາລ ກໍມີ ທ່ານອະພິສິທ ຮວມຢູ່ນຳນັ້ນ ບໍ່ສາມາດທີ່ ຈະຕົກລົງ ກັນໄດ້ ແລະຍິ່ງເຮັດໃຫ້ ທາງແກນນຳຂອງ ຝ່າຍເສື້ອແດງ ເພີ່ມກາຣຮຽກຮ້ອງ ໃຫ້ປະຊາຊົນ ເຂົ້າຮ່ວມກາຣປະທ້ວງ ເພື່ອທວງໃຫ້ຣັຖບາລ ຍຸບສະພາ ຕາມທີ່ພວກຕົນ ໄດ້ເສນີໄປນັ້ນ.