ກອງປະຊຸມ ສຸດຍອດ ສອງຄັ້ງຂອງ ກັມມາທິການ ຮ່ວມມື ທາງເສຖກິດ ຄັ້ງທີ 4 ຊຶ່ງມີ ລາວ ກໍາພູຊາ ພະມ່າ ແລະ ວຽດນາມ ຫລື CLMV ແລະ ຄັ້ງທີ 3 ເອຣະວະດີ ເຈົ້າພະຍາ ແລະ ແມ່ນໍ້າຂອງ ຫລື ACMECS ຊຶ່ງຮວມທັງ ປະເທດໄທ.
ອີງຕາມ ຄໍາຖແລງ ຂອງ ຣັຖມົນຕຣີ ກະຊວງຕ່າງປະເທດ ວຽດນາມ ເປີດເຜີຍ ວ່າ ຜູ້ນໍາຂອງ ຣັຖບານ ຂອງປະເທດ CLMV ແລະ ACMECS ຈະຊອກຊ່ອງທາງ ໃນການ ເອົາມາດຕະການ ທີ່ໄດ້ຕົກລົງກັນໄວ້ ໃນກອງປະຊຸມ ເທື່ອກ່ອນ.
ນັກທຸຣະກິດ ຈາກ ປະເທດ ຮ່ວມກອງປະຊຸມ ແລະ ຜູ້ຕາງໜ້າ ຈາກ ບໍລິສັດ ນາໆຊາດ ຫລາຍຮ້ອຍຄົນ ພ້ອມທັງ ນັກລົງທຶນ ການຄ້າ ຍີ່ປຸ່ນ, ເກົາຫລີໃຕ້, ສະຫະຣັຖ ແລະ ສະຫະພາບ ຢູໂຣບ ຄາດວ່າ ຈະເຂົ້າຮ່ວມ ໃນກອງປະຊຸມ ທີ່ ຈະຍືດໄປຮອດ ວັນສຸກນີ້.
ກອງປະຊຸມ ສຸດຍອດ ACMECS ຄາດວ່າ ຈະສົນທະນາ ກ່ຽວກັບ ການໃຫ້ ຄວາມສະດວກ ທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຣະຫວ່າງ 5 ປະເທດ ສະມາຊິກ ໃນຂະນະດຽວກັນ ກອງປະຊຸມ CLMV ກໍຈະ ໃຫ້ສັຕຍາບັນ ແກ່ໂຄງການ ທີ່ຮີບດ່ວນ ເພື່ອການດໍາເນີນການ ໃນອະນາຄົດ.
ກະແສຂ່າວ ຈາກວຽດນາມ ເປີດເຜີຍວ່າ ກອງປະຊຸມສຸດຍອດ ACMECS ແມ່ນການປະຊຸມ ເສຖກິດການຄ້າ ຣະຫວ່າງ ພວກຜູ້ນໍາ ACMECS ແລະ ນັກທຸລະກິດ ທີ່ຈະສົ່ງເສີມ ການຮ່ວມມື ທາງ ເສຖກິດໂດຍກົງ ຊຶ່ງຈະກວມໃສ່ ກະສິກັມ, ອຸດສາຫະກັມ, ການຄ້າ ແລະ ການລົງທຶນ, ການຂົນສົ່ງ, ການພັດທະນາ ການທ່ອງທ່ຽວ ແລະ ແຮງງານ.