ແຜນຍຸທສາທໃໝ່ ໃນກາຣຕໍ່ສູ້ເພື່ອ ມະນຸສທັມ
ພາຍຫລັງທີ່ພົບເຫັນ ປະຊາຊົນ ດຳເນີນກາຣຕໍ່ຕ້ານ ຣັຖບາລທະຫາຣພະມ້າ ດ້ວຍກາຣໂຮມຊຸມນຸມ ປະທ້ວງຕລອດ ຣະຍະຫລາຍສີບປີ ທີ່ຜ່ານມາ ແຕ່ກໍບໍ່ປາກົດ ຜົລສຳເຣັຈ ແຕ່ປະກາຣໃດ.ເພາະໄດ້ມີກາຣ ປາບປາມຈາກທາງ ກຳລັງທະຫາຣພະມ້າ ມາຢ່າງຕໍ່ເນື່ອງ.
-
ຫວາດ ສີມູນ
2009-08-25 -
-
-
Your browser doesn’t support HTML5 audio
ກາຣທີ່ທາງກາຣພະມ້າ ໄດ້ຕັດສີນໃຫ້ ຍານາງ ອ໊ອງຊານຊູຈີ ຜູ້ນຳພັກຝ່າຍຄ້ານ, ໃຫ້ມີຄວາມຜິດ ແລະ ສືບຕໍ່ກາຣກັກ ບໍຣິເວນຕື່ມຕໍ່ໄປ ໜື່ງປີກັບ6ເດືອນນັ້ນ ເປັນກາຣຢືນຢັນວ່າ ທາງກາຣພະມ້າ, ຈະເຮັດທຸກວິທີທາງ ເພື່ອກີດກັ້ນ ບໍ່ໃຫ້ຜູ້ນຳ ກຸ່ມຝ່າຍຄ້ານໄດ້ມີ ໂອກາດເຂົ້າຮ່ວມ ກາຣເລືອກຕັ້ງ ທີ່ມີກຳໜົດ ຈັດຂື້ນໃນປີ2010 ທີ່ຈະມາເຖີງນີ້ນັ້ນ.
ໃນຂນະດຽວກັນນີ້, ກໍມີບັນດາ ຊາວພະມ້າກຸ່ມໜື່ງ ທີ່ໄດ້ເຣີ່ມປະຕິບັຕ ຕາມແຜນຍຸທສາທ ແບບໃໝ່, ດ້ວຍກາຣໃຫ້ຄວາມ ຊ່ວຍເຫລືອເພື່ອມະນຸສທັມ ໃຫ້ແກ່ປະຊາຊົນ ຜູ້ຍາກຈົນ. ໂດຽສະເພາະ ຈຳພວກທີ່ຈະໄດ້ ຮັບຜົລກະທົບ ຈາກພັຍອັນຕຣາຍ ໄດ້ງ່າຍໆ, ຫລືຈຳພວກ ທີ່ດ້ອຍໂອກາສ. ຊື່ງກາຣຊ່ວຍເຫລືອ ດັ່ງກ່າວກໍຮວມ ທັງດ້ານຢຸກຢາ ເຄື່ອງນຸ່ງຫົ່ມ ເຂົ້າປາອາຫາຣ, ແມ້ກະທັ້ງກາຣ ສົ່ງເສີມໃຫ້ເຂົາເຈົ້າ ໄດ້ຮຽນຮູ້ກ່ຽວກັບ ສິທທິ ຂອງພົລເມືອງ ຫລາຍໆຢ່າງ.
ໂຄງກາຣດັ່ງກ່າວ ຖືກຈັດຕັ້ງຂື້ນມາ ໂດຽບັນດານາຍແພທ, ຫລັງຈາກ ພັຍທັມມະຊາຕ ທີ່ມີລົມພາຍຸ "ນາກີສຕ໌" ເກີດຂື້ນໃນ, ພະມ້າໃນເດືອນ ພຶສພາ 2008, ທີ່ມີຜູ້ເສັຽຊີວີຕ ໄປທັງໝົດ ບໍ່ຕໍ່າກວ່າ 140,000ຄົນນັ້ນ, ຊື່ງເຂົາເຈົ້າໄດ້ ນຳເອົາຄວາມ ຊ່ວຍເຫລືອຕ່າງໆ ໄປແຈກຢາຍໃຫ້ ປະຊາຊົນ, ທີ່ໄດ້ຮັບຜົລ ກະທົບຂາດທີ່ ເພີ່ງພາອາສັຍ ຢູ່ຕາມເຂຕ ຊົນນະບົທ.
ເທົ່າປັຈຈຸບັນ ກໍມີກາຣດຳເນີນ ນຳເອົາເຄື່ອງຂອງ ແລະຢາປົວພຍາຕ ໄປແຈກຢາຍໃຫ້ ແກ່ປະຊາຊົນ, ແລະນອກຈາກນັ້ນ ຍັງໄດ້ເປີດໃຫ້ ມີກາຣສິດສອນ ດ້ານໜ້າທີ່ຂອງ ພົລເມືອງ, ແລະມີອົງກາຣ ການຊ່ວຍເຫລືອຈາກ ຕ່າງປະເທສ ໃຫ້ກາຣ ສນັບສນູນນຳດ້ວຍ.
ທາງຄນະຣີເຣີ່ມ ຫວັງວ່າກາຣໃຫ້ ຄວາມຊ່ວຍເຫລືອ, ພ້ອມກັບກາຣສິດສອນ ວີຊາຄວາມຮູ້ ໃຫ້ປະຊາຊົນ ໄປເທື່ອລະຂັ້ນ ຕອນດັ່ງກ່າວ, ຄົງເປັນກາຣຊ່ວຍ ໃນກາຣເຮັດໃຫ້ມີ ກາຣປ່ຽນໃນພະມ້າ ຕໍ່ໄປໃນອະນາຄົຕ ບໍ່ຫລາຍກໍໜ້ອຍ ໃນວັນໜື່ງ ຂ້າງໜ້າຢ່າງແນ່ນອນ.