ລົມພະຍຸຢູ່ວຽດນາມ ມີຜູ້ເສັຍຊີວິດສີ່ສິບຄົນ

ລົມພະຍຸໃຕ້ຝຸ່ນ ເຂດຮ້ອນ ມິຣິແນ ທີ່ພັດຜ່ານ ແລະສ້າງຄວາມເສັຍຫາຍ ໃຫ້ຟີລິຟປິນ ໃນທ້າຍອາທິດ ຜ່ານມານັ້ນ ໄດ້ພັດເຂົ້າວຽດນາມ ໃນວັນຈັນ ແລະ ເຮັດໃຫ້ມີຜູ້ ເສັຍຊີວິດ ຢ່າງໜ້ອຍ 40 ຄົນ ແລະຫາຍສາບສູນໄປອີກ 11 ຄົນ ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຕ້ານໄພພິບັດ ແຫ່ງຊາດວຽດນາມ ໃນວັນອັງຄານ ນີ້.

ໃນເບື້ອງຕົ້ນ ຄນະກັມມະການ ຄວບຄຸມໄພນ້ຳຖ້ວມ ແລະ ພະຍຸແຫ່ງຊາດວຽດນາມ ເວົ້າວ່າ ພະຍຸໃຕ້ຝຸ່ນ ໄດ້ເຮັດໃຫ້ມີ ຜູ້ເສັຍຊີວິດພຽງ4ຄົນ ແລະ ຫາຍສາບສູນ2
ຄົນ.

ເຈົ້າໜ້າທີ່ວຽດນາມ ກ່າວພາຍຫລັງທີ່ ລົມພະຍຸ ໄດ້ພັດເຂົ້າຊາຍຝັ່ງ ທະເລພາກກາງ ຂອງປະເທດວຽດນາມ ວ່າ ພະຍຸໃຕ້ຝຸ່ນ ໄດ້ເຮັດໃຫ້ມີ ລົມແຮງ ເກີດຝົນຕົກໜັກ ນ້ຳຖ້ວມຢ່າງຮຸນແຮງ ສ້າງຄວາມເສັຍຫາຍ ຢ່າງຫລວງຫລາຍ ເປັນຕົ້ນຢູ່ແຂວງ ຝູອຽນ ແລະແຂວງບິນດິນ.

ໂທຣະທັດແຫ່ງຣັດ ວຽດນາມ ໄດ້ອອກຂ່າວກ່ຽວກັບ ເຫດການ ຢູ່ແຂວງຝູອຽນ ທີ່ເຫັນ ຄົນຄ້າງຢູ່ຫລັງຄາເຮືອນ ກຳລັງເອີ້ນ ພວກເຈົ້າໜ້າທີ່ກູ້ໄພ ຂໍຄວາມຊ່ວຍເຫລືອ ແລະ ເຫັນພວກກູ້ໄພ ພຍາຍາມຊ່ວຍເອົາ ເດັກນ້ອຍແລະຜູ້ເຖົ້າ ໄປໄວ້ສະຖານທີ່ ປອດໄພ.

ທາງການວຽດນາມ ກ່າວວ່າ ກ່ອນໜ້ານັ້ນ ໄດ້ມີການອົພຍົບ ປະຊາຊົນອອກ ຈາກເຂດທີ່ມີ ຄວາມສ່ຽງເກືອບເຖິງ 8,000ຄົນ. ກ່ອນຈະມາເຖິງ ວຽດນາມ ພະຍຸໃຕ້ຝຸ່ນ ມິຣິແນ ໄດ້ເຮັດໃຫ້ມີ ຜູ້ເສັຍຊີວິດ ຢູ່ ຟີລິຟປິນ 19ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org