ສິງກະໂປ ສນັບສນູນ ອາຊຽນ ຮຽກຮ້ອງ ໃຫ້ພະມ້າ ປ່ອຍໂຕ ຍານາງ ອັອງ ຊານ ຊູ ຈິ

ສິງປະໂປ ສນັບສນູນ ຖແລງການ ຂອງໄທ ສະບັບໃໝ່ ເພື່ອຮ່າງຈົດໝາຍ ຈາກສະມາຊິກ ສະມາຄົມ ອາຊຽນ ຮຽກຮ້ອງ ໃຫ້ຣັຖບານ ທະຫານພະມ້າ ນິຣະໂທດ ຍານາງ ອັອງ ຊານ ຊູ ຈິ ຢ່າງເຕັມສ່ວນ ອີງຣາຍງານ ຂອງ ໜັງສືພິມ The Straits Times ຂອງສິງກະໂປ ໃນມື້ວັນທີ 16 ສິງຫານີ້.

ທ່ານຈິ້ມເຫວບກຳລັງໃຫ້ສັມພາດສື່ມວນຊົນທີ່ບາງກອກ ຫລັງຈາກການຢ້ຽມຢາມປະເທດພະມ້າໃນວັນທີ162009 AFP PHOTO/Christophe ARCHAMBAULT 2009-08-16

ທ່ານ ຈັອດຈ໌ ເຢວ, ຣັຖມົນຕຣີ ຕ່າງປະເທດ ສິງກະໂປ, ກ່າວພາຍຫລັງ ທີ່ເປັນເຈົ້າພາບ ລ້ຽງອາຫານຄໍ່າ ໃນເວລາທີ່ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ຕ່າງປະເທດໄທ ຢ້ຽມຢາມສິງກະໂປ ວ່າສິງກະໂປ ສນັບສນູນ ແຜນການຂອງໄທ ທີ່ຮິບໂຮມເອົາ ຈົດໝາຍຈາກ ສະມາຊິກ ປະເທດອາຊຽນ.

ພ້ອມດຽວກັນນັ້ນ ທ່ານ ກະສິດ ກ່າວວ່າ ປະເທດມະເລເຊັຍ ແລະ ອິນໂດເນເຊັຍ ກໍສນັບສນູນ ແຜນການດັ່ງກ່າວ ເຊັ່ນດຽວກັນ ແລະວ່າຈົດໝາຍ ດັ່ງກ່າວ ຈະສໍາເຣັດ ພາຍໃນ 2ສັປດານີ້.

ປະເທດໄທຍ໌ ໃນຖານະເປັນ ປະທານອາຊຽນ ໃນປັດຈຸບັນ ພວມນໍາພາໃນການ ແກ້ໄຂບັນຫາ ດັ່ງກ່າວຊຶ່ງການ ກະທໍາຂອງຣັຖບານ ທະຫານພະມ້ານັ້ນ ທໍາລາຍຊື່ສຽງ ຂອງສະມາຄົມ ອາຊຽນ.

ທ່ານ ເຢວ ກ່າວຕື່ມວ່າ ຈົດໝາຍ ດັ່ງກ່າວນັ້ນ ຍັງຈະຮຽກຮ້ອງ ໃຫ້ອະນຸຍາດ ຍານາງ ອັອງ ຊານ ຊູ ຈິ  ເຂົ້າຮ່ວມ ການແຂ່ງຂັນ ການເລືອກຕັ້ງ ທີ່ຈະມີຂຶ້ນ ໃນພະມ້າ ໃນປີໜ້າ. ພ້ອມກັບຮຽກຮ້ອງ ໃຫ້ສ້າງຄວາມ ປອງດອງຊາດ ຣະຫວ່າງຣັຖບານ ທະຫານພະມ້າ ແລະພັກຝ່າຍຄ້ານ ອີກດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org