ແຜ່ນດິນໄຫວ ໃຕ້ພື້ນທະເລ ຊຸນາມິ ທີ່ເກາະຊາມົວ
ມີຄົນເສັຽຊີວິດ ກວ່ານື່ງຮ້ອຍຄົນແລ້ວ ຈາກເຫດແຜ່ນດິນໄຫວ ໃຕ້ພື້ນທະເລ ຊຸນາມິ ທີ່ເກາະຊາມົວ ທີ່ມະຫາສະມຸດ ປາຊີຟີກຕອນໃຕ້ ໃກ້ກັບ ຣັຖຮາວາຍ.
-
ສິດນີ
2009-10-01 -
-
-
Your browser doesn’t support HTML5 audio
ເຫດການທີ່ເກີດ ຈາກແຜ່ນດີນໄຫວ ໃຕ້ທະເລ ຊຸນາມິ ທີ່ມີຄວາມແຮງ ເຖີງ8.0ຂອງເຄື່ອງ ວັດແທກເຣັກເຕີ ທີ່ຖະລົ່ມເກາະ ຊາມົວຄັ້ງນີ້ ເຮັດໃຫ້ຄົນເສັຽ ຊີວີດແລ້ວ ຢ່າງນ້ອຍນື່ງຮ້ອຍຄົນ ອີງຕາມຄຳໃຫ້ການ ຂອງເຈົ້າຫນ້າທີ່ ໜ່ວຍກູ້ພັຍ ທີ່ເມືອງເອເປັຍ ຊື່ງເປັນເມືອງຫລວງ ຂອງເກາະຊາມົວ.
ຫລາຍຫູມ່ບ້ານທີ່ ຕັ້ງຕິດກັບທະເລ ຖືກທຳລາຍລົງ ແລະການເສັຽຊີວີດ ກໍຄາດວ່າຈະ ເພີ້ມຂື້ນຫລັງຈາກ ສີ້ນສຸດການກູ້ພັຍ ຊື່ງປັດຈຸບັນນີ້ ເຈົ້າຫນ້າທີ່ຍັງ ຊອກຫາຊາກສົບ ໃນບ່ອນທີ່ຖືກ ເຄາະຮ້າຍນັ້ນຢູ່. ຄວາມແຮງຂອງ ຊຸນາມິ ໄດ້ສົ່ງຄື້ນທະເລ ເຂົ້າໄປໃນພື້ນດິນ ກວ່າ800ແມັດ.
ຍັງບໍ່ຮູ້ວ່າ ໃນເວລານີ້ ຈະມີພວກນັກ ທ່ອງທ່ຽວ ຫາຍສາບສູນ ຫລືເສັຽຊີວີດ ຫລາຍເທົ່າໃດ. ດັ່ງເຈົ້າຫນ້າທີ ຈາກໜ່ວຍກູ້ພັຍ ຄົນນື່ງເວົ້າວ່າ:
"ການເຕືອນເຫດ ຊູນາມີ ໄດ້ມີຂື້ນຫລັງຈາກ ແຜ່ນດີນໃຫວ ບໍ່ພໍເທົ່າໃດນາທີ ແລະປະຊາຊົນ ໃນພື້ນທີ່ຕໍ່າ ກໍ່ພາກັນໜີ ຂື້ນໄປພື້ນທີ່ສຸງ ຢ່າງກະທັນຫັນ ບໍ່ດັ່ງນັ້ນແລ້ວ ອາດຈະມີຜູ້ເສັຽ ຊີວິດຫລາຍກວ່ານີ້."
ຫ້ອງການ ທໍຣະນີວິທຍາ ສະຫະຣັຖ ໄດ້ວັດແທກຄວາມແຮງ ຂອງແຜ່ນດີນໄຫວ ຈາກຈຸດສູນກາງປະມານ 204 ກິໂລແມດຫ່າງ ຈາກເກາະຊາມົວ ພາກຕາເວັນຕົກ ສ່ຽງໃຕ້ວ່າ ມີຄວາມແຮງເຖີງ 8.0 ເຣັກເຕີ ຫັລງຈາກ ການຄາດຄະເນ ຄັ້ງແຣກມີຢູ່ ປະມານ8.3ເຣັກເຕີ, ແລະກໍ່ມີ ການສັ່ນສະເທືອນ ຕີດຕາມມາ ສອງຄັ້ງດ້ວຍຄວາມ ແຮງປະມານ 5.6ແລະ5.8 ຂອງເຄື່ອງວັດແທກ ເຣັກເຕີ ໃນເຂດມະຫາສະມຸດ ປາຊີຟີກຕອນໃຕ້.
ເກາະຊາມົວ ແບ່ງເປັນສອງພາກ ຄື: American Samoa ແລະWestern Samoa. ສ່ວນໃຫຍ່ປາກ ພາສາອັງກີດ ແລະພາສາທ້ອງຖີ່ນ ໃກ້ກັບຣັຖຮາວາຍ ສະຫະຣັຖ ອະເມຣິກາ.