ເກົາຫລີໃຕ້ ກະຕຣຽມຍິງຈຣວດ ເປັນຄັ້ງທໍາອິດ
4ເດືອນ ຫລັງຈາກເກົາຫລີເໜືອ ຍີງແລະກໍຖືກໂຕ້ຕອບດ້ວຍ ມາຕການລົງໂທດ ທີ່ໜັກຂຶ້ນຈາກສະຫະປະຊາຊາດ.
-
ມະນີຈັນ
2009-08-19 -
-
-
Your browser doesn’t support HTML5 audio
ເກົາຫລີເໜືອໄດ້ເຕືອນ ກ່ອນໜ້ານີ້ວ່າ ຈະຕິດຕາມຢ່າງໃກ້ຊິດ ເພື່ອເບີ່ງວ່າ ປະຊາຄົມສາກົນ ຈະຕອບໂຕ້ແນວໃດ ຕໍ່ການຍີງຈຣວດ ຂອງເກົາຫລີໃຕ້ ໃນວັນພຸດນີ້.
ເມື່ອເດືອນເມສາ ທີ່ຜ່ານມາເກົາຫລີເໜືອ ອ້າງວ່າຕົນໄດ້ ຍີງດາວທຽມ ຂຶ້ນສູ່ອາວະກາດ ແຕ່ສະຫະຣັດ ອະເມຣິກາ ຍີ່ປຸ່ນ ແລະເກົາຫລີໃຕ້ ຫາກເຊື່ອວ່າ ເປັນການທົດ ລອງ technology ຈະຣວດນໍາວິຖີ ຂອງເກົາຫລີເໜືອ ຊຶ່ງ ສະຫະປະຊາຊາດ ໄດ້ອອກຂໍ້ຫ້າມນັ້ນ.
ເຈົ້າໜ້າທີ່ເກົາຫລີໃຕ້ ເວົ້າວ່າການຍີງຈະຣວດ ເພື່ອສົ່ງດາວທຽມ ສັງເກດການ ຂອງຕົນເທື່ອນີ້ ມີເປົ້າໝາຍທາງ ສັນຕິແລະກໍ ຈະດໍາເນີນໄປ ແບບໂປ່ງໃສຊຶ່ງ ເກົາຫລີໃຕ້ ຫວັງວ່າຈະຊ່ວຍ ສົ່ງເສີມເປົ້າໝາຍ ເປັນມະຫາອໍານາດ ອາວະກາດ ປະເທດນຶ່ງໃນພາກພື້ນ.
ກະຊວງວິທຍາສາດ ເກົາຫລີໃຕ້ ເວົ້າວ່າການຍີງ ຈະຣວດລູກທໍາອິດ ຂອງເກົາຫລີໃຕ້ ທີ່ສ້າງຂຶ້ນໂດຍ ໄດ້ຮັບການຮ່ວມມື ກັບຣັດເຊັຽນັ້ນ ກໍານົດຍີງຈາກ ສູນອາວະກາດ ໃນເກາະທາງຕອນໃຕ້ ຂອງກຸງໂຊລ ແລະຖ້າປະສົບ ຄວາມສໍາເຣັດ ກໍຈະໝາຍເຖິງ ການຍີງຈະຣວດ ຂຶ້ນອາວະກາດ ເທື່ອທໍາອິດຈາກ ດິນແດນ ຂອງເກົາຫລີໃຕ້.
ນັບແຕ່ປີ 1992 ມາເກົາຫລີໃຕ້ ໄດ້ຍີງດາວທຽມ 11ຫນ່ວຍຈາກຖານ ໃນຕ່າງປະເທດ ໂດຍອາໃສຈະຣວດ ທີ່ຜລິດໃນຕ່າງ ປະເທດທັງໝົດ. ແລະວ່າການຍີງ ຈະຣວດ2ທ່ອນ ທີ່ໃຫ້ຊື່ວ່າ KSLV-I ຈະຕິດຫົວດາວທຽມ ທີ່ຜລິດຢູ່ພາຍໃນ ເກົາຫລີໃຕ້ເອງ ເພື່ອສັງເກດ ບັນຍາກາດໂລກ ແລະມະຫາສມຸດ.
ການຍີງຈະຣວດ ຄັ້ງນີ້ໃນເບື້ອງຕົ້ນ ກໍານົດໃສ່ວັນທີ30 ກໍຣະກະດາ ຜ່ານມາແຕ່ຕ້ອງ ໄດ້ເລື່ອນໄປ ຍ້ອນມີບັນຫາ ທາງດ້ານເທັກນິກ. ມະຫາອໍານາດ ອາວະກາດເຂດ ເອເຊັຽຂນະນີ້ມີ ຈີນ ຍີ່ປຸ່ນ ແລະອິນເດັຽ.
ຍີ່ປຸ່ນ ໄດ້ຍີງດາວທຽມ ຫລາຍຫນ່ວຍແລ້ວ ຂນະທີ່ອິນເດັຽ ມີດາວທຽມໂຄຈອນ ດວງເດືອນ. ສ່ວນຈີນ ກໍໄດ້ສົ່ງ ນັກອາວະກາດ Yang Liwei ຂຶ້ນອາວະກາດ ເມື່ອປີ 2003.