ຜູ້ຊະນະແມ່ນ Mahmoud Ahmadinejad

ພາຍຫລັງ ກາຣເລືອກຕັ້ງ ປະທານາທິບໍດີ ຂອງອີຣ່ານ ໃນມື້ວັນທີ່ 12 ມີຖຸນາ ຜ່ານມານີ້ ແລະມີກາຣ ປະກາດຢ່າງເປັນ ທາງກາຣ ວ່າ: ທ່ານ Mahmoud Ahmadinejad ເປັນຜູ້ຊະນະ ແລະດຳຣົງ ຕຳແໜ່ງຕໍ່ໄປ.

ທ່ານ Mir Hossein Mousavi ພ້ອມດ້ວຍ ປະຊາຊົນ ຜູ້ສນັບສນູນ ທ່ານເກີດຄວາມ ບໍ່ພໍໃຈນຳ ຜົລກາຣເລືອກຕັ້ງ ເພາະຖືເປັນກາຣ ເລືອກຕັ້ງທີ່ບໍ່ ຂາວສະອາດ ຍ້ອນມີກາຣຊື້ ບັຕຄະແນນສຽງ ແລະສໍ້ໂກງ ຕ່າງໆນາໆ ເຮັດໃຫ້ ປະຊາຊົນ ນັບເປັນພັນໆ ຄົນລົງທ້ອງ ຖນົນປະທ້ວງ ແຕ່ມື້ວັນເສົາ ທີ່13 ມີຖຸນາ ມາຢ່າງຕໍ່ເນື່ອງ ເພື່ອທວງໃຫ້ ຄນະກັມມະກາຣ ກາງລົບລ້າງຜົລ ຂອງກາຣເລືອກຕັ້ງ ແລະຈັດໃຫ້ມີ ກາຣເລືອກຕັ້ງ ຄືນໃໝ່ຕາມຫລັກ ປະຊາທິປະໄຕ.

ເພື່ອສະກັດກັ້ນ ແລະປ້ອງກັນ ບໍ່ໃຫ້ມີ ເຫຕຮ້າຍເກີດຂື້ນ ທາງເຈົ້າໜ້າທີ່ ຕຳຣວຈ ແລະໜ່ວຍປ້ອງກັນ ຄວາມສງົບ ເຂົ້າປາບປາມ ເຮັດໃຫ້ມີ ຜູ້ໄດ້ຮັບບາຕເຈັບ ກວ່າ ຮ້ອຍຄົນ ແລະເສັຽຊີວີຕ ໄປທັງໝົດ ບໍ່ຕໍ່າກວ່າ 10ຄົນ ອັນເປັນເຫຕໃຫ້ ຜູ້ນຳໃນຫລາຍ ປະເທສປະນາມ ກາຣປາບປາມ ປະຊາຊົນ ຂອງເຈົ້າໜ້າທີ່ ອີຣ່ານດັ່ງກ່າວ ແລະຢາກໃຫ້ມີ ກາຣແກ້ໄຂ ໂດຽສັນຕິວີທີ.

ໃນຂນະດຽວກັນ ທາງກາຣ ສະຫະຣັຖ ກໍຢືນຢັນທີ່ ຈະບໍ່ເຂົ້າ ຫຍຸ້ງກ່ຽວເພາະເປັນ ບັນຫາພາຍໃນ ດັ່ງທີ່ ປະທານາທິບໍດີ ທ່ານ Barack Obama ໄດ້ກ່າວຕອບ ຂໍ້ຂ້ອງໃຈ ຄາວທີ່ໃຫ້ ສັມພາສກັບ ທາງອົງກາຣຂ່າວ CBS ໃນຕອນໜື່ງວ່າ:

ທ່ານວ່າ: “ສີ່ງສຸດທ້າຍອັນໜື່ງ ທີ່ທາງກາຣ ສະຫະຣັຖ ບໍ່ຄວນເຮັດນັ້ນ ກໍຄືກາຣເຂົ້າ ໄປມີສ່ວນກີດກັ້ນ ຫລືສ້າງໃຫ້ ເກີດບັນຫາ ຕື່ມອີກ ທີ່ອາຈເຮັດ ໃຫ້ກຳລັງ ປະຊາຊົນ ນຳມາເປັນຂໍ້ ອ້າງວ່າເຂົ້າຫຍຸ້ງ ກ່ຽວບັນຫາ ພາຍໃນຂອງທາງ ກາຣອີຣ່ານນັ້ນ”

ຊື່ງຜູ້ນຳ ສະຫະຣັຖ ກໍໄດ້ເນັ້ນວ່າ ບໍ່ແມ່ນກາຣ ຂັດແຍ່ງຣະຫວ່າງ ສະຫະຣັຖ ຫລືປະເທສ ຕາເວັນຕົກ ກັບອີຣ່ານແຕ່ ຢ່າງໃດ ແຕ່ຫາກເປັນ ບັນຫາຂອງ ປະຊາຊົນ ຊາວອີຣ່ານ ທຸກໆຄົນທີ່ ຈະສາມາດ ແກ້ໄຂໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org