ກາຣລັກລອບປູກຝິ່ນ ໃນເຂຕສາມຫລ່ຽມຄຳ
ຍັງມີກາຣລັກລອບ ປູກແລະຜລິຕຢາຝິ່ນ ຢ່າງຫລວງຫລາຍ ໃນເຂຕ 3 ຫລ່ຽມຄຳ.
-
ຫວາດ ສີມູນ
2009-12-15 -
-
-
Your browser doesn’t support HTML5 audio
ອົງກາຣສະຫະປະຊາຊາຕ ໄດ້ອອກຣາຍງານ ໃນມື້ວັນຈັນທີ່ 14 ທັນວາ ນີ້ວ່າຍັງມີກາຣ ລັກລອບປູກແລະຜລິຕຢາຝິ່ນ ຢ່າງຫລວງຫລາຍໃນເຂຕ 3 ຫລ່ຽມຄຳ ຕາມບໍຣິເວນເຂຕຊາຍແດນ ຣະຫວ່າງ ສປປລາວ ໄທຽ ແລະພະມ້າ ໃນປີ 2009 ນີ້ ທີ່ມີເພີ່ມຂຶ້ນ ບໍ່ຕໍ່າກວ່າ 11% ແລະ ວ່າສາເຫຕສຳຄັນ ທີ່ມີກາຣຜລິຕຢາຝິ່ນ ເພີ່ມຂຶ້ນຕື່ມນັ້ນ ກໍຍ້ອນບັນຫາ ກາຣເມືອງໃນພະມ້າ ແລະຄວາມຕ້ອງກາຣ ຕາມຕລາດມືດໃນເມືອງລາວ ດັ່ງທີ່ທ່ານ Gary Lewis ເຈົ້າໜ້າທີ່ຫ້ອງກາຣ ອົງກາຣສະຫະປະຊາຊາຕ ດ້ານຢາເສພຕິດ ແລະອາຊຍາກັມ ປະຈຳເຂຕ ເອເຊັຽແລະປາຊີຟິກ ຫລື UNODC ໄດ້ກ່າວໃນຕອນໜຶ່ງວ່າ:
(There are being produced in another part of the region as well…) ທ່ານວ່າ “ມີກາຣຜລິຕຢາ ຝິ່ນແລະຢາເສພຕິດ ປະເພທອື່ນໆ ໃນເຂຕເອເຊັຽ ໃນສປຈີນ ໄທຽ ແລະ ລາວ ເຊັ່ນກັນ ແຕ່ສະເພາະຢູ່ໃນ ປະເທສພະມ້ານັ້ນ ນອກຈາກທີ່ມີ ກາຣຜລິຕແລ້ວ ຍັງມີກາຣລັກລອບ ນຳສົ່ງຂ້າມຊາຍແດນ ໄປຍັງປະເທສ ເພື່ອນບ້ານຕລອດມາ ຢ່າງໜ້າເປັນຫ່ວງ”.
ເຈົ້າໜ້າທີ່ອົງກາຣ UNODC ດັ່ງກ່າວ ໃຫ້ກາຣຢືນຢັນວ່າ ກາຣປູກຝິ່ນໃນ ເຂຕ 3 ຫລ່ຽມຄຳປີນີ້ ໄດ້ເພີ່ມຂຶ້ນເຖິງ 33,811 ເຮັກຕ໊າຣ໌ ທຽບໃສ່ 30,388 ເຮັກຕ໊າຣ໌ ໃນປີທີ່ຜ່ານມາ ຊຶ່ງເຂຕດັ່ງກ່າວ ໃນສິບກວ່າປີຜ່ານມາ ເປັນເຂຕທີ່ມີກາຣ ຜລິຕຢາຝິ່ນຫລາຍກວ່າ 70% ຂອງຢາຝິ່ນທີ່ຖືກ ລັກລອບສົ່ງອອກຂາຍ ໄປຕາມຕລາດມືດ ໃນທົ່ວໂລກ.
ເຈົ້າໜ້າທີ່ອົງກາຣ ສະຫະປະຊາຊາຕ ດັ່ງກ່າວໄດ້ເນັ້ນວ່າ ເຖິງແມ່ນກາຣປູກຝິ່ນ ໃນເຂຕ 3 ຫລ່ຽມຄຳໄດ້ຫລຸດ ລົງຈາກພື້ນທີ່ປະມານ 157,900 ເຮັກຕ໊າຣ໌ໃນປີ 1988 ມາເຫລືອປະ ມານ 24,157 ເຮັກຕ໊າຣ໌ໃນປີ 2006 ຜ່ານມາກໍຕາມ ແຕ່ທ່ານເປັນຫ່ວງນຳ ບັນຫາມີປະກົດ ເຫັນມີກາຣປູກ ແລະຜລິຕເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ ໂດຽສະເພາະທີ່ມີ ກາຣເພີ່ມເຖິງ 47% ໃນພະມ້າ ແລະບໍ່ຕໍ່າກວ່າ 19% ໃນ ສປປລາວ ແລະວ່າ ສະເພາະໃນໄທຽ ຍັງປະກົດມີກາຣ ຫລຸດລົງ ທີ່ຍັງເຫລືອພຽງປະມານ 211 ເຮັກຕ໊າຣ໌ເທົ່ານັ້ນ ໃນປີນີ້.