ເກົາຫລືເໜືອ ມີເປົ້າໝາຍ ຈຳກັດສິດແມ່ຍິງ
ນັກສືບສວນ ຂອງ ສະຫະປະຊາຊາດ ວ່າ ເກົາຫລືເໜືອ ມີເປົ້າໝາຍ ຈຳກັດສິດແມ່ຍິງ.
-
ອາວະຣີ
2009-10-28 -
-
-
Your browser doesn’t support HTML5 audio
ຣະບອບການປົກຄອງ ຂອງເກົາຫລີເໜືອ ມີເປົ້າໝາຍເຮັດ ໃຫ້ແມ່ຍິງຖືກ ຈຳກັດສິດ ໃນການ ເປີດຕລາດສ່ວນຕົວ, ຕັດສິດຄອບຄົວ ໃນແຫລ່ງສຳຄັນ ຂອງອາຫານ ແລະລາຍໄດ້ ໃນເວລາທີ່ມີ ການຂາດແຄນ ອາຫານຫລາຍ ເພີ່ມຂື້ນຢູ່ນີ້: ຕາມຄຳເວົ້າຂອງ ຜູ້ລາຍງານດ້ານ ສິດທິມະນຸດ ຂອງສະຫະ ປະຊາຊາດ ໃນວັນຈັນ ທີ່ຫາກໍ ຜ່ານມານີ້.
ທ່ານ Vitit Muntarbhorn ຜູ້ທີ່ໄດ້ເວົ້າ ກ່ຽວກັບ ສະພາບສິດທິມະນຸດ ຢູ່ເກົາຫລີເໜືອ ໃນລາຍງານຢ່າງ ຮຸນແຮງ ຕໍ່ສະມັດຊາໃຫຍ່ ສະຫະປະຊາຊາດ ນັ້ນ ກ່າວວ່າ ສະພາບຂອງແມ່ຍິງ ເກົາຫລີເໜືອ ແມ່ນຂີ້ຮ້າຍ ແລະ ຂີ້ຮ້າຍມາເປັນ ເວລາຫລາຍປີ.
ທ່ານວ່າ ແມ່ຍິງທີ່ມີ ອາຍຸຫລຸດ 49 ປີ ຖືກຫ້າມບໍ່ໃຫ້ ເຮັດການຄ້າຂາຍ ແລະ ຣະບອບການປົກຄອງ ເກົາຫລີເໜືອ ໄດ້ຫ້າມພວກແມ່ຍິງ ບໍ່ໃຫ້ນຸ່ງສົ້ງ ຫລື ຂີ່ຣົດຖີບ ອັນເປັນການເຮັດ ໃຫ້ມີຄວາມຫຍຸ້ງຍາກ ຫລາຍຂື້ນ ໃນການເຄື່ອນໃຫວ ທາງດ້ານການ ຕະຫລາດ ຊື້-ຂາຍ.
ທ່ານເວົ້າຕື່ມວ່າ ມີລາຍງານທີ່ໄດ້ ເປີດເຜີຍກ່ຽວກັບ ການປະທະກັນ ຣະຫວ່າງ ພວກແມ່ຍິງໜຸ່ມ ແລະ ເຈົ້າໜ້າທີ່ທາງການ ຍ້ອນຄວາມຕຶງຄຽດ ຕໍ່ນະໂຍບາຍ ຂອງຜູ້ນຳ ເກົາຫລີເໜືອ ໃນບັນຫາການ ຂາດແຄນອາຫານຫລາຍ ແລະ ການປະຕິເສດ ບໍ່ຮັບເອົາການ ຊ່ວຍເຫລືອດ້ານອາຫານ ຂອງສາກົນ.
ທ່ານ Vitit Muntarbhorn ສາສດາຈານໄທ ດ້ານກົດໝາຍ ຊຶ່ງເປັນຜູ້ລາຍງານ ຫລືເປັນ ຜູ້ສືບສວນ ກ່ຽວກັບສະພາບ ສິດທິມະນຸດ ຢູ່ເກົາຫລີເໜືອ ມາແຕ່ປີ 2004 ກ່າວຢູ່ທີ່ ສຖາບັນເສຖກິດ ເກົາຫລີ ວ່າ ເປັນຫຍັງຈຶ່ງມີ ການຄວບຄຸມ, ມີການຈຳກັດ ສິດແບບ ນີ້ຕື່ມອີກ? ນັ້ນ ກໍຍ້ອນວ່າທາງ ການເກົາຫລີເໜືອ ຢ້ານວ່າຈະຄອບງໍາ ປະຊາຊົນບໍ່ໄດ້ ແລະ ຕ້ອງການ ໃຫ້ປະຊາຊົນ ຂື້ນກັບຣັດ, ຂື້ນກັບອຳນາດ ການປົກຄອງຂອງຕົນ.