ເກົາຫລີເໜືອສັ່ງຍິງ ປະຊາຊົນ ທີ່ລັກລອບອອກປະເທດ
ເກົາຫລີເໜືອມີຄໍາສັ່ງ ໃຫ້ທະຫານຊາຍແດນ ຍິງຊາວເກົາຫລີເໜືອ ທີ່ພຍາຍາມໂຕນໜີ ຈາກປະເທດ.
-
ສົມເນ
2009-12-07 -
-
-
Your browser doesn’t support HTML5 audio
ເກົາຫລີເໜືອອອກຄໍາສັ່ງ ໃຫ້ທະຫານຍາມຊາຍແດນ ຍິງຄົໃດກໍດີ ທີ່ຂ້າມເຂດຊາຍແດນ ໂດຍບໍ່ໄດ້ຮັບອະນຸຍາດ. ການອອກຄໍາສັ່ງດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ ຊາວເກົາຫລີເໜືອ ໂດຍສະເພາະ ຊົນຊັ້ນທີ່ມີລາຍໄດ້ ດີພໍປານກາງ ຫລືວ່າພໍຄ້າຊາວຂາຍ ລາຍໃຫຍ່ໂຕນໜີຈາກ ປະເທດ ຍ້ອນເກົາຫລີເໜືອ ປະກາດປ່ຽນເງິນວົນ ໃໝ່.
ຕາມລາຍງານຂອງອົງ ການຂ່າວເອພີ ທີ່ອ້າງຕາມໜັງສືພິມ Chosun Ilbo ລາຍງານວ່າພໍ່ຄ້າຊາວຂາຍ ຂນາດກາງແລະລາຍຍ່ອຍ ໃນເກົາຫລີເໜືອ ມີຄວາມຄຽດ ແຄ້ນຫລາຍ ທີ່ຣັຖບານເກົາຫລີເໜືອ ປະກາດປ່ຽນເງິນໃໝ່ ໂດຍກະທັນຫັນ. ໃນວັນຈັນຜ່ານມານີ້ ທາງການເກົາຫລີເໜືອ ໄດ້ປະກາດໃຫ້ ປະຊາຊົນ ຂອງຕົນ ແລະ ສະຖານທູດ ຕ່າງປະເທດເອົາເງິນ ວົນເກົ່າໄປປ່ຽນ ເອົາເງິນວົນໃໝ່ ໃນຈໍານວນທີ່ທາງການ ອະນຸມັດໃຫ້. ສ່ວນເຫລືອນັ້ນ ຣັຖບານບອກວ່າ ໃຫ້ນໍາໄປຝາກ ທະນາຄານຣັຖໄວ້, ແຕ່ຊາວເກົາຫລີເໜືອ ຈໍານວນນື່ງບໍ່ແນ່ໃຈວ່າ ປານໃດຈະໄດ້ເງິນ ຈໍານວນນັ້ນຄືນມາ.
ທາງການເກົາຫລີເໜືອ ກໍານົດອັຕຣາການແລກປ່ຽນ 100 ວົນເກົ່າ ຕໍ່ 1 ວົນໃໝ່. ເມື່ອຕອນຕົ້ນໆນັ້ນ ທາງການເກົາຫລີເໜືອ ກໍານົດການແລກປ່ຽນວ່າ ເງິນວົນເກົ່າ 145 ວົນຕໍ່ $1 us, ແຕ່ຕໍ່ມາ ກ່ອນຈະຊື້ 1ໂດລາ ສະຫະຣັຖໄດ້ ຕ້ອງໃຊ້ເງິນ 3,000 ກວ່າ ວົນ.