ຣັຖບານພັດຖີ່ນ ຈັດຕັ້ງ ຂະບວນການ ເພື່ອ ປະຊາທິປະໄຕ ໃນອິນໂກເນເຊັຍ
ຣັຖບານພັດຖີ່ນພະມ້າ ແລະກຸ່ມຝ່າຍຄ້ານຕ່າງໆ ໄດ້ຈັດຕັ້ງຂະບວນການ ປະຊາທິປະໄຕ ຂຶ້ນໃນວັນພຣະຫັດ ທີ່ຜ່ານມາ.
-
ມະນີຈັນ
2009-08-14 -
-
-
Your browser doesn’t support HTML5 audio
ຂະບວນການເພື່ອ ປະຊາທິປະໄຕ ແລະ ສິດທິຄວາມມີສັນຊາດ ຂອງບັນດາເຜົ່າຊົນ ພະມ້າ ໄດ້ລິເລີ່ມໂຄສະນາ ຂໍ້ສເນີເພື່ອຄວາມ ປອງດອງຊາດ ໃນຕອນທ້າຍຂອງ ກອງປະຊຸມທີ່ກຸງ Jakarta ປະເທດອິນໂດເນເຊັຽ.
ຂະບວນການດັ່ງກ່າວ ປະກອບດ້ວຍ ຣັຖບານປະສົມ ຜັດຖີ່ນແຫ່ງຊາດ ສະຫະພາບພະມ້າ ແລະອີກ6ກຸ່ມ ເພື່ອປະຊາທິປະໄຕ ແຕ່ຫາກບໍ່ມີ ສັນນິບາດຊາດ ປະຊາທິປະໄຕ ພັກNLD ຊຶ່ງເປັນພັກຝ່າຍຄ້ານ ຣັຖບານທີ່ນໍາພາ ໂດຍມາດາມ ອັອງຊານຊູຈິ ທີ່ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ທົ່ວໄປໃນພະມ້າ ເມື່ອປີ1990ນັ້ນ ຮ່ວມນໍາແຕ່ຢ່າງໃດ.
ທ່ານ Sein Win ນາຍົກຣັຖມົນຕຣີ ຣັຖບານພັດຖີ່ນ ກ່າວວ່າຂັ້ນຕອນ ຄວາມຖືກຕ້ອງປອງດອງ ຈະບໍ່ສໍາເຣັດ ແລະການເລືອກຕັ້ງ ໃນປີ2010 ຕາມແຜນຂອງ ຣັຖບານພະມ້ານັ້ນ ກໍຈະບໍ່ມີຄວາມ ເປັນໜ້າເຊື່ອຖື ຖ້າຫາກວ່າ ມາດາມ Suu Kyi ບໍ່ຖືກປ່ອຍຕົວ ແລະ ໃຫ້ເຄື່ອນໃຫວທາງ ການເມືອງໄດ້ຄືນອີກ ຮວມທັງນັກໂທດ ການເມືອງຄົນອຶ່ນໆດ້ວຍ.
ປະກາດຖແລງການ ຂອງຂະບວນການ ດັ່ງກ່າວ ທີ່ໄດ້ຮັບການ ສນັບສນູນຈາກ ອະດີດສະມາຊິກພັກ NLD ແລະລີ້ໄພຢູ່ຕ່າງປະເທດ ຮັບຮູ້ເຖິງບົດບາດ ທາງການເມືອງ ທີ່ສໍາຄັນຂອງທາງ ການທະຫານພະມ່າ ໃນເຫດການປ່ຽນໄປ ສູ່ປະຊາທິປະໄຕ.
ບັນດາຜູ້ຈັດຕັ້ງ ເວົ້າວ່າກອງປະຊຸມ ຖືກກຳຈັດຍ້ອນຂໍ້ຫ້າມ ຂອງທາງຕໍາຣວດ ພາຍຫລັງທີ່ສຖານທູດ ພະມ້າ ໄດ້ຈົ່ມວ່າຕໍ່ຣັຖບານ ອິນໂດເນເຊັຽ. ໂຄສົກກະຊວງ ການຕ່າງປະເທດ ອິນໂດເນເຊັຽ ເວົ້າວ່າ ອິນໂດເນເຊັຽ ບໍ່ສາມາດ ອະນຸຍາດໃຫ້ ຣັຖບານພັດຖີ່ນ ເປີດປະຊຸມກັນໄດ້ ໃນດິນແດນຂອງຕົນ.
ສະມາຊິກສະພາ ທ້ອງຖີ່ນຫລາຍຄົນ ໄດ້ພົບປະ ເຈຣະຈາກັບ ບັນດານັກເຄື່ອນໃຫວ ຝ່າຍຄ້ານທີ່ລີ້ໄພ ຢູ່ນອກປະເທດນັ້ນ ເພື່ອສະແດງອອກ ຄວາມເອກກະພາບ ກັບຂະບວນການ ປະຊາທິປະໄຕ ຂອງພະມ້າ ນາຍົກຣັຖມົນຕຣີ ຣັຖບານພັດຖີ່ນ ພະມ້າກ່າວ.