ອີຣ່ານ ປິດບັງເຫດການ ໃນປະເທດ

ອີຣ່ານ ຫ້າມບໍ່ໃຫ້ ຜູ້ສື່ຂ່າວ ຕ່າງປະເທດ ເຜີຍແຜ່ ຂ່າວເຫດການ ຊຸມນຸມປະທ້ວງ ທີ່ເກີດຂື້ນ ພາຍໃນປະເທດ ໃນປັດຈຸບັນ.

IRAN,Tehran: ປະຊາຊົນ ອີຣ່ານທີ່ໃຫ້ ການສນັບສນູນ Mir Hossein Mousavi ກຳລັງຍົກ ທຸງສີຂຽວ ຊຶ່ງເປັນທຸງ ສັນຍະລັກ ຂອງການ ຫາສຽງເລືອກຕັ້ງ Photo: AFP

ສຽງປະທ້ວງ ຜົນຂອງການ ເລືອກຕັ້ງຢູ່ ອີຣ່ານ ທີ່ຖືກສົ່ງອອກ ທາງອິນເຕີແນຕ ແຕ່ທາງການ ອີ່ຣ່ານ ຫ້າມອົງການ ຂ່າວຕ່າງປະເທດ ລາຍງານສະພາບ ການໂດຍກົງ ອອກຕ່າງປະເທດ ແລ້ວ.

ມື້ວັນອັງຄານ ນີ້ຣັຖບານ ອີ່ຣ່ານ ປະກາດຫ້າມ ແຫລ່ງຂ່າວຕ່າງ ປະເທດອອກຂ່າວ ເຜີຍແຜ່ ຂ່າວເຫດການ ຊຸມນຸມປະທ້ວງ ຢູ່ເຕເຮຣານ ຫລັງຈາກເກີດ ບັນຫາຂັດ ແຍ່ງໂຕ້ຖຽງ ຜົນການເລືອກຕັ້ງ ປະທານາທິບໍດີ.

ການຕັດສີນໃຈ ຫ້າມການສເນີຂ່າວ ມີຂື້ນຍ້ອນວ່າ ລາຍງານຂ່າວ ຜ່ານມາເປີດເຜີຍ ເຖິງການໃຊ້ ກຳລັງໃນການ ສລາຍການປະທ້ວງ ຂອງກຸ່ມສນັບສນູນ ຜູ້ນຳຝ່າຍ ຄ້ານ ທ່ານໂຮຊີນ ມູຊາວີ. ຜູ້ທີ່ໄດ້ ລົງແຂ່ງຂັນ ເລືອກຕັ້ງ ມື້ວັນສຸກຜ່ານມາ ທີ່ປາກົດວ່າ ຜົນຂອງການ ເລືອກຕັ້ງ ຕົກໄປໄດ້ແກ່ ປະທານາທິບໍດີ ມາມຸດ ອາມາດີເນີຈາດ ທີ່ໄດ້ຂແນນສຽງ ຢ່າງຖ້ວມລົ້ນ.

ກຸ່ມສນັບສນູນ ທ່ານ ມູຊາວີ ໄດ້ທຳການ ປະທ້ວງ ຕາມທ້ອງຖນົນ ບາງຄັ້ງໄດ້ເກີດ ການປະທະກັບ ເຈົ້າໜ້າທີ່ຕຳຣວດ ແລະ ຝ່າຍສນັບສນູນ ທ່ານ ອາມາດີເນີຈາດ.
ຣັຖບານ ອີ່ຣ່ານ ຕິຕຽນ ການເປີດເຜີຍຂ່າວ ແລະ ການສເນີຮູບພາບ ແລະວ່າຫລາຍອັນ ມີການລຳອຽງ.

ແຫລ່ງຂ່າວຕ່າງ ປະເທດ ທຸກໆກະແສ ຮວມທັງ cnn ຈະຖືກຫ້າມ ລາຍງານຂ່າວ ຂອງການຊຸມນຸມ ປະທ້ວງມື້ວັນ ອັງຄານນີ້ໃນ ເຕເຮຣານ ແຕ່ແຫລ່ງຂ່າວ ຂອງ ຣັຖບານ ບໍ່ໄດ້ຖືກຫ້າມ ແລະຍັງສາມາດ ລາຍງານຂ່າວ ການປະທ້ວງ ໄດ້ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org