ແວັບໄຊທ Google ຂູ່ປິດກິຈການ ຢູ່ຈີນ

ການຂູ່ ປິດກິຈການຂອງ Google ຊຶ່ງເປັນແວັບໄຊທ ຊອກຫາຂໍ້ມູນ ທີ່ມີຊື່ສຽງ ແຫ່ງນຶ່ງຢູ່ຈີນ ຍ້ອນການກວດກາ censor ເປັນການທ້າທາຍ ທີ່ບໍ່ຄ່ອຍມີຂຶ້ນຢູ່ຈີນ ຊຶ່ງບໍຣິສັດ ຕ່າງປະເທດ ຕ່າງກໍຍອມຮັບກັນ ດົນນານມາແລ້ວ ກ່ຽວກັບການຄວບຄຸມ ແບບມີການລັກເຈາະ ເຂົ້າຫາຣະບົບຂໍ້ມູນ ເພື່ອຍາດແຍ່ງ ເອົາຕລາດໃຫຍ່ ແລະກໍາລັງເຕີບໂຕຢູ່ຈີນ. -ຕາມຣາຍງານຂ່າວ AP ຈາກກຸງປັກກິ່ງ.

ຫ້ອງການສໍານັກງານ Google ໃນຊຽງໄຮ໊ສປຈີນ ນຶ່ງໃນບັນດາແວັບໄຊທ ທີ່ໃຫຍ່ໃນໂລກໂດຍໃຊ້ ຜ່ານທາງອິນເຕີແນັດ ເພື່ອເຂົ້າຊອກຫາຂໍ້ມູນ ເກືອບທຸກໆຢ່າງໃນໂລກ. AFP PHOTO

ໃນວັນພຸດນີ້ ຜູ້ຄົນທີ່ຮູ້ສຶກ ເສັຽດາຍ ໃນການທີ່ຈະຖອນຕົວ ຈາກຕລາດຈີນຂອງ ແວັບໄຊທ Google ນັ້ນ ໄດ້ນໍາດອກໄມ້ ໄປວາງທີ່ສໍານັກງານ Googleໃນກຸງປັກກິ່ງ ພ້ອມທັງກ່າວສນັບສນູນ ແລະຂໍຮ້ອງບໍ່ໃຫ້ ປິດກິຈການ. Google ມີບົດບາດສໍາຄັນ ໃນການຂຍາຍຕົວຂອງ ຄົນຍຸກປັຈຈຸບັນ ແລະວ່າ ການກວດກາ ຄວບຄຸມທີ່ມີຕໍ່ Website ຊອກຫາຂໍ້ມູນ Google ຂອງທາງການຈີນ ເປັນເລື່ອງທີ່ໂພດເກີນໄປ. ປະທານ BDA ດັງເກີລເຄລິກ ກ່າວວ່າ:

"Google ບໍ່ມີຫຍັງທີ່ຕ້ອງ ສູນເສັຽ ໃນການຖອນຕົວ ອອກໄປຈາກຈີນ. Google ໄດ້ປະກາດແລ້ວວ່າ ຈະບໍ່ແຂ່ງຂັນ ແບບບຸກ ຄືດັ່ງທີ່ເຄີຍເຮັດມາ ເມື່ອກ່ອນຢູ່ຈີນ.  ການທີ່ຈະທໍາ ທຸຣະກິດ ຕໍ່ໄປໃນຈີນ ໃນແບບຣະດັບຕໍ່າ ກໍເປັນທີ່ຜິດ ຫລັກການຂອງ Google ແລະກໍອາດນໍາ ຄວາມເສັຽຫາຍ ມາສູ່ພາບພົດ ແລະຊື່ສຽງຂອງຕົນ ໃນສະຫະຣັຖ". 

ໃນອຸດສາຫະກັມ ນັບຕັ້ງແຕ່ຜລິດ ຣົດໂອໂຕ ໄປຈົນເຖິງ ອຸດສາຫະກັມອາຫານ fast food  ທາງບໍຣິສັດ ຖືກບັງຄັບ ອະນຸຍາດ ໃຫ້ທາງການ ຄອມມິວນິສຈີນ ມີອິດທິພົລຕໍ່ ພວກຕົນໄດ້  ຊຶ່ງບາງຄັ້ງ ກະທັ້ງກໍານົດ ເຖິງເລື້ອງການຄ້າ ທ້ອງຖີ່ນ ສະຖານທີ່ ດໍາເນີນກິຈການ ແລະປະເພດສິນຄ້າ ທີ່ຈະຂາຍ. ບໍຣິສັດ Website ຫລື Internet Google Yahoo Micrisoft ແລະອຶ່ນໆ ຕ່າງກໍຕ້ອງທົນຕໍ່ ຄໍາຕິຕຽນໃນການ ໃຫ້ຄວາມຮ່ວມມື ກັບຣະບົບແບບ ຄອມມິວນິສ ທີ່ກວດກາຄວບຄຸມ ຂໍ້ມູນຂ່າວ ຢ່າງເຂັ້ມງວດນັ້ນ. ບໍຣິສັດ ຕ່າງກໍຍອມຮັບ ຕໍ່ການກົດດັນ ການກີດກັ້ນ ການເຂົ້າເຖິງຂໍ້ມູນຂ່າວ ດ້ານການເມືອງ ທີ່ມີຄວາມຫລໍ່ແຫລມນັ້ນ. 

ການຕັດສິນໃຈຂອງ Google ຊຶ່ງກະທັ້ງກ່າວ ຢ່າງເປີດແປນ ເທື່ອນີ້ ບໍ່ຄ່ອຍມີຂຶ້ນຢູ່ຈີນ ຊຶ່ງທາງການມັກ ສະແດງຄວາມບໍ່ພໍໃຈ ຫລືແກ້ເຜັດ ຕໍ່ຄໍາຕິຕຽນນັ້ນໆ. 
ອົງການຂ່າວ ຊີນຮົວຂອງທາງການຈີນ ຣາຍງານໂດຍອ້າງອີງໃສ່ ຄໍາເວົ້າ ຂອງເຈົ້າໜ້າທີ່ຈີນ ທ່ານນຶ່ງວ່າ ຣັຖບານຈີນ ກໍາລັງຊອກຊ່ອງທາງ ຂໍຂໍ້ມູນເພີ່ມຕື່ມ ຈາກ Google. ມີຄໍາເຫັນຜ່ານແວັບໄຊທ ຕ່າງໆ ສນັບສນູນທ່າທີຂອງ Google ໂດຍມີທັງຂໍ້ຄວາມທີ່ວ່າ Google ເປັນທະຫານທີ່ ຍິ່ງໃຫຍ່ ເພື່ອສິດເສຣີພາບ ແລະ ກໍບໍ່ຕ້ອງກົ້ມຫົວໃຫ້ ພວກປີສາຕ. 

ຈີນ ເປັນຕລາດອິນເທີແນັດ ທີ່ມີຜູ້ຄົນໃຊ້ ຫລາຍທີ່ສຸດ ໃນໂລກເຖິງ 338 ລ້ານຄົນ ເມື່ອເດືອນມິຖຸນາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org