ຊົນເຜົ່ານ້ອຍຂອງພະມ້າ ຕົກລົງເຂົ້າຮ່ວມກັບ ຣັຖບານ
ກຳລັງຂອງຊົນເຜົ່າ ສ່ວນນ້ອຍຂອງພະມ້າ 2 ກຸ່ມ ຕົກລົງທີ່ຈະຮ່ວມ ກັນຮັກສາຄວາມສງົບ ຕາມຊາຍແດນ ຕາມນະໂຍບາຍ ຂອງຣັຖບາລ ກ່ອນກຳໜົດກາຣເລືອກຕັ້ງ.
-
ຫວາດ ສີມູນ
2009-11-12 -
-
-
Your browser doesn’t support HTML5 audio
ກຳລັງຂອງບັນດາຊົນເຜົ່າ ສ່ວນນ້ອຍຂອງພະມ້າ 2 ກຸ່ມ ຕົກລົງກັນພາຍໃຕ້ ນະໂຍບາຍ ຂອງທາງກາຣຣັຖບາລ ທະຫາຣພະມ້າ ທີ່ຈະເຂົ້າສົມທົບກັນ ເປັນກຳລັງຮັກສາ ຄວາມສງົບ ຕາມເຂຕຊາຍແດນ ເພື່ອຄວາມເປັນ ຣະບຽບຮຽບຮ້ອຍ ຄາວມີກາຣເລືອກຕັ້ງ ທົ່ວປະເທສ ທີ່ມີກຳໜົດຈັດຂຶ້ນ ໃນປີ 2010 ນີ້ນັ້ນ.
ກຳລັງທະຫາຣຂອງຊົນເຜົ່າ Kachin ແລະຊົນເຜົ່າຊາວກະຫຣ່ຽງ (Karen) ໄດ້ຕົກລົງກັນທີ່ ຈະຮ່ວມເປັນກຳລັງດຽວ ໂດຽມີກາຣເຊັນສັນຍາ ຣະຫວ່າງກັນໃນ ມື້ວັນອາທິດຜ່ານມານີ້ ອີງຕາມກາຣຣາຍ ງານຂອງໜັງສືພິມ The New Light of Myanmar ຂອງທາງກາຣພະມ້າ ໃນມື້ວັນທີ່ 11 ພຶສຈິການີ້.
ທ່ານ Za Khun Ting Ring ປະທານຂອງກຳລັງ ກອງທັພໃໝ່ ທີ່ມີຊື່ວ່າ:
“ກອງທັພປະຊາທິປະໄຕໃໝ່-ກະຊິນ” ຊຶ່ງເປັນກຳລັງປະກອບ ອາວຸທຂອງຊົນເຜົ່າ Kachin ແລະ ກຳລັງຂອງຊົນເຜົ່າ Wa ວ່າ: ກາຣເຂົ້າຮ່ວມເປັນ ກຳລັງດຽວກັນ ດັ່ງກ່າວນີ້ຖືເປັນ ບາດກ້າວສຳຄັນ ໃນກາຣເຂົ້າຮ່ວມ ໃນໂຄງກາຣ ປອງດອງຊາຕ ຂອງຊົນເຜົ່າຊາວພະມ້າ ໃນທົ່ວປະເທສ.
ເຖີງຢ່າງໃດກໍຕາມ ໃນຣະຫວ່າງ 20 ກວ່າປີຜ່ານມານີ້ ທາງກາຣທະຫາຣພະມ້າ ໄດ້ມີກາຣເຈຣະຈາ ແລະ ສາມາດຕົກລົງກັນໄດ້ ກັບຊົນເຜົ່າຕ່າງໆ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 17 ກຸ່ມດ້ວຍກັນ ເພື່ອໃຫ້ເຂົ້າຮ່ວມ ກັບທາງກາຣຣັຖບາລ ທະຫາຣພະມ້າ ແຕ່ໃນຂນະດຽວກັນ ກໍຍັງມີບາງກຸ່ມ ທີ່ຍັງບໍ່ທັນ ເຊື່ອເທື່ອວ່າ ຣັຖທັມນູນໃໝ່ ທີ່ທາງກາຣພະມ້າ ຈັດຮ່າງຂຶ້ນນັ້ນ ມີກາຣກ່າວອ້າງເຖິງ ສິທທິຂອງບັນດາ ຊົນເຜົ່າສ່ວນນ້ອຍ ໂດຽທົ່ວໄປຫລືບໍ.