ທ່ານ Bill Clinton ເດີນທາງໄປ ປະເທດ ເກົາຫລີເໜືອ

ອາດີດປະທານາທິບໍດີ ສະຫະຣັຖອະເມຣິກາ ທ່ານ Bill Clinton ໄດ້ເດີນທາງໄປເຖິງ ປະເທດເກົາຫລີເໜືອ ແລ້ວໃນວັນອັງຄານນີ້ ຕາມລາຍງານຂອງ ອົງການຂ່າວທາງການ ເກົາຫລີເໜືອ.

ອາດີດປະທານາທິບໍດີ BillClinton ໄດ້ຮັບການຕ້ອນ ຮັບຈາກເຈົ້າໜ້າຂັ້ນສູງຂອງເກົາຫລີເໜືອທີ່ສນາມບິນແລະ ເດັກຍິງກຳລັງມອບຊໍ່ດອກໄມ້ເພື່ອສະແດງເຖິງການຮັບຕ້ອນ ທີ່ອົບອຸ່ນໃນວັນທີ4ເດືອນກໍຣະກະດາ2009. AFP PHOTO / KCNA VIA KOREAN NEWS SERVICE

ທ່ານ Bill Clinton ໄດ້ເດີນທາງໄປ ເຖິງສນາມບິນກຸງພຽງຢາງ ເມືອງເອກຂອງປະເທດ ເກົາຫລີເໜືອ ແລ້ວຖືກຮັບຕ້ອນ ໂດຍທ່ານ Yang Hyong Sop ຮອງປະທານສະພາສູງສຸດ ແລະທ່ານ Kim Kye Gwan ຮອງຣັຖມົນຕຣີ ການຕ່າງປະເທດ ຂອງເກົາຫລີເໜືອ.

ຢູ່ທີ່ສນາມບິນນັ້ນ ເດັກນ້ອຍຜູ້ຍິງໄດ້ ມອບຊໍ່ດອກໄມ້ ໃຫ້ທ່ານ Clinton ແຕ່ບໍ່ມີລາຍງານ ລະອຽດຕື່ມ. ກ່ອນໜ້ານີ້ລາຍງານ ຂອງອົງການຂ່າວ ເກົາຫລີໃຕ້ວ່າການ ເດີນທາງໄປ ເກົາຫລີເໜືອຂອງທ່ານ Clinton ແມ່ນເພື່ອເຈຣະຈາ ການປ່ອຍນັກຂ່າວຍິງ ອະເມຣິກັນສອງຄົນ ທີ່ທາງການເກົາຫລີເໜືອ ຈັບໄວ້ເປັນ ເວລາເກືອບ5 ເດືອນແລ້ວ. ນັບວ່າເປັນບຸກຄົນ ລະດັບສູງຂອງ ສະຫະຣັຖ ທີ່ໄດ້ເດີນທາງໄປ ເກົາຫລີເໜືອ ຫລັງຈາກຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ຄົນທໍາອິດໄດ້ ເດີນທາງ ໄປຢ້ຽມຢາມ ເກົາຫລີເໜືອເມື່ອ ປີ2000ຜ່ານມາ. ນາງ Laura Ling ແລະ Euna Lee ຖືກຈັບເມື່ອ ວັນທີ່17ມິນາ ຢູ່ພາກເໜືອຂອງ ເກົາຫລີເໜືອທີ່ມີ ເຂດແດນ ຕິດກັບ ປະເທດຈີນ.

ນັກຂ່າວຍິງສອງຄົນນີ້ ເຮັດວຽກໃຫ້ບໍຣິສັດ ສື່ມວນຊົນ ໂທຣະທັດຂອງທ່ານ Al Gore ອາດີດຮອງ ປະທານາທິບໍດີ ໃນສະໃໝຣັຖບານ ຂອງທ່ານ Bill Clinton. ນັກຂ່າວທັງສອງຖືກ ສານເກົາຫລີເໜືອ ຕັດສີນລົງໂທດ ຈໍາຄຸກ12ປີ ໃນຂໍ້ຫາວ່າເຂົ້າ ປະເທດຜິດກົດໝາຍ ແລະດໍາເນີນກິຈກັມ ແບບເປັນປໍຣະປັກ ຕໍ່ເກົາຫລີເໜືອ.
ນັກວີເຄາະທາງ ດ້ານການເມືອງວ່າ ເກົາຫລີເໜືອອາດ ໃຊ້ນັກໂທດສອງຄົນນີ້ ເປັນເຄື່ອງຕໍ່ລອງ ທາງດ້ານການເມືອງ ກັບສະຫະຣັຖ ໃນຂນະທີ່ເກົາຫລີເໜືອ ຕ້ອງການ ຢາກເຈຣະຈາກັບ ສະຫະຣັຖໂດຍກົງ. ແຕ່ວ່າສະຫະຣັຖ ຢືນຢັນວ່າຈະ ເຈຣະຈາກັບ ເກົາຫລີເໜືອ ຢູ່ໃນຂອບຂອງ ກອງປະຊຸມແບບ 6ຝ່າຍກ່ຽວກັບ ການແກ້ໄຂຂໍ້ ພິພາດນີວເຄັລຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org