ໂສກນາຕກັມ ຈາກພະຍຸ ໄຊຄລອນ ສແດງເຖິງ ຄວາມບົກຜ່ອງ ຂອງຣັຖບານ ທະຫານພະມ້າ

ຄວາມເສັຽຫາຍ ແລະ ການຕາຍ ຢ່າງມະຫາສານ ຂອງປະຊາຊົນ ຊາວພະມ້າ ຈາກເຫດລົມພະຍຸ cyclone ໃນອາທິດນີ້ ອາດເປັນການສ່ຽງ ຕໍ່ຄວາມຫລົ້ມແຫລວ ທາງດ້ານ ການເມືອງ ແລະ ການປົກຄອງ ຂອງກຸ່ມຜູ້ນຳຜເດັດການ ທະຫານພະມ້າ ໃນອານາຄົດ.

ຄວາມ​ເສັຽຫາຍ ແລະ ​ການ​ຕາຍ ຢ່າງ​ມະຫາສານ ຂອງ​ປະຊາຊົນ ​ຊາວ​ພະມ້າ ຈາກ​ເຫດ​ລົມ​ພະຍຸ cyclone ​ໃນ​ອາທິດນີ້ ອາດ​ເປັນ​ການ​ສ່ຽງ​ ຕໍ່​ຄວາມ​ຫລົ້ມ​​ແຫ​ລວ ທາງ​ດ້ານ ​ການ​ເມືອງ ​ແລະ ​ການ​ປົກ​ຄອງ ຂອງ​ກຸ່ມ​ຜູ້ນຳຜ​ເດັດການ ​ທະຫານ​ພະມ້າ ​ໃນ​ອານາ​ຄົດ.​

ນັກ​ວິ​ຊາ​ການ​ ​ບັນຫາ​ພະມ້າ ທ່ານນຶ່ງ ວິ​ເຄາະ ​ວ່າ ສະ​ພາບຄວາມ​ເຊື່ອມ​ເສັຽ ​ແລະ ​ການ​ຕາຍ​ຂອງ​ປະຊາຊົນ ຈະ​ເປັນ​ຈຸດ​ຂະ​ນວນ ແຮງ​ກວ່າ ການ​ປະ​ທ້ວງ ​ໃນຣະຍະ​ທີ່​ຜ່ານ​ມາ ​ແລະ​ ການ​ລົງ​ໂທດ ​ທາງ​ດ້ານ​ເສ​ຖ​ກິດ ​ຕໍ່​ພະມ້າ ​ເພາະ​​ເປັນການສ​ແດງ​ອອກ ​ໃຫ້​ເຫັນ​ວ່າ ຣັຖບານ​ທະຫານ​ພະມ້າ ບໍ່​ເອົາ​ໃຈ​ໃສ່ ທີ່ຈະ​ປົກ​ປ້ອງ ​ຊີ​ວີ​ດປະຊາຊົນ ກ່ອນ​ເກີດ​ເຫດ ​ແລະ ​ຄວາມ​ເຊື່ອຖື ​ຂອງ​ປະຊາຊົນ ທີ່​ມີ​ຕໍ່ ຣັຖບານ​ ກໍ່​ຈະຫລຸດລົງ. ກະ​ແສ​ ການ​ຕໍ່ຕ້ານ ​ກໍ​ອາດ​ຈະ​ເພີ້ມຂື້ນ.

ທ່າ​ນກ່າວ​ຕື່ມວ່າ ກົດ​ເກນ​ແຫ່​ງທັມມະ​ຊາດ ຈະ​ບໍ່​ສາມາ​ດ ທັບ​ມ້າງ ຣະບອບ​ການ​ປົກ​ຄອງ ​ຂອງຣັຖບານ​ໄດ້ ​ແຕ່​ຢ່າງ​ນ້ອຍ ກໍ່​ເປັນ​ການສ​ແດງ​ອອກ ​ເຖີງຄວາມ​ບໍ່​ເອົາ​ໃຈ​​ໃສ່ ຕໍ່ຊີ​ວິ​ດປະຊາຊົນ ​ຂອງຣັຖບານ ​ທະຫານ​ພະມ້າ ທີ່​ຈະ​ເຮັດ​ໃຫ້​ ປະຊາຊົນ​ເບື່ອຫນ່າຍ ຣັຖບານ​ຫລາຍ​ຂຶ້ນ. ປະຊາຊົນ ​ໃນ​ພະມ້າ ​ກ່ອນ​ເຫດການ ກໍ່​ມີ​ຄວາມ​ຄິດ​ວ່າ ການ​​ໂຄ່ນລົ້ມ ຣັຖບານ​ທະຫານ​ພະມ້າ ອາດ​ຈະ​ມີຂື້ນ ​ບໍ່​ມື້ໃດ​ ກໍ່​ມື້ນື່ງ ຈື່ງ​ອົດທົນ​ຢູ່​ຕໍ່​ໄປ ​ເພື່ອລໍຖ້າ​ ມື້ນັ້ນ ແຕ່ເມື່ອມີ​ເຫດການ ການ​ຕາຍ ​ແລະ ​ການ​ຝັງ​ສົບ​ກັນ​ ເປັນ​ຈຳນວນ​ກວ່າ 50 ພັນ​ຄົນ ​ໃນ​ເວລາ​ນີ້ ຄວາມ​ຄິດ​ດັ່ງກ່າວ ກໍ່​ຍິ່ງ​ເພີ້​ມທະວີຄວາມຮຸ່ນ​ແຮງ​ຂື້ນ.

ຣັຖບານ​ ທະຫານ​ພະມ້າ ​ເຄີຍ​ໃຫ້​ຄວາມ​ຫວັງ​ຕົນ​ເອ​ງ ວ່າ ການ​ລົງ​ປະຊາ​ມະຕິ ຈະ​ເປັນ​ສິ່ງນຳພາ​ໃຫ້ປະ​ເທດ​ພະມ້າ ມີ​ຄວາມ​ທຸ່ນ​ທ່ຽງ ດ້ວຍ​ການ​ກຳ​ອຳນາດ​ ຂອງ​ກຸ່ມ​ຜ​ເດັດ​ການ ​ເຖີງ​ແມ່ນ​ວ່າ​ ຈະ​ເປັນການ​ຫລອກ​ລວງ​ປະຊາຊົນ ​ແລະ ​ຊາວ​ໂລກ ກໍ່ຕາມ ​ແຕ່​​ບໍ່​ເປັນຈັ່ງ​ບຸນ ເຫ​ດການ​ ໃນ​ອາທີ​ດນີ້ ທີ່​ສ​ແດງ​ອອກ ຢ່າງ​ຈະ​ແຈ້ງວ່າ ຣັຖບານ​ ທະຫານ​ພະມ້າ ບໍ່ສົນ​ໃຈ ​ທີ່​ຈະ​ປົກ​ປ້ອງ​ຊີວີ​ດ ປະຊາຊົນ​ ທັ້ງໆ ທີ່ຣັຖບານ ​ທະຫານ​ພະມ້າ ມີ​ເວ​ລາ​ພຽງພໍ ທີ່​ຈະ​ໂຍກ​ຍ້າຍ ​ປະຊາຊົນ ອອກຈາກ​ເຂດ​ອັນຕຣາຍ ກ່ອນ​ລົມ​ພະຍຸ ​ຈະ​ມາ​ເຖິງ ​ແຕ່​ກໍ່​ບໍ່​​ເຮັດ. ທ່ານ​ກ່າວ​ໃນ​ທີ່​ສຸດ.