Clinton ວ່າ ອະເມຣິກາ ຄືນມາເອເຊັຽ ແລ້ວ
ໃນການຢ້ຽມຢາມ ເອເຊັຽ ຄັ້ງທີ2 ຂອງຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ມາດາມ Hillary Rodham Clinton ເດີນທາງ ມາພ້ອມກັບ ຂ່າວຄາວທີ່ມີ ໃຈຄວາມສໍາຄັນ ກ່ຽວກັບຄວາມມຸ້ງໝັ້ນ ຂອງຊາວອະເມຣິກັນ ແລະທ່ານກໍໄດ້ ກ່າວເຖິງການກັບ ຄືນມາຍັງເຂດ ເອເຊັຽ ຂອງສະຫະຣັຖ.
-
ມະນີຈັນ
2009-07-22 -
-
-
Your browser doesn’t support HTML5 audio
ໃນກອງປະຊຸມ ຖແລງຂ່າວ ພາຍຫລັງທີ່ໄດ້ ພົບປະກັບ ທ່ານອະພິສິດ ເວດຊາຊີວະ ນາຍົກຣັຖມົນຕຣີໄທ ມາດາມ Hillary Clinton ກໍກ່າວ ຕອບຂໍ້ຂ້ອງໃຈ ຂອງ ຊື່ມວນຊົນ ເລື່ອງເປົ້າໝາຍສໍາຄັນ ຂອງການເຂົ້າຮ່ວມ ກອງປະຊຸມ ທີ່ປະເທດໄທ ຂອງທ່ານໃນເທື່ອນີ້ ໂດຍຕາງໜ້າໃຫ້ ຊາວອະເມຣິກັນ ແລະຣັຖບານ ຂອງ ປະທານາທິບໍດີ Obama ໃນຕອນນຶ່ງວ່າ:
"I want to send clear message that US is back that we are fully engaged and committed… "
ທ່ານຢາກສົ່ງຂໍ້ຄວາມ ທີ່ຈະແຈ້ງວ່າ ສະຫະຣັຖ ອະເມຣິກາ ໄດ້ກັບຄືນມາ ເອເຊັຽ ຊຶ່ງພວກທ່ານກໍມີ ການພົວພັນຢ່າງເຕັມທີ່ ແລະມີພັນທະ ຕໍ່ມິຕພາບ ຂອງພວກທ່ານ ໃນເຂດເອເຊັຽ ຕາເວນອອກສ່ຽງໃຕ້ ແລະພວກທ່ານ ກໍຢາກຟື້ນຟູ ແລະເສີມຂຍາຍ ການເປັນພັນທະມິດ ທີ່ແຂງແຮງທີ່ສຸດ ຂອງພວກທ່ານ.
ພ້ອມດຽວກັນ ກໍຕ້ອງການ ຄູ່ພາຄີໃໝ່ນຳດ້ວຍ ແລະ ກໍເປັນທີ່ສໍາຄັນຍີ່ງ ໃນທິດທາງລວມ ຂອງສະຫະຣັດ ໃນການເຂົ້າຮ່ວມ ກອງປະຊຸມອາຊຽນ ຊຶ່ງເປັນອົງການ ທີ່ສໍາຄັນ ຊຶ່ງໄທເປັນນຶ່ງໃນ ບັນດາປະເທດ ທີ່ກໍ່ຕັ້ງ ແລະ ພວກທ່ານກໍຄິດວ່າ ສາມາດບຸກເບີກ ຫລາຍແນວໄດ້.
ໂດຍຜ່ານ ໂທຣະທັດທ້ອງຖີ່ນ ໃນວັນພຸດນີ້ ມາດາມ Clinton ກໍກ່າວຕື່ມວ່າ ປະທານາທິບໍດີ ໂອບາມາ ແລະ ຮວມທັງທ່ານເອງ ໄດ້ໃຫ້ຄວາມສໍາຄັນ ຕໍ່ພູມີພາກນີ້ ຕລອດມາ ຊຶ່ງຈະເຫັນໄດ້ ຈາກການເດີນທາງ ໄປຢ້ຽມຢາມຕ່າງ ປະເທດຂອງທ່ານ ເທື່ອທໍາອິດ ໃນເຂດເອເຊັຽ ເມື່ອເດືອນກຸມພາ ຜ່ານມາ ແລະ ທ່ານກໍເຊື່ອວ່າ ສະຫະຣັຖ ຈະຕ້ອງມີການ ເຂົ້າກ່ຽວຂ້ອງກັບ ພູມີພາກແຫ່ງນີ້.
ຣັຖບານຂອງ ທ່ານໂອບາມາ ໝັ້ນໃຈວ່າ ເຖິງເວລາແລ້ວ ທີ່ຈະສະແດງໃຫ້ ບັນດາ ປະເທດເອເຊັຽ ຫລິງເຫັນ ເຖິງຄວາມຕັ້ງໃຈ ທີ່ຈະຂຍາຍພາຄີ ໃນພູມີພາກນີ້ ໃຫ້ກ້ວາງຂວາງ ແລະເລິກເຊິ່ງຂຶ້ນ.
ມາດາມ Clinton ເວົ້າວ່າ ຈະລົງນາມ ໃນສົນທິສັນຍາ ມິຕພາບ ແລະການຮ່ວມມື ກັບອາຊຽນ ຊຶ່ງເປັນພັນທະ ແກ້ໃຂຂໍ້ຂັດແຍ່ງ ໃນພາກພື້ນ ຢ່າງສັນຕິວິທີ ແລະ ຫລາຍກວ່າ10ປະເທດ ທີ່ຢູ່ນອກກຸ່ມ ອາຊຽນ ໄດ້ລົງນາມແລ້ວ.