ຈີນເປີດເຫວບໄຊ໊ ຊອກຫາຄອບຄົວ ເດັກນ້ອຍ ທີ່ພົ້ນຈາກ ກຸ່ມຄ້າມະນຸສ

ຈີນຈັດຕັ້ງເຫວບໄຊ໊ ເຄືອຄ່າຍອິນເທີເນັດຂື້ນ ເພື່ອປະກາດຊອກຫາ ຄອບຄົວ ຂອງເດັກນ້ອຍ ທີ່ຖືກເຄາະຮ້າຍ ຈາກກຸ່ມ ຄ້າມະນຸດ.

CHINA, Guiyang:ເດັກນ້ອຍຈໍານວນ 60ຄົນທີ່ລໍຖ້າ ກັບຄືນບ້ານເຮືອນ ຫາພໍ່ແມ່ ຫລັງຈາກທີ່ໄດ້ຖືກຊ່ວຍ ໃຫ້ພົ້ນຈາກກຸ່ມຄ້າມະນຸສ ຊຶ່ງເວລານີ້ກໍພັກເຊົາ ຢູ່ສູນສະຖານສົງເຄາະ ເມືອງGuiyang (Welfare Center for Children)October 29, 2009. Photo: AFP

ທາງການຕໍາຣວດຈີນ ຈັດຕັ້ງເຫວບໄຊ໊ ເຄືອຄ່າຍ ອິນເທີເນັດຂື້ນ ເພື່ອປະກາດຊອກຫາ ຄອບຄົວ ຂອງເດັກນ້ອຍ ຈໍານວນ60ຄົນ ທີ່ຊ່ວຍເຫລືອມາໄດ້ ຈາກການ ປາບປາມ ກຸ່ມຄ້າມະນຸດ ເປັນເວລາ6ເດືອນ.

ຈາກການກວາດລ້າງ ດັ່ງກ່າວ ຕໍາຣວດໄດ້ພົບ ເດັກນ້ອຍທັງໝົດ 2,008ຄົນ ແຕ່ວ່າຍັງບໍ່ ສາມາດຮູ້ໄດ້ ວ່າພໍ່ແມ່ແລະ ຍາຕພີ່ນ້ອງ ຂອງເດັກນ້ອຍ ເຫລົ່ານີ້ຢູ່ໃສ. ເພື່ອຊອກຫາ ຄອບຄົວຂອງເດັກນ້ອຍ ທາງການຕໍາຣວດຈີນ ຈຶ່ງຈັດຕັ້ງເຫວບໄຊ໊ ເຄືອຄ່າຍ ອິນເທີເນັດຂື້ນ ໂດຍນໍາເອົາຮູບພາບ ຂອງເດັກນ້ອຍ ລົງໃນເຫວບໄຊ໊ ພ້ອມທັງ ລາຍລະອຽດຕ່າງໆ ຣະບຸສຖານທີ່ ບ່ອນທີ່ເຊື່ອວ່າ ເດັກນ້ອຍຖືກລັກພາ ຕົວໄປ ຕລອດຮອດ DNA ແລະ ກຸ່ມເລືອດຂອງເດັກນ້ອຍ.

ການຄ້າແມ່ຍິງ ແລະເດັກນ້ອຍ ຢູ່ໃນປະເທດຈີນ ມີຂື້ນຢູ່ເປັນປະຈໍາ ລາຍງານວ່າອັນນີ້ ມັນຕໍ່ເນື່ອງໃສ່ ກັບນະໂຍບາຍ ວາງແຜນຄອບຄົວ ຂອງປະເທດຈີນ ທີ່ໃຫ້ມີລູກໄດ້ ແຕ່ຄົນດຽວ ອັນເຮັດໃຫ້ຜູ້ຍິງ ຕ້ອງຍອມປະຖິ້ມ ທາຣົກຜູ້ທີສອງ ແລະທີສາມໄປ. ແມ່ຍິງກໍເຊັ່ນ ດຽວກັນ ຖືກຂາຍໃຫ້ຜູ້ຊາຍ ຢູ່ໃນເຂດຫ່າງໄກ ສອກຫລີກ ຜູ້ທີ່ບໍ່ສາມາດ ຊອກຫາຄົນທີ່ຈະ ມາແຕ່ງງານນໍາ ຍ້ອນວ່າ ການເກີດລູກຢູ່ ໃນປະເທດຈີນ ບໍ່ມີຄວາມກໍ້າເກິ່ງ ກັນທາງດ້ານເພດ. ໝາຍຄວາມວ່າ ມີຜູ້ຊາຍ ຫລາຍກວ່າຜູ້ຍິງ ອັນນີ້ກໍເນື່ອງ ຈາກວ່າ ຖ້າຜູ້ຍິງຖືພາລູກ ເປັນເພດຍິງແລ້ວ ເຂົາກໍມັກຈະແທ້ງ ລູກອອກ ຈົ່ງໄວ້ແຕ່ຜູ້ຊາຍ.

ເມື່ອສັປດາຜ່ານມາ ຕໍາຣວດຈີນວ່າ ໄດ້ຈັບແກັງຄ້າມະນຸດ 42ຄົນ ຢູ່ພາກເໜືອຂອງ ປະເທດຈີນ ທີ່ຂາຍເດັກນ້ອຍ 52ຄົນ ໂດຍໄດ້ຮັບເງິນ 4ແສນຢວນ ຫລືປະມານ 58,000usd ໃນນັ້ນມີເດັກນ້ອຍ ຜູ້ຊາຍ19ຄົນ ແລະ ເດັກນ້ອຍຜູ້ຍິງ 33ຄົນ ຢູ່ທີ່ແຂວງຊັນສີ ແຂວງຊັນດົງ ແລະ ຢູ່ໃນ ກຸງປັກກິ່ງເອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org