ຈີນຈະບໍ່ປ່ອຍນັກໂທດ ທີ່ຂັດຄ້ານຕໍ່ທາງການ

ຈີນ ປະຕິເສດຄໍາຮຽກຮ້ອງ ຂອງຕ່າງປະເທດ ທີ່ຂໍໃຫ້ປ່ອຍຕົວ ນັກຂັດຄ້ານທາງການຈີນ.

ໃນສັປດານີ້ ສະຫະຣັຖອະເມຣິກາ ແລະສະຫະພາບຢູໂຣບ ຕ່າງກໍຮຽກຮ້ອງ ໃຫ້ທາງການຈີນ ປ່ອຍທ່ານ Liu Xiaobo ອະດີດອາຈານສອນ ມະຫາວິທະຍາລັຍ ທີ່ໄດ້ຖືກຂັງຄຸກ ຖານມີສ່ວນຮ່ວມ ໃນການປະທ້ວງ ທີ່ຈະຕຸຣັດທຽນອັນເມິນ ປີ 1989.

ທ່ານ Liu ຖືກກັກຂັງຕື່ມອີກ ເມື່ອນຶ່ງປີກ່ອນ. ເມື່ອວັນຈັນຜ່ານມາ ທ່ານ Ian Kelly ໂຄສົກການຕ່າງປະເທດ ສະຫະຣັຖ ກ່າວຕໍ່ນັກຂ່າວ ວ່າ  ສະຫະຣັຖມີຄວາມ ກັງວົນວ່າ ທ່ານ Liu ແລະຊາວຈີນຄົນອື່ນໆ ອາດຖືກກັກຂັງ ຫລືຖືກນາບຂູ່ ຍ້ອນວ່າພວກເຂົາເຈົ້າ ໄດ້ລົງນາມໃນກົດບັດ ຊຶ່ງທ່ານ Liu ໄດ້ຮ່ວມເຜີຍແຜ່.

ທ່ານ Jiang Yu ໂຄສົກ ການຕ່າງປະເທດຈີນ ໄດ້ເວົ້າວ່າ ນັ້ນເປັນຄໍາກ່າວຫາ ທີ່ຍອມຮັບເອົາບໍ່ໄດ້  ແລະວ່າ ມີແຕ່ພວກຄົນທີ່ ຣະເມີດກົດໝາຍເທົ່ານັ້ນ ທີ່ຖືກລົງໂທດ ຕາມກົດໝາຍຈີນ.

ທ່ານ Kelly ກ່າວວ່າ ສະຫະຣັຖ ໂດ້ຍົກກໍຣະນີທ່ານ Liu ມາເວົ້າກັບເຈົ້າໜ້າທີ່ຈີນ ຫລາຍເທື່ອ ນັບແຕ່ທ່ານ Liu ຖືກຈັບໄປ ເມື່ອນຶ່ງປີກ່ອນ.  ສະຫະພາບ ຢູໂຣບ ກໍໄດ້ອອກຖແລງການ ຮຽກຮ້ອງໃຫ້ຈີນ ປ່ອຍທ່ານ Liu  Xiaobo ແລະເຊົານາບຂູ່ ແລະກັກຂັງ ບຸກຄົນອື່ນໆ ທີ່ໄດ້ລົງນາມ ໃນກົດບັດ 08 ນັ້ນ.

ກົດບັດ 08 ຮຽກຮ້ອງໃຫ້ ທາງການຈີນຮັປກັນ ສິດທິມະນຸດ ສິດເສຣີພາບທາງສາສນາ ອອກຄວາມຄິດເຫັນ ລົບລ້າງກົດໝາຍອາຍາ ທີ່ອະນຸຍາດ ໃຫ້ຈໍາຄຸກຜູ້ຄົນ ໂດຍອ້າງໃສ່ເລື່ອງ ການໂຄ່ນລົ້ມຣັຖບານຈີນ.

ພ້ອມດຽວກັນ ທາງການຈີນ ກໍເຕືອນບັນດາ ປະເທດຕາເວນຕົກ ໃນກໍຣະນີ ທ່ານ Liu Xiaobo ຜູ້ກໍາລັງປະເຊີນກັບ ຂໍ້ຫາຕໍ່ຕ້ານຣັຖບານຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org