ເສຖກິດ ຈີນ ຢູ່ໃນຂັ້ນຕອນ ທີ່ທ້າທາຍ

ຫົວໜ້າຝ່າຍເສຖກິດ ຫ້ອງການຂໍ້ມູນ ແຫ່ງຊາດຂອງຈີນ ກ່າວວ່າຣັຖບານ ຄວນພຍາຍາມ ປະຕິບັດມາຕການ ກອບກູ້ທາງ ເສຖກິດ ໃນລະຍະເຄີ່ງທີ2 ຂອງປີ2009 ນີ້ຕໍ່ໄປ ເພື່ອຄວາມແຂງແກ່ນ ໃນພື້ນຖານ ການຟື້ນຕົວ.

ເສຖກິດ ຈີນ ຊຶ່ງມີການພັທນາ ຫລາຍທີ່ສຸດ ໃນໂລກນັ້ນ ໄດ້ຕົກຕໍ່າລົງ ຖ້າມກາງວິກິດການ ການເງິນໂລກ ແຕ່ຍ້ອນແຜນ ກອບກູ້ມູນຄ່າ 4ພັນລ້ານຢວນ ຂອງຣັຖບານ  ເຮັດໃຫ້ ຜົລຜລິດຮວມຍອດ ແຫ່ງຊາດຫລື GDP ຂຍາຍຕົວ7.9ເປີເຊັນ ໃນໄຕຣມາຕທີ2 ພາຍຫລັງຕົກຕໍ່າລົງ ຮອດ6.1ເປີເຊັນ ໃນ3ເດືອນທໍາອິດ.

ທ່ານ Yao ກ່າວວ່າ ເຖິງແມ່ນວ່າເສຖກິດ ຈະເລີ່ມຟື້ນຕົວ ເມື່ອໄວໆມານີ້ ແຕ່ຍັງປະເຊີນ ກັບຄວາມບໍ່ແນ່ນອນ ທັງຈາກພາຍໃນ ແລະ ຈາກຕ່າງປະເທດ. ການເຕີບໂຕ ທາງອຸດສາຫະກັມ ຂອງຈີນເພີ່ມຂຶ້ນ 7ເປີເຊັນໃນເຄີ່ງ ທໍາອິດຂອງປີ ແຕ່ຍັງຫລຸດ 9ເປີເຊັນຈຸດ3 points ຈາກອັຕຣາການເຕີບໂຕ ລະຍະດຽວກັນ ຂອງປີກາຍ.

ທ່ານ Yao ກ່າວວ່າເງື່ອນໄຂ ພາຍນອກໄດ້ເປັນ ແລະ ກໍຍັງຈະເປັນ ບັນຫາທ້າທາຍ ທີ່ສໍາຄັນຢູ່ ຕໍ່ໄປສໍາລັບ ເສຖກິດຂອງຈີນ. ການຂາດຄວາມ ຕ້ອງການຂອງຕລາດ ຕ່າງປະເທດ ເຮັດໃຫ້ ບໍຣິສັດຈີນ ປະເຊີນກັບບັນຫາ ຢ່າງໃຫຍ່ຫລວງ.

ໃນລະຍະເຄີ່ງ ທໍາອິດຂອງປີ 2009ນີ້ ການສົ່ງອອກຂອງຈີນ ມູນຄ່າທັງໝົດ 521ພັນ530ລ້ານໂດລາ ສະຫະຣັຖ ຖຶເປັນຕົວເລກ ທີ່ຫລຸດລົງ 21ຈຸດ8ເປີເຊັນ ຖ້າທຽບໃສ່ລະຍະ ດຽວກັນຂອງປີ2008.

ການນໍາເຂົ້າມູນຄ່າ 424ພັນ590ລ້ານໂດລາ ໃນລະຍະເຄີ່ງທໍາອິດ ຂອງປີ2009ນີ້ ຖືເປັນຕົວເລກ ທີ່ຫລຸດລົງ 25ຈຸດ4ເປີເຊັນ ຖ້າທຽບໃສ່ປີກາຍ ໃນຊ່ວງດຽວກັນ.
ການໄດ້ປຽບ ດູນການຄ້າ 96ພັນ940 ລ້ານໂດລາ ສະຫະຣັຖ ນັ້ນຖືເປັນການ ຫລຸດລົງ1ພັນ 3ຮ້ອຍລ້ານໂດລາ ເທົ່າກັບ 1ຈຸດ3ເປີເຊັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org