ຈີນ ແລະ ອອສເຕຣເລັຍ ລົງທຶນ ຂຸດຄົ້ນບໍ່ ບ໊ອກໄຊ
ບໍລິສັດ ຈີນ ແລະ ອອສເຕຣເລັຍ ເຊັນສັນຍາຮ່ວມ ລົງທຶນ ຂຸດຄົ້ນບໍ່ ບ໊ອກໄຊ ກັບລາວ.
-
ໂພໄຊສວັດ
2009-11-03 -
-
-
Your browser doesn’t support HTML5 audio
ບໍຣິສັດ ຂຸດຄົ້ນບໍ່ແຮ່ Ord River ຫລື (SARCO) ຂອງອອສເຕຣເລັຍ ເຊັນສັນຍາ ຮ່ວມລົງທຶນ ກັບບໍຣິສັດ Nonferrous Metal ຫລື(NFC)ຂອງຈີນ ແລະ ສະຫະບໍຣິສັດ ລາວບໍຣິຄຳ ຫລື(LSI) ເພື່ອເລີ້ມໂຄງການ ຂຸດບໍ່ບອ໋ກໄຊແຮ່ທາດ ທີ່ໃຊ້ໃນການກັ່ນ ເປັນອາລູມີນຽມ ໃນເຂດ ພູພຽງບໍຣິເວນ ພາກໃຕ້ຂອງລາວ ໃຫ້ໄປຢູ່ໃນຂັ້ນ ຂຸດແຮ່ໄດ້.
ຜູ້ອຳນວຍການ ບໍຣິສັດ Ord ທ່ານ Peter Shou ກ່າວວ່າ ການຕົກລົງເຊັນ ສັນຍາ ມີຄວາມສຳຄັນ ໄປອີກບາດກ້າວນຶ່ງ ໃນການພັທນາ ໂຄງການຂຸດຄົ້ນ ບໍ່ບ໊ອກໄຊ ຂອງລາວ. ມັນສະແດງໃຫ້ເຫັນ ການເລີ້ມຕົ້ນ ປ່ຽນແປງຈາກ ສະພາບການຂັ້ນ ສຳຣວດກວດຄົ້ນ ມາເປັນຂັ້ນ ຂຸດຄົ້ນແທ້.
ທ່ານກ່າວອີກວ່າ ປັດຈຸບັນນີ້ ພວກເຮົາຍັບເຂົ້າມາ ອີກບາດກ້າວນຶ່ງ ທີ່ຈະໄດ້ສ້າງໂຮງກັ່ນ ອາລູມີນຽມ ລະດັບໂລກໃນ ສປປລາວ. ຫລາຍປີຜ່ານມາ ບໍຣິສັດ SARCO ໄດ້ທໍາການສຳຣວດ ທີ່ຈຳເປັນພາຍໃຕ້ ໃບອະນຸຍາດ ສຳຣວດເຫັນວ່າມີ ແຮ່ທາດບ໊ອກໄຊ 130ລ້ານຕັນ ໃນເຂດສຳຣວດ ໃນລາວ.
SARCO ມີຫູ້ນສ່ວນ 51ສ່ວນຮ້ອຍ, LSI ມີຫູ້ນສ່ວນ 49ສ່ວນຮ້ອຍ ຊຶ່ງຮວມທັງ ຜົນປະໂຫຍດ ສຳລັບ ຣັຖບານລາວ. ອີງຕາມຂໍ້ຕົກລົງ SARCOແລະLSI ພ້ອມທີ່ຈະສ້າງ ໂຮງກັ່ນອາລູມີນຽມ ທີ່ຈະສາມາດຜລິດ ອາລູມີນຽມ ໄດ້ປີນຶ່ງ 6ແສນຕັນ ແລະ ຈະສາມາດເພີ້ມ ປະຣິມານການ ຜລິດໄດ້ເປັນ 1ລ້ານ8ແສນຕັນ ຕໍ່ປີ. ການລົງທຶນ ໃນຂັ້ນທຳອິດ ຈະຕົກເປັນເງິນ ປະມານ 500ລ້ານໂດລາ ສະຫະຣັຖ.