ຜູ້ນຳຊາວວີເກີຣ໌ ເຕືອນ ປະຊາຊົນ

ເຫຕກາຣ ຄວາມບໍ່ສງົບ ທີ່ເກີດຂື້ນ ຢູ່ແຂວງຊີນຈຽງ ທີ່ມີຜູ້ເສັຽຊີວີຕໄປ ບໍ່ຕໍ່າກວ່າ 180 ຄົນໃນສັປດາ ຜ່ານມາ ຍັງເປັນເຣື່ອງ ບໍ່ອາຈສາມາດ ລືມໄດ້ງ່າຍໆ ແລະຍີ່ງເຮັດໃຫ້ ຊາວວີເກີຣ໌ ມີຄວາມເປັນຫ່ວງ ແລະຢ້ານວ່າເຫຕກາຣ ຈະກັບມາຣະບາດ ຂື້ນອີກໃໝ່ ສະນັ້ນບັນດາ ຜູ້ນຳຊາວວີເກີຣ໌ ໄດ້ເຕືອນ ປະຊາຊົນ ຕາມເຂຕທ້ອງຖີ່ນ ໃຫ້ເພີ່ມຄວາມ ຣະມັດຣະວັງ ໂດຽສະເພາະໃຫ້ ພຍາຍາມ ຫລີກລຽງສະຖານທີ່ ຫລືບໍຣິເວນ ທີ່ມີກຸ່ມຄົນ ປະທ້ວງ ທີ່ອາຈເຮັດໃຫ້ ທາງເຈົ້າໜ້າທີ່ ເຂົ້າປາບປາມ ແລະ ເກີດກາຣຈະລາຈົນ ຂື້ນໄດ້ນັ້ນ.

ໃນປັຈຈຸບັນນີ້ ປະຊາຊົນ ຊາວວີເກີຣ໌ ປະມານ 500,000ຄົນ ຍັງອາສັຍຢູ່ ໃນເຂຕ Kazakhstan ຊື່ງເປັນພື້ນທີ່ເກົ່າ ຂອງອະດີດ ສະຫະພາບໂຊວຽຕ ທາງພາຄ ຕາເວັນຕົກຂອງຈີນ ແລະ ເປັນເຂຕທີ່ມີ ປະຊາຊົນ ຊາວວີເກີຣ໌ ອາສັຍຢູ່ຢ່າງ ຫລວງຫລາຍ ເປັນອັນດັບທີ່ສອງ ຮອງຈາກເຂຕແຂວງ ຊີນຈຽງ ໃນປະເທສຈີນເອງ.

ທ່ານ Khakhriman Khozhamberdi ຊື່ງເປັນຜູ້ນຳ ທາງດ້ານກາຣເມືອງ ຄົນໜື່ງຂອງ ຊາວວີເກີຣ໌ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ:

ເຖີງແມ່ນໃນຣະຍະ ຜ່ານມາບໍ່ທັນມີ ເຫຕກາຣປະທ້ວງ ເກີດຂື້ນກໍຕາມ ແຕ່ມີຄວາມ ເປັນຫ່ວງ ເພາະຢ້ານຈະເກີດມີ ບັນຫາ ແລະ ໃນຣະຫວ່າງທີ່ມີ ກາຣຈັດພິທີໄວ້ ອາລັຍແດ່ ດວງວີນຍານຂອງ ພວກທີ່ເສັຽຊີວີຕ ຈາກເຫຕກາຣຄວາມ ບໍ່ສງົບເກີດຂື້ນ ໃນສັປດາຜ່ານມາ ນີ້ນັ້ນ ທ່ານ Khozhamberdi ກໍໄດ້ເຕືອນ ປະຊາຊົນ ໃຫ້ຫລີກເວັ້ນ ສະຖານທີ່ໆເຕັມ ໄປດ້ວຍຜູ້ຄົນ ຢ່າງແອອັດ ເພື່ອຄວາມປອດໄພ.

ຢ່າງໃດກໍຕາມ ຊາວວີເກີຣ໌ ໃນເຂຕພາຄກາງ ຂອງເອເຊັຽດັ່ງກ່າວ ໄດ້ຫລົບໜີຈາກ ແຂວງ Xinjiang ແຕ່ຊຸມປີ 1870s ຫລັງຈາກທີ່ຈີນ ເຂົ້າຍຶດເຂຕພື້ນທີ່ ໃຫ້ຢູ່ພາຍໃຕ້ ກາຣປົກຄອງ ຂອງຕົນມາຈົນເທົ້າ ປັຈຈຸບັນນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org