ສະຫະຣັດເບິ່ງການເມືອງ ເໜືອການເລືອກຕັ້ງ

ສະຫະຣັຖ ເບິ່ງບັນຫາ ການປ່ຽນແປງ ດ້ານການເມືອງ ໃນພະມ້າ ເໜືອກວ່າ ບັນຫາ ການເລືອກຕັ້ງ ໃນພະມ້າ.
ສົມເນ
2010.09.17

ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສະຫະຣັຖ ເວົ້າວ່າ ເຖິງແມ່ນວ່າ ການເລືອກຕັ້ງ ໃນພະມ້າ ຈະບໍ່ເປັນທີ່ ເຊື່ອຖືໄດ້ ກໍຕາມ ແຕ່ຜົນຂອງມັນ ອາດເຮັດໃຫ້ ມີນັກການເມືອງ ຄົນໃໝ່ ທີ່ອາຈເຮັດ ໃຫ້ມີການ ປ່ຽນແປງ.

ຕາມລາຍງານ ຂອງອົງການ ຂ່າວ ຣອຍເຕີ້. ທ່ານ Kurt Campbell ຜູ້ຊ່ວຍ ຣັຖມົນຕຣີ ການຕ່າງ ປະເທດ ຮັບຜິດຊອບ ກິຈກັມ ເອເຊັຽ ກ່າວວ່າ: ທາງການ ສະຫະຣັຖ ມີຄວາມຜິດຫວັງ ໃນຄວາມ ພຍາຍາມ ພົວພັນກັບ ຄນະຜູ້ນໍາ ທະຫານພະມ້າ. ທ່ານໄດ້ກ່າວ ເຣື້ອງນີ້ ຢູ່ຕໍ່ໜ້າກຸ່ມ ປັນຍາຊົນ ທີ່ເຂົ້າຟັງການ ບັລຍາຍ ຢູ່ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ. ທ່ານ Campbell ວ່າ ການເລືອກຕັ້ງ ໃນວັນທີ 7 ພືສຈິກາ ນີ້ ຈະຂາດຄວາມ ຖືກຕ້ອງດ້ານ ກົດໝາຍ ເພາະວ່າບໍ່ມີ ຫນ່ວຍງານ ອິສຣະ ເຂົ້າໄປ ສັງເກດ ການ ການປ່ອນບັດ. ວິທີການ ດັ່ງກ່າວ ທ່ານຖືວ່າ ຂາດຄວາມເຊື່ອຖື ແຕ່ພ້ອມດຽວກັນ ກໍຣະນີ ດັ່ງກ່າວນີ້ ຫລັງຈາກການ ປ່ອນບັດ ເລືອກຕັ້ງແລ້ວ ມັນອາດຈະສ້າງ ນັກການເມືອງ ໃໝ່ ຄວາມສໍາພັນ ທາງອໍານາດ ໃໝ່ ໂຄງຮ່າງພາຍ ໃນປະເທດ ໃໝ່ ດັ່ງນັ້ນ ພວກເຮົາຄິດວ່າ ຕ້ອງລໍເບິ່ງ ວ່າມັນຈະເປັນ ໄປແນວໃດ.

ພັກສັນນິບາດ ເພື່ອ ປະຊາທິປະໄຕ ແຫ່ງຊາດ ຂອງ ມາດາມ ອອງຊານຊູຈີ ຖືກຍຸບ ຫລັງຈາກ ບໍ່ໄປຈົດ ທະບຽນ ເຂົ້າຮ່ວມການ ເລືອກຕັ້ງ. ຝ່າຍຕໍານິ ເວົ້າວ່າອັນນີ້ ກໍເປັນການ ສ້າງໜ້າກາກ ປະຊາທິປະໄຕ ໂດຍປ່ອຍໃຫ້ ຝ່າຍທະຫານ ແລະ ກຸ່ມຕາງໜ້າ ທະຫານ ຄວບຄຸມສະພາ ແລະ ບັນດາກະຊວງ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.