ສປຈີນຕັດສັນຍານ ການຖ່າຍທອດຂ່າວ

ທາງການຈີນ ຕັດສັນຍານການຖ່າຍທອດ ຂອງເຄືອຄ່າຍ ໂທຣະທັດ ທີ່ຜູ້ຄົນນິຍົມກັນ ເບິ່ງຫລາຍນັ້ນ ຖ່າມກາງການ ກວດກາຈໍາກັດ ດ້ານການຂ່າວ ເຂັ້ມງວດຫລາຍເພິ່ມຂຶ້ນ ນັບມື້ຢູ່ຈີນ. ຕາມຣາຍງານຂ່າວ ໜັງສືພິມ Bangkok Post.

ບັນດາຜູ້ເບິ່ງ ໂທຣະທັດຊ່ອງ Sun TV ໃນປະເທດຈີນ ພາກັນໂທຣະສັບເຖິງ ຫ້ອງການເຄືອຂ່າຍ TV ໃນຮົງກົງ ເມື່ອວັນທີ 5 ທັນວາ ວ່າພວກເຂົາເຈົ້າ ເບິ່ງໂທຣະທັດ ຊ່ອງນັ້ນບໍ່ໄດ້ ມັນບໍ່ມີສັນຍານ. ບາງຄົນກໍໂທໄປ ສູນກາງການຖ່າຍທອດ. ໂທຣະທັດຊ່ອງ Sun TV ຖືກສ້າງຕັ້ງຂຶ້ນໂດຍ ທ່ານ Yang Lan ຊາວຈີນ ຜູ້ເປັນເຈົ້າຂອງຣາຍການ Talk show ທີ່ມີຊື່ສຽງ ຊຶ່ງຖ່າຍທອດຣາຍການ ໃນຮົງກົງແລະໃນທົ່ວ ພູມີພາກເອເຊັຽ ຕາເວນອອກສ່ຽງໃຕ້.

ບໍ່ເປັນທີ່ຈະແຈ້ງຂາວວ່າ ທາງການຈີນຕັດ ສັນຍານແທ້ຫລືບໍ່  ແຕ່ການສະແດງຄວາມເຫັນ ຂອງບັນດາລູກຄ້າ ຂອງເຄືອຂ່າຍ ໂທຣະທັດຊ່ອງ Sun TV ທີ່ອອກຂ່າວທາງການເມືອງ ແບບບໍ່ຈົ່ງຈຽມນັ້ນ ອາດສ້າງຄວາມບໍ່ບໍ່ໃຈ ໃຫ້ທາງການຈີນ ກໍເປັນໄດ້.

ການຕັດສັນຍານ ນັ້ນມີຂຶ້ນ ພາຍຫລັງທີ່ຈີນ ກັກຂັງຜູ້ຄົນນັບເປັນ ຫລາຍພັນຄົນໃນການ ປາບປາມອິນເທີແນັດ ລາມົກ ຊຶ່ງທາງການໄດ້ ສເນີໃຫ້ລາງວັນເຖິງ10ພັນຢວນ ຊຶ່ງເທົ່າກັບ 1ພັນ4ຮ້ອຍ65ໂດລາ ສໍາລັບຜູ້ໃຊ້ອິນເທີແນັດ ທີ່ຣາຍງານກ່ຽວກັບ ແວບໄຊທນັ້ນ ໃຫ້ທາງການຮູ້.

ພັກຄອມມິວນິສຈີນ ມີປວັດການ ສະກັດກັ້ນຫລື block ຂໍ້ຄວາມຂ່າວທີ່ອອກຜ່ານ internet ທີ່ເຫັນວ່າ ບໍ່ເໝາະສົມ ຊຶ່ງກໍມີທັງຮູບ ລາມົກ ອະນາຈານແລະຂໍ້ມູນ ຂ່າວສານທາງການເມືອງ ທີ່ມີຄວາມຫລໍ່ແຫລມຕ່າງໆ.

ແວບໄຊທ ຢູ່ຈີນ ທີ່ຄົນນິຍົມກັນຫລາຍ ເຊັ່ນ Facebook Yutube ແລະ Twitter ນັ້ນ ກໍຖືກ block-ບໍ່ໃຫ້ຜູ້ຄົນ ເຂົ້າເຖິງໄດ້ ຖ່າມກາງທີ່ທາງການຈີນ ພະຍາຍາມຈໍາກັດ ການຫລັ່ງໄຫລຂອງຂໍ້ມູນ ຂ່າວສານ ໂດຍສເພາະ ພາຍຫລັງເກີດເຫດການ ວູ້ນວາຍຂຶ້ນໃນເຂດ ຊີນຈຽງໃນປີ ນີ້ແລະໃນເຂດທິເບດ ເມື່ອປີກາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org