ກອງປະຊຸມ ສຸດຍອດ ອາຊ໊ຽນ ທີ່ປະເທດໄທ
ບັນດາ ຜູ້ນໍາ ປະເທດເອເຊັຍ ຈະຫາລື ກ່ຽວກັບ ການແກ້ໄຂບັນຫາ ເສຖກິດ ແລະ ສິດທິມະນຸດ ໃນກອງປະຊຸມ ສຸດຍອດ ອາຊ໊ຽນ ທີ່ປະເທດໄທ
-
ຈະເຣີນສຸກ
2009-10-23 -
-
-
Your browser doesn’t support HTML5 audio
ຜູ້ນໍາ ຈາກປະເທດເອເຊັຍ ປະຊຸມກັນ ທີ່ປະເທດໄທ ຖ້າມກາງ ການຮັກສາຄວາມ ປອດພັຍ ຢ່າງເຂັ້ມງວດ ໃນທ້າຍສັປດານີ້ ເພື່ອຫາຊ່ອງທາງ ຮ່ວມມືກັນ ທາງດ້ານເສຖກິດ ແລະ ປ້ອງກັນ ຜົນກະທົບ ທີ່ເກີດຂຶ້ນຈາກ ວິກິຕການ ເສຖກິດໂລກ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ໃນມື້ ວັນພະຫັດນີ້.
ພ້ອມດຽວກັນນັ້ນ, ພິທີ ການຈັດຕັ້ງ ຄນະກັມມະການ ສິດທິມະນຸດ ຢ່າງເປັນທາງການ ກໍຈະມີຂຶ້ນ ພາຍຫລັງທີ່ ມີຄວາມຂັດແຍ່ງ ກັນມາ ເປັນເວລາ ດົນນານ ພໍສົມຄວນ, ໃນຂນະທີ່ ບັນດາ ຜູ້ນໍາ ໃນຂົງເຂດ ທີ່ມີປະຊາກອນ ເກືອບເຖິງ 600 ລ້ານຄົນ ຄາດວ່າ ຍົກເອົາບັນຫາ ສະພາບດິນ ຟ້າອາກາດ ປ່ຽນແປງ ແລະ ການຮັບມືກັບ ພັຍທັມມະຊາດ ຂຶ້ນມາ ຫາລື.
ເຖິງຢ່າງໃດ ກໍດີ, ບັນຫາ ຣັຖມົນຕຣີ ອາຊຽນ ແລະ ຄູ່ເຈຣະຈາ ທີ່ສໍາຄັນ ໃນຂົງເຂດ ເຣີ້ມພົບພໍ້ກັນ ໃນມື້ວັນພຣະຫັດ ທີ່ສຖານທີ ຕາກອາກາດ ຫົວຫີນ.
ເຈົ້າໜ້າທີ່ ການຄ້າອາຊຽນ ກ່າວຕໍ່ຜູ້ສື່ຂ່າວ ເອ ເອັຟ ພີ ວ່າ ເອເຊັຍ ມີຄວາມຫວັງ ຈະມີບົດບາດ ຫລາຍຂຶ້ນ ໃນສາກົນ ພາຍຫລັງ ທີ່ຜົນກະທົບ ຈາກວິກິຕການ ໂລກ ຜ່ອນຄາຍລົງ. ແລະ ເປົ້າໝາຍ ຂອງສະມາຄົມ ອາຊຽນ ຄື ການຈັດຕັ້ງ ອົງການ ໃຫ້ເປັນໂຄງຮ່າງ ຄືກັນກັບ ສະຫະພາບ ຢູໂຣບ ພາຍໃນປີ 2015 ແລະ ຂຍາຍ ເຄືອຂ່າຍ ດ້ານການຄ້າ ແລະ ເສຖກິດ ໃນຂົງເຂດ ຮວມທັງ ປະເທດທີ່ມີ ເສຖກິດ ຂນາດໃຫຍ່ ຄື ຈີນ ແລະ ອິນເດັຍ, ຊຶ່ງເປັນກຸນແຈ ສໍາຄັນ ໃນການເປີດກ້ວາງ ເຖິງປະສິດທິພາບ ໃນເອເຊັຍ.
ໃນມື້ວັນສຸກ ກຸ່ມ ອາຊຽນ ຈະເປີດພິທີ ການຈັດຕັ້ງ ກຸ່ມສິດທິມະນຸດ ອາຊຽນ ທີ່ໄດ້ລໍຖ້າມາ ເປັນເວລາ ດົນນານ, ແລະ ຈະຕອບຄໍາຖາມ ກ່ຽວກັບ ການຕໍານິ ທີ່ວ່າ ກຸ່ມອາຊຽນ ຍັງເອົາ ທ່າທີ່ ທີ່ອ່ອນໂຍນ ກັບ ສະມາຊິກ ຂອງຕົນເອງ ໃນການປະຕິບັດ ດ້ານສິດທິມະນຸດ ເປັນຕົ້ນແມ່ນ ຣັຖບານ ທະຫານພະມ້າ.