ການສືບທອດ ອຳນາດ ຂອງພັກແຮງງານ ເກົາຫລີ ເປັນໄປ ໃນຂນະທີ່ ເກົາຫລີເໜືອ ປະເຊີນກັບ ຄວາມຫຍຸ້ງຍາກ ຫຼາຽຢ່າງ ຮວມທັງບັນຫາ ນິວເຄລັຍ ການຄ້າຂາຍ ອາວຸດ ນິວເຄລັຍ ແລະ ການໃຫ້ຂໍ້ມູນ ດ້ານ ເທັກໂນໂລຢີ ນິວເຄລັຍ. ໃນເວລາທີ່ ຄວາມເຄັ່ງຕຶງ ໃນແຫລມເກົາຫລີ ເພີ້ມທະວີຂຶ້ນ ເຖິງຣະດັບສູງ ພາຍຫລັງທີ່ ມີການ ຕອບໂຕ້ ກັບການທີ່ ເຮືອຣົບຂອງ ເກົາຫລີໃຕ້ ຖືກຍິງຫລົ້ມ ໃນທະເລ ເມື່ອເດືອນ ມິນາ ຊຶ່ງ ເກົາຫລີໃຕ້ ສະຫະຣັດ ອະເມຣິກາ ແລະ ພັນທະມິດ ເຂົ້າໃຈວ່າ ເປັນສີມື ຂອງ ເກົາຫລີເໜືອ. ເກົາຫລີໃຕ້ ແລະ ສະຫະຣັດ ຮ່ວມກັນຊ້ອມຣົບ ທາງທະເລ ຂນານໃຫຍ່ ເມື່ອເດືອນ ກໍຣະກະດາ. ຕໍ່ມາໃນ ເດືອນ ສິງຫາ ເກົາຫຼີໃຕ້ ກໍໄດ້ຊ້ອມຣົບ ທາງທະເລ ຂອງຕົນ ແລະ ການຊ້ອມຣົບ ຕ້ານເຮືອດຳນ້ຳ ຮ່ວມກັນ ຣະຫວ່າງ ສະຫະຣັດ ແລະ ເກົາຫລີໃຕ້ ເພື່ອເປັນການ ສະແດງ ກຳລັງຕ້ານ ເກົາຫລີເໜືອ ເປັນການກະກຽມ ຕອບໂຕ້ ການໂຈມຕີ ໂດຍເຮືອດຳນ້ຳ ຂອງ ເກົາຫລີເໜືອ ຊຶ່ງອາດ ຈະເກີດຂຶ້ນ.
ການຊ້ອມຣົບ ມີຂຶ້ນ ໃນຕົ້ນເດືອນ ກັນຍາ ຢູ່ນອກຊາຍຝັ່ງ ຕາເວັນຕົກ ຂອງ ແຫລມເກົາຫລີ ໂດຍມີກຳລັງ ທະຫານ ສະຫະຣັດ ແລະ ເກົາຫລີໃຕ້ ປະມານ 17,000 ຄົນ ເຮືອຣົບ 7 ລຳ ເຮືອດຳນ້ຳ 2 ລຳ ແລະ ເຮືອບິນສູ້ຣົບ ເຂົ້າຮ່ວມ.
ນັກຊ່ຽວຊານ ສະຫະ ປະຊາຊາດ ວ່າ ເກົາຫລີເໜືອ ຄ້າຂາຍ ອາວຸດນິວເຄລັຍ ແລະ ສົ່ງຂໍ້ມູນດ້ານ ເທັກໂນໂລຢີ ນິວເຄລັຍ ໃຫ້ ອີຣານ ຊີເຣັຍ ແລະ ພະມ້າ. ດັ່ງນັ້ນ ຈຶ່ງມີການ ຮຽກຮ້ອງໃຫ້ ປະເທດຕ່າງໆ ເພີ້ມມາຕການ ກວດກາ ສືບສວນ ສອບສວນ ແລະ ຊ່ວຍປ້ອງກັນ ການຂາຍອາວຸດ ຂອງ ເກົາຫລີເໜືອ ນັ້ນ.
ສຳລັບ ສະຫະຣັດ ອະເມຣິກາ ກໍພຍາຍາມ ໃຫ້ມີການ ເຈຣະຈາ 6 ຝ່າຍຄືນໃໝ່ ກ່ຽວກັບການ ປົດອາວຸດ ນິວເຄລັຍ ຂອງ ເກົາຫລີເໜືອ ໂດຍໄວ ແຕ່ຍັງຖືກ ຜູ້ນຳ ເກົາຫລີເໜືອ ຂັດຂວາງຢູ່.
ແຕ່ເຖິງຢ່າງໃດ ກໍຕາມ ໂຄສົກ ກະຊວງການ ຕ່າງປະເທດ ສະຫະຣັດ ກໍຖແລງ ເຖິງທ່າທີ ຂອງ ເກົາຫລີເໜືອ ກ່ຽວກັບເຣື້ອງ ນີ້ວ່າ: ທ່ານວ່າ.. ມີຫລາຍຢ່າງ ສະເພາະເຈາະຈົງ ທີ່ເກົາຫລີເໜືອ ສາມາດ ສະແດງອອກ ໃຫ້ເຫັນວ່າ ມີຈຸດປະສົງ ທີ່ຈິງຈັງ ແລະ ສ້າງບັນຍາກາດ ເພື່ອໃຫ້ການ ເຈຣະຈາ ໃນຂັ້ນຕໍ່ໄປ ມີໝາກມີຜົນ.
ຄຽງຄູ່ ໄປກັບການ ແກ້ໄຂບັນຫາ ເກົາຫລີເໜືອ ນັ້ນ ໃນອາທິດ ຜ່ານມາ ອາດີດທະຫານ ເກົາຫລີເໜືອ ທີ່ໜີໄປ ຂໍລີ້ໄພ ຢູ່ເກົາຫລີໃຕ້ ປະມານ 200 ຄົນໄດ້ຈັດຕັ້ງ ແນວໂຮມ ປົດປ່ອຍ ປະຊາຊົນ ເກົາຫລີເໜືອ ຂຶ້ນ ໂດຍເວົ້າວ່າ ພວກຕົນຍັງຢູ່ ຄຽງຂ້າງກັບ ອາດີດເພື່ອນ ທະຫານ ຈຳນວນຫລວງຫລາຍ ທີ່ຍັງ ຮັບໃຊ້ຢູ່ ໃນກອງທັບ ຊຶ່ງຮູ້ຈັກ ດີວ່າ ພວກເຂົາເຈົ້າ ບໍ່ສາມາດ ຈະມີຊີວິດ ຢູ່ພາຍໃຕ້ ຣະບອບການ ປົກຄອງຂອງ ກິມເຈິງອິນ ໄປໄດ້ອີກດົນ ແລະ ວ່າຈະໃຫ້ ຄວາມຊ່ວຍເຫລືອ ປະຊາຊົນ ແລະ ທະຫານ ເກົາຫລີເໜືອ ໃນພາຣະກິດ ຕໍ່ສູ້ໂຄ່ນລົ້ມ ຣະບອບ ການປົກຄອງ ທີ່ເຮັດໃຫ້ ປະຊາຊົນ ຂາດສິດ ເສຣີພາບ ແລະ ປະຊາທິປະໄຕ ເຮັດໃຫ້ ປະຊາຊົນ ທຸກຍາກ ລຳບາກ ດັ່ງສູ່ມື້ນີ້ ຈົນວ່າ ປະຊາຄົມ ສາກົນ ເຫັນໃຈ ໃຫ້ການຊ່ວຍເຫລືອ ເປັນຈຳນວນ ຫລວງຫລາຍ ແລະ ເມື່ອທ້າຍອາທິດ ຜ່ານມານີ້ ເກົາຫລີເໜືອ ກໍໄດ້ຮ້ອງ ຂໍຄວາມຊ່ວຍເຫລືອ ເປັນເຂົ້າກິນ ຊີເມັນ ແລະ ອຸປກອນ ຂນາດໜັກ ຈາກເກົາຫລີໃຕ້ ພາຍຫລັງທີ່ ເກົາຫລີໃຕ້ ໄດ້ສເນີໃຫ້ ການຊ່ວຍເຫລືອ ບັນເທົາທຸກ ທີ່ເກີດຈາກ ໄພນ້ຳຖ້ວມ.
ແຕ່ເຖິງຢ່າງໃດ ກໍຕາມ ຜູ້ນຳ ເກົາຫລີເໜືອ ກໍຍັງໃຫ້ ຄໍາໝັ້ນສັນຍາ ວ່າ ຈະສ້າງປະເທດ ໃຫ້ຍິ່ງໃຫຍ່ ເຂັ້ມແຂງ ແລະ ມີຄວາມສົມບູນ ພູນສຸກ ໃນປີ 2012 ຊຶ່ງເປັນປີ ຄົບຮອບ ປີເກີດ100 ປີ ຂອງມື້ລາງ ທ່ານ ກິມອິນຊຸງ ຜູ້ສ້າງຕັ້ງ ສາທາຣະນະຣັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຫລື ສປປເກົາຫລີ ແລະ ປະຕິບັດ ນະໂຍບາຍ “ບູຊາບຸກຄົນ" ໃຊ້ຣະບອບ ຮວມສູນ ອາດຍາສິດ ໃຫ້ປະຊາຊົນ ນັບຖືຕົນ ເປັນຜູ້ນຳ ທີ່ຍິ່ງໃຫຍ່ ແລະໃຫ້ຖືທ່ານ ກິມເຈິງອິນ ຜູ້ເປັນລູກຊາຍ ວ່າເປັນຜູ້ນຳ ທີ່ເຄົາຣົບຮັກ.
ນັບຕັ້ງແຕ່ໄດ້ ມີການສ້າງຕັ້ງ ສປປເກົາຫລີ ໃນວັນທີ 9 ກັນຍາ 1948 ມາ ພັກແຮງງານ ເກົາຫລີ ໄດ້ສ້າງສາ ພັທນາ ປະເທດ ໄປຕາມເສັ້ນທາງ ສັງຄົມນິຍົມ ມີແນວທາງ ການປະຕິວັດ ຂອງ “ຈູເຊ" ຂອງ ທ່ານ ກິມອິນຊຸງ ທີ່ໃຊ້ຣະບົບ ເສຖກິດແຜນການ ບໍຣິຫານ ເກື້ອກູນ ຖ່າມກາງການ ໃຊ້ຣະບົບ ຕິດຕາມສິ້ງຊອມ ເບິ່ງການເຄື່ອນໄຫວ ຂອງ ປະຊາຊົນ ຢ່າງເຂັ້ມງວດ ກວດຂັນ ແລະ ຈັບກຸມຄຸມຂັງ ຜູ້ຄົນເປັນ ຈຳນວນຫຼວງຫລາຍ ເພື່ອຮັກສາ ອຳນາດ ຂອງຕົນເອົາໄວ້.
ນັກໂທດ ທີ່ວ່ານັ້ນ ສ່ວນໃຫຍ່ ເປັນນັກໂທດ ການເມືອງ ທີ່ ຖືກຄຸມຂັງ ຢ່າງທໍຣະມານ. ຈຳນວນນັກໂທດ ຣະຫວ່າງ 150,000 ຄົນ ແລະ 200,000 ຄົນ ຖືກຂັງຢູ່ ຄ້າຍຕ່າງໆ ຕາມຈ້າຍພູ ທີ່ຫ່າງໄກ ໃນພາກກາງ ແລະ ພາກເໜືອ ຂອງປະເທດ ຊຶ່ງມີຄ້າຍ ຄຸມຂັງ ຂນາດໃຫຍ່ ຣະຫວ່າງ 6 ແລະ 8 ແຫ່ງ ແລະ ຂນາດນ້ອຍ ຫລາຍສິບແຫ່ງ.
ໃນການ ສືບທອດອຳນາດ ທ່ານ ກິມເຈິງອິນ ຖືກປະກາດ ໃຫ້ເປັນ ຜູ້ສືບທອດ ຕໍາແໜ່ງ ຄົນຕໍ່ໄປຈາກ ຜູ້ເປັນພໍ່ ຢ່າງເປັນທາງການ ຢູ່ໃນກອງ ປະຊຸມໃຫຍ່ ຂອງພັກ ແຮງງານເກົາຫລີ ເມື່ອປີ 1980 ຊຶ່ງເປັນປີ ທີ່ທ່ານ ໄດ້ເປັນຜູ້ນຳ ຄົນສຳຄັນ ຂອງພັກ ຄືເປັນ ສະມາຊິກ ຂອງຄນະ ກັມມາທິການ ທະຫານ ສູນກາງພັກ.
ໃນປີ 1991 ທ່ານ ກິມເຈິງອິນ ໄດ້ຖືກສເນີ ຂຶ້ນເປັນ ຜູ້ບັນຊາການ ສູງສຸດ ຂອງກອງທັບ ປະຊາຊົນ ເກົາຫລີ ໃນຂນະທີ່ ໂຄງຮ່າງການເມືອງ ຂອງ ເກົາຫລີເໜືອ ໄດ້ຊຸດໂຊມລົງ ຢ່າງຫລວງຫລາຍ. ການສືບທອດ ອຳນາດ ເປັນໄປແບບ ເຊື້ອສາຍ ທ່ານ ກິມເຈິງອິນ ຂຶ້ນກຳອໍານາດ ໃນປີ 1994 ພາຍຫລັງທີ່ ທ່ານ ກິມອິນຊຸງ ຜູ້ເປັນພໍ່ໄດ້ ເສັຽຊີວິດ ຍ້ອນໂຣກ ຫົວໃຈວາຍ. ທ່ານ ກິມເຈິງອິນ ເປັນຜູ້ນໍາ ເກົາຫລີເໜືອ ແບບສືບມື້ມາ ເປັນເວລາ ສິບກວ່າປີ. ທ່ານກຳທັງ ຕຳແໜ່ງ ເລຂາທິການ ໃຫ່ຍ ຂອງພັກ ແຮງງານເກົາຫລີ ເປັນປະທານ ຄນະກັມມາທິການ ປ້ອງກັນ ປະເທດ ຫລືວ່າ ເປັນຫົວໜ້າ ຄນະ ກັມມາທິການ ທະຫານ ສູນກາງພັກ ຊຶ່ງເປັນຂແນງ ການສຳຄັນ ທີ່ສຸດຂອງພັກ ຊຶ່ງຄົນທົ່ວໄປ ຈະບໍ່ຮູ້ ແລະ ພັກກໍບໍ່ມັກ ຈະເຜີຍແຜ່.
ທ່ານ ກິມເຈິງອິນ ໄດ້ລົ້ມປ່ວຍ ຍ້ອນເປັນໂຣກ ເບົາຫວານ ແລະໂຣກອື່ນໆ ຮວມທັງເປັນ ອັມມະພຶກ ຫລື stroke ມາແຕ່ປີ 2008 . ປັດຈຸບັນ ທ່ານມີອາຍຸ 68 ປີ.
ດັ່ງນັ້ນ ທ່ານຈຶ່ງເລັ່ງ ຖ່າຍທອດອຳນາດ ໃຫ້ລູກຊາຍ ຄົນສຸດທ້າຍ ຫລືລູກຫລ້າ ໃນຈຳນວນ 3 ຄົນ ຂອງທ່ານ ຜູ້ທີ່ມີຊື່ວ່າ ກິມເຈິງອຸນ ນັ້ນຂຶ້ນແທນ.
ກິມເຈິງອຸນ ເຊື່ອກັນວ່າ ເກີດເມື່ອປີ 1983 ຫລື 1984 ມີອາຍຸ 26-27 ປີ ແລະ ຍັງບໍ່ທັນ ໄດ້ສ້າງ ຜົນງານເດັ່ນ ຂອງຕົນເອງ ແນວໃດ ຢູ່ພາຍໃນພັກ ຫລືຣັດເທື່ອ. ແລະ ເມື່ອບໍ່ນານ ມານີ້ ກໍວ່າເປັນ ຫົວໜ້າຄນະ ປະຕິຮູບ ເງິນຕຣາ ແຕ່ແລ້ວ ກໍຫລົ້ມເຫລວ ເຮັດໃຫ້ ຣາຄາສິນຄ້າ ແພງ ແລະ ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ຫລາຍຂຶ້ນ. ກອງປະຊຸມ ພັກ ທີ່ຈະມີຂຶ້ນ ນີ້ ສາມາດ ນໍາໄປສູ່ ການປັບປຸງ ໂຄງສ້າງ ທີ່ຈະຊ່ວຍ ໃຫ້ ກິມເຈິງອຸນ ສ້າງເຄືອຂ່າຍ ການສນັບສນູນ ຕົນຂຶ້ນໄດ້. ແຕ່ຖ້າວ່າ ການໃຫ້ຫຼາຍ ຕໍາແໜ່ງ ແກ່ ກິມເຈິງອຸນ ພ້ອມກັນ ບາດດຽວ ຄືກັບທີ່ໃຫ້ ພໍ່ເມື່ອ ຜ່ານມານັ້ນ ຈະເປັນການ ແບກຫາບ ພາລະ ຫລາຍເກີນໄປ ສໍາລັບ ກິມເຈິງອຸນ ແລະ ຫລາຍໆຄົນ ກໍມີຄວາມ ສົນໃຈເພີ້ມຂຶ້ນ ກ່ຽວກັບ ຜູ້ສືບທອດ ທ່ານ ກິມເຈິງອິນ ຊຶ່ງເມື່ອອາທິດ ຜ່ານມາ ສະມາຊິກ ຂັ້ນນຳ ຂອງພັກ ທົ່ວປະເທດ ເດີນ ທາງເຂົ້າມາ ປະຊຸມ ຢູ່ກຸງ ພຽງຢາງ. ຮູບພາບຈາກ ກຸງ ພຽງຢາງ ສະແດງໃຫ້ ເຫັນເຖິງການ ເປີດເວທີ ຝຶກແອບ ການສລອງ ຂອງ ປະຊາຊົນ. ກອງທະຫານ ໄດ້ເຕົ້າໂຮມກັນ ເພື່ອກຽມພ້ອມ ເດີນສວນສນາມ. ພວກເດັກນ້ອຍ ເດີນຕາມຖນົນ ພ້ອມທັງຮ້ອງເພັງ ທີ່ມີຊື່ວ່າ “ບາດກ້າວເດີນ" ຕາມຄຳຂວັນ "ບາດກ້າວເດີນ ອັນລຳບາກ" ສນັບສນູນ ລູກຊາຍຫລ້າ ຂອງທ່ານ ກິມເຈິງອິນ. ຜູ້ຄົນຫຼາຍ ພັນຄົນ ຖືດອກໄມ້ ຢາງສີບົວ ແລະແດງໃນມື ໄປເຕົ້າໂຮມກັນ ຢູ່ຈັດຕຸລັດ ກິມ ອິນຊຸງ ເພື່ອຊ້ອມ ສເລີມສລອງ ກອງປະຊຸມພັກ ແລະ ວັນ ສະຖະປະນາ ສປປເກົາຫລີ ຄົບ ຮອບ 62 ປີ ວັນທີ 9 ກັນຍາ.
ເກົາຫລີເໜືອ ຊຶ່ງເປັນ ປະເທດປິດ ທີ່ສຸດ ໄດ້ປະກາດ ເມື່ອເດືອນ ມິຖຸນາ ວ່າ ຈະໄຂ ກອງປະຊຸມໃຫຍ່ ຂອງພັກຂຶ້ນ ໃນຕົ້ນເດືອນ ກັນຍາ ອັນຈະເປັນ ການເປີດ ສັງກາດ ທີ່ມີຄວາມໝາຍ ສຳຄັນຍິ່ງ ໃນປວັດສາດ ຂອງພັກ ເປັນຕົ້ນໃນ 30 ປີມານີ້. ແຕ່ຈົນມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນຮູ້ ເວລາອັນ ແນ່ນອນເທື່ອ ຊຶ່ງກ່ອນໜ້ານີ້ ນັກວິໄຈ ຕ່າງກໍເຊື່ອ ກັນວ່າ ກອງປະຊຸມ ຈະມີຂຶ້ນ ໃນຕົ້ນເດືອນ ກັນຍາ. ແຕ່ແລ້ວກໍຕ້ອງ ໄດ້ເຍີ້ນອອກ ໄປຕື່ມອີກ ຍ້ອນທ່ານ ກິມເຈິງອິນ ເຈັບປ່ວຍ ພາຍຫລັງທີ່ ທ່ານກັບຈາກ ການຢ້ຽມຢາມ ຈີນ ເມື່ອທ້າຍເດືອນ ຜ່ານມາ. ເຖິງແນວໃດ ກໍຄາດກັນ ວ່າ ຈະໄຂຂຶ້ນ ໃນມໍ່ໆນີ້. ກອງປະຊຸມ ຈະສນັບສນູນ ແນວທາງ ການເມືອງ ແລະ ການນຳພາ ຂອງພັກເໝືອນ ທຸກຄັ້ງຜ່ານມາ ຊຶ່ງພັກ ປະຊາຊົນ ປະຕິວັດລາວ ຖືວ່າ ເປັນການນຳພາ ອັນສລາດ ສ່ອງໄສ ໃນພາຣະກິດ ປົກປັກຮັກສາ ແລະ ພັທນາ ປະເທດ ແລະ ພາຣະກິດ ທ້ອນໂຮມ ປະເທດຊາດ ທີ່ທ່ານ ກີມອິນຊຸງ ໄດ້ວາງອອກ ແລະ ກອງປະຊຸມນັ້ນ ອາດຈະປະກາດ ໃຫ້ທ່ານ ກິມເຈິງອຸນ ເປັນ ຜູ້ສືບທອດ ຕຳແໜ່ງສູງສຸດ ຂອງ ເກົາຫລີເໜືອ ຄົົນຕໍ່ໄປ ແບບຟ້າວຟັ່ງ.
ຂນະດຽວກັນ ນັກວິໄຈ ກໍຍັງມີ ຄວາມເຫັນ ແຕກຕ່າງກັນຢູ່ ກ່ຽວກັບວ່າ ຈະມີການ ປະກາດໃຫ້ ທ່ານ ກິມເຈິງອຸນ ໃຫ້ເປັນຜູ້ນຳ ຄົນຕໍ່ໄປ ຢ່າງເປີດກວ້າງ ຫລືບໍ່ ຫລືວ່າ ຈະມີການ ໂອນອຳນາດ ແບບມິດໆ ຊຶ່ງບາງທີ ອາດເປັນປີ 2012 ຊຶ່ງເປັນປີ ຄົບຮອບປີ ເກີດ 100 ປີ ຂອງ ຜູ້ເປັນພໍ່ປູ່ ຂອງທ່ານ.