ກົດຟັງສຽງ
ຣັຖມົນຕຣີກະຊວງ ປ້ອງກັນປະເທດ ຂອງ 10 ຊາດ ສະມາຊິກ ສະມາຄົມ ບັນດາປະເທດ ເອເຊັຍ ຕາເວັນອອກສ່ຽງໃຕ້ ແລະ 8 ປະເທດ ຄຸ່ເຈຣະຈາ ທີ່ມີສ່ວນ ກ່ຽວຂ້ອງ ອັນປະກອບດ້ວຍ ສະຫະຣັດ ອະເມຣິກາ, ຈີນ, ຣັດເຊັຍ, ຍີ່ປຸ່ນ, ເກົາຫລີໃຕ້, ອິນເດັຍ, ອອສເຕຣເລັຍ ແລະ ນິວຊີແລນ ໄດ້ໄຂກອງປະຊຸມ ຄັ້ງທຳອິດ ເປັນເວລາ 1 ວັນ ທີ່ກຸງຮ່າໂນ້ຍ ປະເທດວຽດນາມ ໃນວັນທີ 12 ຕຸລາ 2010.
ປາກົດວ່າ ກອງປະຊຸມດັ່ງກ່າວ ເຮັດໃຫ້ຄວາມເຄັ່ງຕຶງ ຢູ່ທະເລຈີນ ໃຕ້ຜ່ອນຄາຍລົງ. ເຈົ້າໜ້າທີ່ ສະຫະຣັດ ເວົ້າວ່າ ປະເທດຕ່າງໆ ທີ່ມີການ ຂັດແຍ່ງກ່ຽວກັບ ການທວງອຳນາດ ອະທິປະໄຕ ເໜືອໝູ່ເກາະ ສະປຣັດລີ ແລະ ປາຣາແຊນ ທັງໝົດ ຫລືພາກສ່ວນນຶ່ງ ອັນມີທັງ ຈີນ, ວຽດນາມ, ໃຕ້ຫວັນ, ມາເລເຊັຍ, ບຣູນ໊າຍ
ແລະ ຟີລິບປິນ ນັ້ນ ກຳລັງໂຍະຍານ ໄປສູ່ການຜ່ອນ ຄາຍຄວາມເຄັ່ງຕຶງ ພາຍຫລັງ ເກີດເຫດການຕ່າງໆ ທີ່ເນື່ອງມາຈາກ ການແຍ້ງຊິງອຳນາດ ອະທິປະໄຕ
ເໜືອດິນແດນ ຢູ່ໃນຂົງເຂດດັ່ງກ່າວ ແລະຢູ່ນ່ານນ້ຳ ໃນມະຫາສະໝຸດ ປາຊິຟິກ.
ຄວາມເຄັ່ງຕຶງ ຜ່ອນຄາຍລົງ ພາຍຫລັງທີ່ ຂໍ້ຂັດແຍ່ງຣະຫວ່າງ ຈີນ ແລະ ຍີ່ປຸ່ນ ອັນສືບເນື່ອງ ມາຈາກກໍຣະນີ ຍີ່ປຸ່ນຈັບເຮືອປະມົງ ແລະ ລູກເຮືອຈີນ ທີ່ໄປຕຳເຮືອ ຣາຕເວນຂອງຍີ່ປຸ່ນ ຢູ່ບໍຣິເວນ ໃກ້ໝູ່ເກາະ ໃນທະເລຈີນ ຕາເວັນອອກ ທີ່ 2 ປະເທດຕ່າງກໍອ້າງ ເປັນກັມມະສິດ ຂອງຕົນ.
ພາຍຫລັງທີ່ຈີນ ໄດ້ປ່ອຍເຮືອ ແລະ ຊາວປະມົງວຽດນາມ 9 ຄົນ ຊຶ່ງທາງການຈີນ ໄດ້ຈັບຢູ່ໃກ້ກັບໝູ່ເກາະ ທີ່ມີການຂັດແຍ່ງກັນ ຢູ່ທະເລຈີນໃຕ້ ໃນວັນທີ 11 ກັນຍາ ໃນຂໍ້ຫາຣະເມີດ ກົດໝາຍຈີນ ຍ້ອນຫາປາໂດຍໃຊ້ ຣະເບີດ ແລະ ວ່າຈະຖືກປ່ອຍ ທັງຄົນແລະເຮືອ ກໍຕໍ່ເມື່ອກັບຕັນເຮືອ ຈ່າຍຄ່າປັບໃໝ ໃຫ້ກ່ອນ. ແຕ່ທາງການ ວຽດນາມເວົ້າວ່າ ການຈັບນັ້ນ ບໍ່ສົມເຫດສົມຜົນ ຍ້ອນວ່າພວກເຂົາເຈົ້າ ໄດ້ໄປຫາປາ ຕາມປົກກະຕິ ຢູ່ໃນທະເລອ້ອມ ໝູ່ເກາະ ປາຣາແຊນ ຊຶ່ງຢູ່ໃນເຂດ ນ່ານນໍ້າ ຂອງວຽດນາມ ຈື່ງໄດ້ຮຽກຮ້ອງ ໃຫ້ຈີນປ່ອຍຢ່າງຮີບດ່ວນ ແລະບໍ່ມີເງື່ອນໄຂ ຊຶ່ງເມື່ອມີການພົບປະ ຣະຫວ່າງ ພົນໂທອາວຸໂສ ຟຸງ ກວາງ ແທັງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດວຽດນາມ ແລະ ພົນເອກ ຫລຽງ ກວງເລັ່ຍ ຄູ່ຕຳແໜ່ງຝ່າຍຈີນ ແຕ່ບໍ່ໄດ້ມີການ ເວົ້າເຖິງຂໍ້ຂັດແຍ່ງ ໃນເຂດໝູ່ເກາະ 2 ແຫ່ງ ຢູ່ທະເລຈີນໃຕ້ ແຕ່ຢ່າງໃດ.
ໃນຣະຫວ່າງ ການປະຊຸມ ທ່ານ ໂຣເບີດ ເກຕສ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ສະຫະຣັດ ອະເມຣິກາ ກ່າວວ່າ ຂໍ້ຂັດແຍ່ງຕ່າງໆ ທີ່ເກີດຈາກການ
ອ້າງກັມມະສິດ ເໜືອດິນແດນ ແຕ່ລະແຫ່ງ ຕລອດເຖິງເສັ້ນທາງ ການເດີນເຮືອ ໃນເຂດ ປາຊີຟິກ ຈະກາຍເປັນບັນຫາ ທີ່ທ້າທາຍ ຄວາມໝັ້ນຄົງ ແລະການຂຍາຍ ຕົວຂອງຂົງເຂດນີ້. ທ່ານວ່າ ທ່ານຮູ້ສຶກ ມີກຳລັງໃຈ ທີ່ໄດ້ເຫັນສັນຍານ ເບື້ອງຕົ້ນ ຂອງຄວາມຄືບໜ້າ ໄປສູ່ການຕົກລົງ ສ້າງກົດຣະບຽບ ພື້ນຖານ ເພື່ອຫລີກລ້ຽງບໍ່
ໃຫ້ເກີດການຕິດຕໍ່ ກັນແບບຜິດໆ ແລະ ຄວາມຂັດແຍ່ງກັນ ຊຶ່ງຈີນຕ້ອງການ ແກ້ໄຂຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້ ໂດຍການເຈຣະຈາແບບ 2 ຝ່າຍໂດຍກົງ ຣະຫວ່າງ ຄູ່ກໍຣະນີ ທີ່ອ້າງກັມມະສິດ ທັບຊ້ອນກັນ. ອັນໝາຍຄວາມວ່າ ເຈຣະຈາ ຣະຫວ່າງຈີນ ທີ່ເປັນປະເທດໃຫຍ່ ມີອິດທິພົນ ທາງດ້ານການທະຫານ ແລະເສຖກິດ ກັບແຕ່ລະ ປະເທດຄູ່ກໍຣະນີ ຊຶ່ງເປັນປະເທດນ້ອຍ ດ້ອຍກວ່າຈີນ ຫລາຍທີ່ສຸດ.
ເວົ້າເຖິງການ ແກ້ໄຂບັນຫາ ດັ່ງກ່າວ ທ່ານ ໂຣເບີດ ເກດ ເວົ້າວ່າ: ພວກຂ້າພະເຈົ້າ ເຫັນວ່າ ການແກ້ໄຂຂໍ້ຂັດແຍ່ງ ທີ່ຮຸນແຮງຂຶ້ນນັ້ນ ຈະອາໃສແຕ່ການ ພົວພັນ 2 ຝ່າຍ ແມ່ນບໍ່ພຽງພໍ -- ພວກຂ້າພະເຈົ້າ ຕ້ອງການໃຫ້ມີ ຫລາຍສະຖາບັນ ໃນການແກ້ໄຂບັນຫາ ທີ່ຈະນຳໄປສູ່ ການປະເຊີນໜ້າກັນ ອັນເປັນບັນຫາ ສຳຄັນ ທີ່ທ້າທາຍ ທາງດ້ານ ຄວາມໝັ້ໜຄົງ ຢູ່ໃນຂົງເຂດນີ້.
ໃນຣະຫວ່າງການ ປາຖະກະຖາ ຕໍ່ພວກນາຍທະຫານ ທີ່ມະຫາວິທຍາໄລ ແຫ່ງຊາດວຽດນາມ ຢູ່ກຸງຮ່າໂນ້ຍ ທ່ານກ່າວວ່າ ບັນຫາສຳຄັນ ຢູ່ຂົງເຂດເອເຊັຍ ຮວມທັງ ການຂັດແຍ່ງ ທາງດ່ານດິນແດນ ທາງທີ່ດີກວ່າໝູ່ ຄວນຈະໄດ້ຮັບ ການແກ້ໄຂໂດຍ ການຮ່ວມມືຢ່າງ ເອົາຈິງເອົາຈັງ ຂອງຫລາຍຝ່າຍ. ທ່ານວ່າ ສະຫະຣັດ ແລະ ວຽດນາມ ກໍຄືປະເທດອື່ນໆ ໃນຂົງເຂດນີ້ ຕ່າງກໍມີຜົນ ປະໂຫຍດຮ່ວມກັນ ໃນຄວາມປອດໄພ ຂອງການເດີນເຮືອ ແລະ ມິອິສຣະພາບ ໃນການໃຊ້ເຂດ ນ່ານນ້ຳສາກົນ ແຕ່ຈີນເຫັນວ່າ ສະຫະຣັດ ເປັນປະເທດທີ່ ບໍ່ມີຫຍັງກ່ຽວຂ້ອງ ກັບທະເລຈີນໃຕ້ ໃນຂນະທີ່ ສະຫະຣັດ ເຕືອນຝ່າຍຕ່າງໆ ທີ່ພຍາຍາມບໍ່ເຫັນ ຜົນປະໂຫຍດ ຂອງບໍຣິສັດ ສະຫະຣັດ ໃນເຂດນີ້.
ເຈົ້າໜ້າທີ່ ສະຫະຣັດ ເວົ້າວ່າ ຣະຫວ່າງ ການປະຊຸມ ສະຫະຣັດ ແລະອີກ 6 ປະເທດຄື: ອອສເຕຣເລັຍ, ຍີ່ປຸ່ນ, ເກົາຫລີໃຕ້, ມາເລເຊັຍ, ສິງກະໂປ ແລະວຽດນາມ ໄດ້ຍົກເອົາບັນຫາ ທີ່ມີຄວາມ ວິຕົກກັງວົນ ກ່ຽວກັບ ການປະເຊີນໜ້າກັນ ໃນທະເລຈີນໃຕ້ ຂຶ້ນມາພິຈາຣະນາ ຮ່ວມກັນ ຊຶ່ງມັນ ກົງກັນຂ້າມ ກັບວາລະກອງປະຊຸມ ຣະດັບຣັຖມົນຕຣີ ຕ່າງປະເທດ ຂອງອາຊຽນ ກັບປະເທດ ຄູ່ເຈຣະຈາຕ່າງໆ ຢູ່ປັກກິ່ງ ປະເທດຈີນ ເມື່ອເດືອນ ກໍຣະກະດາ ປີ 2010 ຊຶ່ງ ສະຫະຣັດ ໄດ້ເວົ້າເຖິງ ເຣື້ອງດັ່ງກ່າວ ໃນທໍານອງ ດຽວກັນນີ້.
ເຈົ້າໜ້າທີ່ອາວຸໂສ ຂອງສະຫະຣັດ ທ່ານນຶ່ງເວົ້າວ່າ ຢ່າງໜ້ອຍທີ່ສຸດ ໃນການ ປຶກສາຫາລືກັນ ໃນຣະຍະຫລັງໆມານີ້ ບາງຄັ້ງ ຝ່າຍຈີນຄືຈັ່ງວ່າ ຖອຍກັບ ຈາກການທີ່ ຈີນ ຢືນຢັນວ່າ ເຂດທະເລຈີນໃຕ້ ເປັນຜົນປະໂຫຍດ ຕົ້ນຕໍຂອງຕົນ ແລະ ປັດຈຸບັນນີ້ ຈີນອາດຈະກໍາລັງ ຊອກຫາຫົນທາງອື່ນ ໃນການພົວພັນ ໃຫ້ຊັດເຈນ ຫລາຍຂຶ້ນ.
ຕາມຂ່າວກ່ອນໜ້ານີ້ ຈີນເວົ້າວ່າ ເຂດທະເລຈີນໃຕ້ ເປັນນຶ່ງໃນ ຜົນປະໂຫຍດຕົ້ນຕໍ ແຫ່ງຊາດ ຄືເທົ່າທຽມກັນກັບ ດິນແດນທິເບດ ແລະ ໃຕ້ຫວັນ ອັນໝາຍຄວາມວ່າ ຈີນຈະບໍ່ຍອມ ປະນິປະນອມ ກັບປະເທດໃດໆ ເຖິງແມ່ນວ່າ ເຈົ້າໜ້າທີ່ ສະຫະຣັດ ບາງທ່ານ ມີຄວາມຂ້ອງໃຈ ວ່າອັນນັ້ນເປັນ ຈຸດຢືນຢ່າງເປັນທາງການ ຂອງຈີນ ຫລືບໍ່ ໃນຂນະທີ່ຈີນ ພັທນາກຳລັງທັບ ຂອງຕົນຢູ່ນີ້.
ເຖິງແນວໃດກໍຕາມ ທ່ານ ຫລຽງ ກວງເລັ່ຍ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດຈີນ ກໍໄດ້ກ່າວຢືນຢັນ ຢູ່ໃນກອງປະຊຸມ ທີ່ ຮ່າໂນ້ຍວ່າ: ການພັທນາ ດ້ານການປ້ອງ ກັນຕົວຂອງຈີນ ບໍ່ໄດ້ມີຈຸດປະສົງ ທີ່ຈະທ້າທາຍ ຫລື ຮຸກຮານຊາດໃດ ແຕ່ເພື່ອຮັບປະກັນ ຄວາມໝັ້ນຄົງຂອງຕົນ ເພື່ອສົ່ງເສີມ ສັນຕິພາບ ແລະ ສະເຖັຍຣະພາບ ໃນຂົງເຂດ ແລະໃນໂລກ.
ທ່ານວ່າຈີນໄດ້ ຕັດສິນໃຈທາງ ຍຸທສາດ ສຳລັບການພັທນາ ຢ່າງສັນຕິ ໃນຣະຍະຍາວແລ້ວ ແລະຈີນເປັນມິດ ແລະເປີດ ກວ້າງສຳລັບ ການເຈຣະຈາ ຮ່ວມມືທາງດ້ານ ຄວາມໝັ້ນຄົງ ໃນຣະດັບຂົງເຂດ ຮວມທັງໃຫ້ການ ສນັບສນູນ ອາຊຽນ. ກ່ອນເຂົ້າຮ່ວມກອງປະຊຸມ ທ່ານ ໂຣເບີດ ເກດສ ໄດ້ພົບກັບພົນເອກ ຫລຽງ ກວງເລັ່ຍ ຊຶ່ງທັງ 2 ກ່າວວ່າການ ພົບປະເຈຣະຈາ ມີຄວາມຄືບໜ້າ ທີ່ສຳຄັນ ໃນການປັບປຸງ ການພົວພັນຣະຫວ່າງ 2 ປະເທດ ພາຍຫລັງທີ່ຈີນ ຍຸຕິ ການຕິດຕໍ່ພົວພັນ ທາງທະຫານກັບ ສະຫະຣັດ ເພື່ອຕອບໂຕ້ກໍຣະນີ ທີ່ສະຫະຣັດ ຂາຍອາວຸດໃຫ້ໃຕ້ຫວັນ ເປັນມູນຄ່າ 6,000 ກວ່າລ້ານໂດລາ.
ໃນຕອນເຊົ້າຂອງວັນທີ 11 ຕຸລາ ທ່ານ ຫລຽງ ກວງເລັ່ຍ ກໍໄດ້ພົບກັບທ່ານ ໂຕຊິມິ ກິຕາຊາວະ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດຍີ່ປຸ່ນ ຊຶ່ງຕ່າງຝ່າຍຕ່າງ ກໍເຫັນພ້ອມນຳກັນ ວ່າຈະຈັດຕັ້ງກົນໄກ ປະສານງານຮ່ວມກັນ ເພື່ອປ້ອງກັນບໍ່ໃຫ້ ເກີດການ ກະທົບກະເທືອນ ຕໍ່ກັນໃນບັນຫາ ຢູ່ທະເລຈີນ ຕາເວັນອອກ ຂຶ້ນຕື່ມອີກ.
ເບິ່ງລວມແລ້ວເຫັນວ່າ ກອງປະຊຸມ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ 10 ຊາດ ອາຊຽນ ແລະ 8 ປະເທດ ຮວມທັງ ສະຫະຣັດ ອະເມຣິກາ ທີ່ມີສ່ວນກ່ຽວຂ້ອງ ຢູ່ຮ່າໂນ້ຍ ໃນວັນທີ 12 ຕຸລາ ເປັນກອງປະຊຸມ ທີ່ມີຄວາມໝາຍ ສຳຄັນ ໃນການໃຫ້ຄວາມເຄັ່ງຕຶງ ຢູ່ທະເລຈີນໃຕ້ ແລະທະເລຈີນ ຕາເວັນອອກ ຜ່ອນຄາຍລົງ.
ແຕ່ນັກວິໄຈຫລາຍທ່ານ ໃຫ້ຂໍ້ສັງເກດວ່າ ອາດຈະເປັນໄປໄດ້ຍາກ ໃນການທີ່ຈະແກ້ໄຂ ຂໍ້ຂັດແຍ່ງທີ່ວ່ານັ້ນ ໃຫ້ລຸລ່ວງໄປໄດ້.