ເຣື້ອງທີ່ເກັບບັນທຶກໄວ້
2009-10-05
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 8 ໃນມື້ນີ້ຈະໄດ້ ກ່າວເຖິງຕອນທີ່ ພວກທະຫານ ແນວລາວ ພາກັນເພີ້ມຂຍາຍ ການໂຄສະນາຊວນເຊື່ອ ຍຸຍົງໃຫ້ປະຊາຊົນ ເລີ້ມຣະແວງສົງໃສ ຊຶ່ງກັນແລະກັນ.
2009-09-28
ສາຣະຄະດີເຣື້ອງ ສຸດສາຍທາງເລກ 9 ປະຈຳສັປດານີ້ ຈະໄດ້ເລົ່າເຖິງເຣື້ອງ ທີ່ຊາວເມືອງ ສວັນນະເຂດ ໄດ້ພາກັນແຕກຕື່ນ ຍ້ອນການອອກ ອາຣະວາດ ຈັບກຸມຊາວບ້ານ ແບບໄຮ້ເຫດຜົນ ແລະປາສຈາກ ຄຳອະທິບາຍ ຂອງທະຫານພວກ ແນວລາວ. ສເນີໂດຍ: ໂມທະນາ
2009-09-20
ຣາຍການ ສາຣະຄະດີ ເຣື້ອງ”ສຸດສາຍທາງເລຂ9” ປະຈຳສັປດາ ຕອນທີ 6 ໃນມື້ນີ້ຈະໄດ້ ກ່າວເຖິງສາເຫດ ທີ່ພວກທະຫານ ແນວລາວກຳລັງ ຂຸ້ນຂ້ຽວຈັບກຸມ ມັດສອກເອົາ ປະຊາຊົນຊາວ ເມືອງສວັນນະເຂດ ຕລອດຮອດນາຍ ແລະພົນທະຫານ ໃນທົ່ວເຂດ ທະຫານພາກ3. ເຊີນທ່ານຮັບຟັງໄດ້. ສເນີໂດຍ:ໂມທະນາ
2009-09-14
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ9” ປະຈຳສັປດາ ຕອນທີ 5 ຈະໄດ້ກ່າວເຖິງ ແຫລ່ງແລະທີ່ມາ ຂອງສາເຫຕທີ່ ຜັກດັນໃຫ້ ຣັຖບານ ຄອມມຸຍນີສຕ໌ ລາວແດງ ຄິດສ້າງສູນສັມມະນາ ຕາມສາຍທາງເລຂ9 ເຊີນທ່ານຮັບຟັງໄດ້. ສເນີໂດຍ: ໂມທະນາ
2009-09-07
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 4 ໃນມື້ນີ້ຈະໄດ້ ກ່າວເຖິງການສູ້ຣົບ ກັນຣະຫວ່າງ ກຳລັງທັບວຽດນາມໃຕ້ ແລະວຽດນາມເໜືອ ຢູ່ຜືນແຜ່ນດີນລາວ ທີ່”ບ້ານດົງ” ຕາມສາຍທາງເລຂ9 ໃນປີ 1970 ແລະໃນທີ່ສຸດ ກໍກາຍເປັນ ສນາມຣົບອັນລືຊື່ ທີ່ຮູ້ກັນດີ ໃນເມື່ອກ່ອນວ່າ “ບັ້ນຮົບລຳເຊິງ 719” ເຊີນທ່ານຮັບຟັງໄດ້. ສເນີໂດຍ: ໂມທະນາ
2009-08-31
ເພື່ອໃຫ້ຄົບ ແລະສົມບູນແບບ ກ່ຽວກັບປະຫວັດ ຄວາມເປັນມາຂອງ ສາຍທາງເລຂ9. ໃນມື້ນີ້ຜູ້ຂຽນ ຈະໄດ້ເລົ່າເຖິງ ສາຍທາງ ເພັຊຄາຕ ອີກເສັ້ນນຶ່ງ ຊຶ່ງໄດ້ຂນານນາມວ່າ ”ເສັ້ນທາງໂຮຈິມີນ”. ໃນເມື່ອວ່າສາຍທາງ ເພັຊຄາຕ ທັງສອງສາຍດັ່ງກ່າວ ເຊື່ອມເຂົ້າກັນ ກໍຍິ່ງເຮັດໃຫ້ ສາຍທາງເລຂ9 ມີອາຖັນທີ່ ໄດ້ສັງເວີຍ ແລະເອົາຊີວິດ ຂອງບັນດານັກໂທດ ສັມມະນາກອນ ເປັນທະວີຄູນຍິ່ງຂື້ນ. ຄວາມເປັນມາຄືແນວໃດ ເຊີນທ່ານຮັບຟັງ ສາຣະຄະດີ ເຣື້ອງ”ສຸດສາຍທາງເລຂ9 ປະຈຳສັປດາ ຕອນທີ່ 3 ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ: ໂມທະນາ
2009-08-22
ສາຣະຄະດີເຣື້ອງ ”ສຸດສາຍທາງເລຂ9” ໃນບົດເລີ້ມຕົ້ນ ເມື່ອອາທິດທີ່ຜ່ານມາ ຜູ້ຂຽນໄດ້ຮີບໂຮມ ເລົ່າເອົາຄວາມອາຖັນ ທັງໝົດ ຂອງສາຍທາງເລຂ 9 ມາໃຫ້ທ່ານໄດ້ຮັບຟັງ ຄືແຕ່ສວັນນະເຂດ ຈົນຮອດຊາຍແດນ ວຽດນາມ ແລະຕອນທີ່ 2 ຂອງຣາຍການ ໃນມື້ນີ້ນັ້ນ ຈະໄດ້ກ່າວເຖິງ ປວັດຫຍໍ້ ຂອງສາຍທາງເລຂ 9 ເພື່ອໃຫ້ທ່ານໄດ້ຮູ້ເຖິງ ທີ່ມາແຫ່ງການສ້າງ ສູນສັມມະນາ ຂອງຣັຖບານ ສປປລາວ ໃນກາງປີ 1975…ເຊີນທ່ານຮັບຟັງໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ : ໂມທະນາ
2009-08-17
ສາຣະຄະດີ ”ສຸດສາຍທາງເລຂ9” ເປັນເຣື້ອງຂອງຊີວິດ ອາດິດນາຍທະຫານ ໃນເຂດແຂວງສວັນນະເຂດ ທ່ານນຶ່ງ ທີ່ຈະໄດ້ເລົ່າ ເຖິງເຫດການ ຄວາມເປັນຈິງຂອງ ຜູ້ກ່ຽວທີ່ຖືກຈັບ ເປັນນັກໂທດ ສັມມະນາກອນ ພາຍຫລັງທີ່ ພຣະຣາຊອານາຈັກລາວ ໄດ້ຖືກ ສະຖາປະນາເປັນ “ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ” ໃນວັນທີ 2 ທັນວາ 1975. ຜູ້ກ່ຽວຈະໄດ້ ທົບທວນເຖິງ ສີ່ງທີ່ເປັນມາແລ້ວ ເມື່ອ34ປີກ່ອນ ທີ່ໄດ້ປະສົບພົບພໍ້ ດ້ວຍຕົນເອງ ເວລາໃຊ້ຊີວິດ ຢູ່ພາຍໃນສູນ ສັມມະນາ ຫລາຍໆແຫ່ງ ຢູ່ຕາມຖນົນ ສາຍທາງເລຂ9 ເປັນເວລາສີບກວ່າປີ. ສາຍທາງເລຂ9 ປັດຈຸບັນນີ້ ຫລາຍຄົນເວົ້າວ່າ ງາມດີ ທ່ອງທ່ຽວສະດວກ ແຕ່ສາຣະຄະດີ ເຣື້ອງດັ່ງກ່າວນິ້ ຈະບໍ່ຍອມໄປ ກ່ຽວຂ້ອງໃດໆ. ແຕ່ສິ່ງທີ່ຢາກຈະເວົ້າ ໃຫ້ຟັງຕື່ມນັ້ນ ກໍແມ່ນວ່າ ສາຍທາງເລຂ9 ສາຍນີ້ ເຊືອມຕໍ່ໃສ່ເສັ້ນທາງ ”ໂຮຈິມີນ” ເປັນເຫດ ໃຫ້ເຣືອບີນຣົບ ຂອງກອງທັບອາກາດ ອະເມຣິກັນ ເຂົ້າມາຖີ້ມຣະເບີດ ຂນາດນ້ອຍແລະໃຫຍ່ ໃສ່ຫລາຍລ້ານຕັນ ໃນປາງສົງຄາມ ວຽດນາມ. ມັນແມ່ນສາຍທາງ ມໍຣະນະ ທີ່ຣັຖບານລາວ ຄອມມີວນີສ ໃຊ້ເປັນເສັ້ນທາງ ”ເພັຊຄາຕ” ເພື່ອລ້າງຜານຊີວິດ ຂອງພວກນັກໂທດ ສັມມະນາກອນ ໃນສູນກັກຂັງ ແຫ່ງຕ່າງໆ ໃນສາຍທາງເລຂ9 ດັ່ງກ່າວ. ເຣື້ອງຣາວ ຈະເປັນຢ່າງໃດ? ຂໍເຊີນທ່ານ ເຂົ້າສູ່ຣາຍການ ສາຮະຄະດີເຣື້ອງ ”ສຸດສາຍທາງເລຂ9” ປະຈຳສັປດາຕອນ ທີ່ 1 ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ : ໂມທະນາ