ເຣື້ອງທີ່ເກັບບັນທຶກໄວ້
2011-10-17
ຣາຍການ ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສຸດສາຍທາງເລຂ 9” ຕອນຈົບ ຊຶ່ງທ່ານ ຈະໄດ້ ຟັງ: ການຕິດຕັ້ງ ເສົາອິ້ວອອຍ ການໂຕນໜີ ຂອງ ນັກໂທດ ເພດສາມ ແລະ ການບັງຂັບ ໃຫ້ຜລິດ ກອງຊຸມ ແກ່ສູນ ກັກຂັງ ”ບ້ານແກ້ງຂັນ”. ສເນີໂດຍ: ໂມທະນາ
2011-10-10
ຣາຍການ ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສຸດສາຍທາງ ເລຂ 9” ຕອນທີ 112 ຊຶ່ງຍັງຈະ ໄດ້ເລົ່າ ເຖິງ ຜົນສະທ້ອນ ຈາກການ ບັງຂັບ ໃຫ້ນັກໂທດ ຊາຍ ຍິງ ແຕ່ງງານກັນ ຢູ່ສູນ ກັກຂັງ ”ຜາບັງ”. ສເນີໂດຍ: ໂມທະນາ
2011-10-03
ຣາຍການ ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສຸດສາຍ ທາງເລຂ 9” ຕອນທີ 111 ຊຶ່ງເປັນ ເຣື້ອງ ຊີວິດຈິງ ຂອງ ນາຍທະຫານ ລາວ ຜູ້ນຶ່ງ. ຕອນທີ 111 ຊຶ່ງຍັງ ຈະຕໍ່ ຈາກ ສັປດາ ກ່ອນ ທີ່ ພວກນັກໂທດ ຍິງ-ຊາຍ ໃນສູນ ກັກຂັງ ”ຜາບັງ” ແລະ ສູນກັກຂັງ ບ້ານ ”ແກ້ງຄັນ” ຖືກຫົວໜ້າ ສູນ ບັງຄັບ ໃຫ້ເປັນ ຜົວເມັຍກັນ ແບບຜິດ ປະເພນີ ແລະ ຜິດສິລທັມ. ສເນີໂດຍ: ໂມທະນາ
2011-09-26
ຣາຍການ ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສຸດສາຍທາງເລຂ 9” ຕອນ ທີ 110 ຊຶ່ງທ່ານ ຈະໄດ້ ຟັງເຣື້ອງ ກ່ຽວກັບ ຫົວໜ້າສູນ ກັກຂັງ ”ຜາບັງ” ກັບ ຫົວໜ້າ ສູນກັກຂັງ ບ້ານ ”ແກ້ງຄັນ” ທີ່ ບັງຂັບ ໃຫ້ ນັກໂທດ ຊາຍ ຍິງ ທັງສອງສູນ ແຕ່ງງານກັນ ແບບຝ່າຝືນ ປະເພນີ ຊົນຊາດ ລາວ. ສເນີໂດຍ : ໂມທະນາ
2011-09-19
ສາຣະຄະດີ ປະຈຳ ສັປດາ ເຣື່ອງ ”ສຸດສາຍທາງ ເລຂ 9” ຕອນທີ 109 ທ່ານຈະໄດ້ ຮັບຟັງ ເຣື່ອງ ການຈັບກຸມ ພວກນັກໂທດ ສັມມະນາກອນ ຊັ້ນນາຍພັນ ຈາກ ສູນສັມມະນາ ”ລາເກົາ”. ສເນີໂດຍ: ໂມທະນາ
2011-09-06
ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ສຸສານ ທາງເລຂ 9” ຊຶ່ງເປັນ ເຣື້ອງຈິງ ຂອງ ນາຍທະຫານ ຜູ້ນຶ່ງ ໃນເຂດ ທະຫານພາກ 3 ແຫ່ງ ພຣະຣາຊ ອານາຈັກ ລາວ ທີ່ໄດ້ຖຶກ ສົ່ງໄປ ຄຸມຂັງ ໃນ ຄ້າຍຕ່າງໆ ໃນແຂວງ ສວັນນະເຂດ ເປັນເວລາ 10 ກວ່າປີ ພາຍຫລັງ ທີ່ ເມືອງລາວ ມີການ ປ່ຽນແປງ ຣະບອບ ປົກຄອງ ໃໝ່ ໃນປີ 1975. ມື້ນີ້,ແມ່ນຕອນ ທີ 108 ຊຶ່ງທ່ານ ຈະໄດ້ ຮັບຟັງ ກ່ຽວກັບ ວິທີການ ຄາຕກັມ ນັກໂທດ ສັມມະນາກອນ ແບບເລິກແລບ ຂອງພວກ ທະຫານ ແນວລາວ ປະຈຳ ສູນກັກຂັງ ບ້ານ”ແກ້ງຄັນ”. ສເນີໂດຍ: ໂມທະນາ
2011-08-29
ເຊີນທ່ານ ຮັບຟັງ ລາຍການ ສາຣະຄະດີ ເຣື້ອງ ສຸດສາຍທາງເລຂ 9 ປະຈຳ ສັປດາ ຕອນ ທີ 107. . . ສເນີໂດຍ: ໂມທະນາ
2011-08-22
ເຊີນທ່ານ ຮັບຟັງ ລາຍການ ສາຣະຄະດີ ເຣື້ອງ ສຸດສາຍທາງເລຂ 9 ປະຈຳ ສັປດາ ຕອນ ທີ 106, ໃນມື້ນີ້ ທ່ານ ຈະໄດ້ຟັງ ເຣື້ອງ ວິທີ ການຫຼອກ ສັງຫານ ນັກໂທດ ສັມມະນາກອນ ແບບໃຫມ່ ພາຍໃນ ຄຸກ ບ້ານ ແກ້ງຄັນ. ສເນີໂດຍ: ໂມທະນາ
2011-08-15
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລກ 9” ປະຈໍາ ສັປດາ ຕອນທີ 105 ໃນມື້ນີ້ ຈະໄດ້ຟັງ ການບັລຍາຍ ເຖິງການ ໂຕນໜີ ຂອງພວກ ນັກໂທດ ສັມມະນາກອນ ແລະ ວິທີ ການປົດປ່ອຍ ກັບການ ຈໍາກັດ ພາຍໃນສູນ ກັກຂັງ ບ້ານແກັງຄັນ. ສເນີ ໂດຍ ໂມທະນາ
2011-08-08
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາ ສັປດາ ຕອນທີ 104. ໃນມື້ນີ້ ທ່ານ ຈະໄດ້ຟັງ ເຣື້ອງ ການວາງແຜນ ໂຕນໜີ ຈາກ ສູນກັກຂັງ ບ້ານ”ແກ້ງຄັນ” ຂອງ ນາຍທະຫານ ນັກໂທດ ທີ່ຖືກຈັບ ມາຈາກ ສູນນາຍຮ້ອຍ ”ບ້ານດົງ”. ສເນີໂດຍ: ໂມທະນາ
2011-08-01
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລກ 9” ປະຈໍາ ສັປດາ ຕອນທີ 103 ໃນມື້ນີ້ ທ່ານຈະໄດ້ ຟັງເຣື້ອງ ວີທີການ ໂຕນໜີ ຂອງ ນັກໂທດ ທັງເພດ 1 ແລະ ເພດ 3. ສເນີ ໂດຍ: ໂມທະນາ
2011-07-25
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລກ 9” ປະຈໍາ ສັປດາ ຕອນທີ 102 ໃນມື້ນີ້ ຈະໄດ້ຟັງ ເຣື້ອງ ການໂຍກຍ້າຍ ນັກໂທດ ແມ່ຍິງ ອອກຈາກ ສູນກັກຂັງ ບ້ານ ”ແກ້ງຄັນ” ແລະ ການໂຕນໜີ້ ຂອງ ນັກໂທດ ປະເພດທີ 1. ສເນີ ໂດຍ ໂມທະນາ
2011-07-18
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາ ສັປດາ ຕອນທີ 101. ໃນມື້ນີ້ ຈະໄດ້ເລົ່າ ເຖິງຕອນ ທີ່ຜູ້ຂຽນ ຖືກຫົວໜ້າ ສູນ ບ້ານ ”ແກ້ງຄັນ” ບັງຄັບ ໃຫ້ຜລິດ ”ພັດລົມ” ດ້ວຍ ກະປຸກເຈັຍ ຣົຖຈິປ. ສເນີໂດຍ: ໂມທະນາ
2011-07-11
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາ ສັປດາ ຕອນທີ 100. ໃນມື້ນີ້ ຈະໄດ້ ເລົ່າເຖິງ ຕອນທີ່ ຜູ້ຂຽນ ຖືກຫົວໜ້າ ສູນບ້ານ ”ແກ້ງຄັນ ບັງຄັບ ໃຫ້ຜລິດ ສູບ, ສູບລົມ ເພື່ອໃຊ້ ເຜົ່າຖ່ານ ຕີເຫລັກ ປະຈໍາ ສູນກັກຂັງ ທີ່ບ້ານ ”ແກ້ງຄັນ” ໃຫ້ໄດ້. ສເນີໂດຍ: ໂມທະນາ
2011-07-05
ເຊີນທ່ານ ຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາ ສັປດາ ຕອນທີ 99. ໃນມື້ນີ້ ຜູ້ຂຽນ ຈະໄດ້ເລົ່າເຖິງ ການຕໍ່ທໍ່ນໍ້າ ມາຈາກ ພູນ້ອຍ ໃຫ້ໄຫລ ເຂົ້າສູນ ກັກຂັງ ບ້ານ ”ແກ້ງຂັນ”.