ເຣື້ອງທີ່ເກັບບັນທຶກໄວ້
2009-12-18
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 19 ໃນມື້ນີ້ຈະໄດ້ກ່າວເຖິງ ຕອນທີ່ສະຖານະການ ພາຍໃນສູນສັມມະນາ ບ້ານຫ້ວຍກົກ ທະວີຄວາມຮ້າຍແຮງ ຍິ່ງຂື້ນ ພາຍຫລັງທີ່ທະຫານແນວລາວ ປ້ອງກັນສູນດັ່ງກ່າວ ສອງຄົນຖືກນັກໂທດຂ້າຕາຍ ແລ້ວໄດ້ເອົາຕົວ ຫລົບໜີຈາກສູນໄປ. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-14
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 18 ໃນມື້ນີ້ຈະໄດ້ ກ່າວເຖິງຕ່ອນທີ່ ອະດິດທະຫານ ນັກໂທດ ຊັ້ນນາຍຮ້ອຍສອງຄົນ ຖືກທະຫານແນວລາວ ປະຈຳສູນສັມມະນາ ”ບ້ານຫ້ວຍກົກ“ ສັງຫານ. ເຊີນທ່ານຮັບຟັງໄດ້ ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-07
ຣາຍການສາຣະຄະດີ ເຣື້ອງ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 17 ໃນມື້ນີ້ຈະໄດ້ກ່າວເຖິງ ການປະພຶດຕົນ ແລະການປ່ຽນແປງ ໃນທ່າທີຂອງພວກນັກໂທດ ນາຍຮ້ອຍພາຍໃນກອງຮ້ອຍ ທີ່ສອງທີ່ສູນສັມມະນາ ບ້ານຫ້ວຍກົກ ຊຶ່ງໄດ້ອຳນວຍຜົນດີ ແລະອຳນວຍຄວາມສະດວກ ຢ່າງຫລວງຫລາຍໃຫ້ແກ່ ພວກທະຫານແນວລາວ. ສເນີໂດຍ : ໂມທະນາ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 16 ໃນມື້ນີ້ຈະໄດ້ກ່າວເຖິງຕອນ ທີ່ພວກທະຫານ ແນວລາວທີ່ຄວບຄຸມສູນ ພາກັນກັ່ນແກ້ງ ຢ່າງຂນາດໜັກ ຕໍ່ພວກນັກໂທດ ສັມມະນາກອນ. ສເນີໂດຍ: ໂມທະນາ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-23
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 15 ໃນມື້ນີ້ຈະໄດ້ກ່າວເຖິງ ສະພາບຊິວິດ ການເປັນຢູ່ຂອງນັກໂທດ ສັມມະນາກອນ ທີ່ສູນສັມມະນາ ”ບ້ານຫ້ວຍກົກ”. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-16
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 14 ໃນມື້ນີ້ຈະໄດ້ ກ່າວເຖິງຕອນທີ່ພວກ ທະຫານແນວລາວ ພາຍໃນສູນສັມມະນາ ”ບ້ານນາບໍ” ບໍ່ພໍໃຈກັບພວກນັກໂທດ ສັມມະນາກອນ ເນື່ອງຈາກວ່າມີ ອະດິດນາຍທະຫານ ນັກໂທດຊັ້ນນາຍຮ້ອຍ ຈຳນວນ 23 ຄົນ ລັກໂຕນໜີອອກຈາກ ສູນສັມມະນາດັ່ງກ່າວ. ເຊີນທ່ານຮັບຟັງໄດ້. ສເນີໂດຍ : ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click)ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-09
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 13 ໃນມື້ນີ້ ຈະໄດ້ກ່າວເຖິງຕອນ ທີ່ພວກນາຍທະຫານ ນັກໂຫດສັມມະນາກອນ ພາກັນເລີ້ມສໍາຜັດ ກັບຄວາມເຍືອກເຢັນ ຂອງອາກາດຄືນທຳອິດ ພາຍໃນສູນສັມມະນາ ”ບ້ານນາບໍ”. ເຊີນທ່ານຮັບຟັງໄດ້.... ສເນີໂດຍ: ໂມທະນາ
2009-11-02
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 12 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ພວກນັກໂຫດ ສັມມະນາກອນ ພາກັນ ປຸກຕູບ ພໍໄດ້ຂຸກຫົວນອນ ໃນຍາມກາງຄືນ ແລະ ຕອນເດິກຂ້ອນຄືນ ນໍ້າໜອກກໍລົງ ນໍ້າຄ້າງກໍຕົກ ບາງຄັ້ງຝົນກໍຕົກ ຊໍ້າເຂົ້າອີກ ປະສົມກັບອາກາດ ທີ່ໜາວເຢັນ ໃນແຕ່ລະຄືນ...... ເຊີນທ່ານຮັບຟັງໄດ້ ສເນີໂດຍ: ໂມທະນາ
2009-10-26
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 11 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ຂະບວນຣົຖບັນທຸກ ຂອງທະຫານ ລາວແດງ ນຳພວກນັກໂຫດ ສັມມະນາກອນ ມຸ້ງໜ້າໄປ ສູນສັມມະນາຕ່າງໆ. ເຊີນທ່ານຮັບຟັງໄດ້. ສເນີໂດຍ: ໂມທະນາ
2009-10-19
ຣາຍການ ສາຣະຄະດີເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 10 ໃນມື້ນີ້ຈະໄດ້ ເລົ່າເຖິງຕອນທີ່ ຜູ້ບັງຄັບບັນຊາ ການທະຫານ ກອງພັນລາບທີ 306 ທີ່ເມືອງພະລານ ພ້ອມດ້ວຍນາຍທະຫານ ຊັ້ນຮອງຕ່າງໆ ຕລອດຮອດ ຜູ້ບັງຄັບກອງຮ້ອຍ ໄດ້ຖືກຈັບ. ເຊີນທ່ານຮັບຟັງໄດ້. ສເນີໂດຍ : ໂມທະນາ
2009-10-12
ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 9 ໃນມື້ນີ້ ຈະໄດ້ກ່າວເຖິງ ການທຳລາຍຊັບສີນ ແລະອຸປກອນຕ່າງໆ ໂດຍກຸ່ມປະທ້ວງ ຊື່ງແມ່ນນັກຮຽນ ນັກສືກສາ ແຂວງສວັນນະເຂດ ແລະ ການເຄື່ອນກຳລັງທັບ ຂອງແນວລາວຮັກຊາດ ເຂົ້າສູ່ເຂດ ທະຫານພາກສາມ. ສເນີໂດຍ: ໂມທະນາ
2009-10-05
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 8 ໃນມື້ນີ້ຈະໄດ້ ກ່າວເຖິງຕອນທີ່ ພວກທະຫານ ແນວລາວ ພາກັນເພີ້ມຂຍາຍ ການໂຄສະນາຊວນເຊື່ອ ຍຸຍົງໃຫ້ປະຊາຊົນ ເລີ້ມຣະແວງສົງໃສ ຊຶ່ງກັນແລະກັນ.
2009-09-28
ສາຣະຄະດີເຣື້ອງ ສຸດສາຍທາງເລກ 9 ປະຈຳສັປດານີ້ ຈະໄດ້ເລົ່າເຖິງເຣື້ອງ ທີ່ຊາວເມືອງ ສວັນນະເຂດ ໄດ້ພາກັນແຕກຕື່ນ ຍ້ອນການອອກ ອາຣະວາດ ຈັບກຸມຊາວບ້ານ ແບບໄຮ້ເຫດຜົນ ແລະປາສຈາກ ຄຳອະທິບາຍ ຂອງທະຫານພວກ ແນວລາວ. ສເນີໂດຍ: ໂມທະນາ
2009-09-20
ຣາຍການ ສາຣະຄະດີ ເຣື້ອງ”ສຸດສາຍທາງເລຂ9” ປະຈຳສັປດາ ຕອນທີ 6 ໃນມື້ນີ້ຈະໄດ້ ກ່າວເຖິງສາເຫດ ທີ່ພວກທະຫານ ແນວລາວກຳລັງ ຂຸ້ນຂ້ຽວຈັບກຸມ ມັດສອກເອົາ ປະຊາຊົນຊາວ ເມືອງສວັນນະເຂດ ຕລອດຮອດນາຍ ແລະພົນທະຫານ ໃນທົ່ວເຂດ ທະຫານພາກ3. ເຊີນທ່ານຮັບຟັງໄດ້. ສເນີໂດຍ:ໂມທະນາ
2009-09-14
ຣາຍການສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ9” ປະຈຳສັປດາ ຕອນທີ 5 ຈະໄດ້ກ່າວເຖິງ ແຫລ່ງແລະທີ່ມາ ຂອງສາເຫຕທີ່ ຜັກດັນໃຫ້ ຣັຖບານ ຄອມມຸຍນີສຕ໌ ລາວແດງ ຄິດສ້າງສູນສັມມະນາ ຕາມສາຍທາງເລຂ9 ເຊີນທ່ານຮັບຟັງໄດ້. ສເນີໂດຍ: ໂມທະນາ