ຕລາດຫູ້ນໃນລາວ

ຕລາດຫູ້ນຫລື Stock market ແຫ່ງທຳອິດຂອງລາວ ຈະສົ່ງຜົລກະທົບຕໍ່ ການພັທນາເສຖກິດ ແລະສັງຄົມ ຫລາຍປານໃດ ແລະຄົນກູ່ມໃດ ຈະໄດ້ຮັບຜົລປໂຍດ ຈາກຕລາດຫູ້ນໃໝ່ ທີ່ຈະມີຂື້ນ.
ສິດນີ
2009.03.25

ຕລາດຫຸ້ນຫລື ຕລາດຫລັກຊັບ ເປັນແຫລ່ງຣະດົມ ທືນຂອງຫລາຍ ປະເທດໃນໂລກ ບໍ່ວ່າປະເທດ ໃຫຍ່ປະເທດນ້ອຍ ປະເທດທີ່ ພັທນາຫລື ປະເທດທີ່ ກຳລັງ ພັທນາ ກໍ່ພາກັນເປີດ ຕລາດຫຸ້ນກັນ ທັງນັ້ນ. ປາກົດວ່າ ໃນຣະຍະ ຫລັງໆມານີ້ ກຸ່ມປະເທດ ຄອມມຸນີດ ໃນຂົງເຂດ ເອເຊັຽ ທັງຫລາຍ ພາກັນຫັນມາ ສົນໃຈເປີດ ຕລາດຫລັກຊັບ ໃນປະເທດຂອງຕົນ ເພື່ອຣະດົມ ທືນຈາກ ກຸ່ມຈັກກະພັດ ນັກລົງທືນຈາກ ປະເທດຕາເວັນຕົກ ແລະຈາກນາຍທືນ ໂດຍທົ່ວໄປ ຊື່ງແຕ່ກອ່ນ ກຸ່ມຜູ້ນຳ ຄອມມຸນີດ ປະນາມກຸ່ມນາຍ ທືນກຸ່ມນີ້ວ່າ ເປັນຜູ້ຂຸດເນື້ອ ເຖືອຫນັງ ປະຊາຊົນ ປະເທດທີ່ ທຸກຈົນເພື່ອສ້າງ ອານານິຄົມ ແບບໃຫມ່ດ້ວຍການ ມາລົງທືນ ແລະໃຫ້ ເງີນກູ້ແກ່ ປະເທດ ທີ່ທຸກຈົນ ເພື່ອໃຫ້ປະເທດ ເຫລົ່ານັ້ນຕີດຫນີ້ ຫລາຍຂື້ນ ຈົນອອກບໍ່ໄດ້.

ແຕ່ມາບັດນີ້ ຄວາມຄິດດັ່ງກ່າວ ຂອງກຸ່ມຜູ້ນຳ ຄອມມຸນີດ ກໍ່ໄດ້ປ່ຽນໄປ ມາເປັນການ ພທັນາ ທີ່ຢືນຢົງ ຈະເປັນທືນ ຂອງໃຜກໍ່ຕາມ ດ້ວຍການ ປະຕິຮູບຣະບົບ ນາຍທືນ ມາພັທນາ ປະເທດຊາດ ໂດຍທີ່ບໍ ຄຳນືງເຖີງ ຈັນຍາບັນ ຂອງຣະບອບ ຄອມມຸນີດ ທີ່ຕົນບູຊາ ມາຕຣອດ.

ສປຈີນ ໄດ້ເປີດຕລາດ ຫລັກຊັບຄັ້ງ ທຳອີດ ໃນປີ 1990 ທີ່ ນະຄອນຊຽງໃຮ ແລະວຽດນາມ ເປີດທີ ນະຄອນໂຮຈີມີນ ໃນປີ 2000, ກຳພູຊາ ກໍ່ວ່າຈະເ ປີດໃນປີ 2009 ແຕ່ກໍ່ເລື່ອນ ເວລາໄປຍ້ອນ ບັນຫາຫລາຍຢ່າງ ແຕ່ຕັ້ງໃຈວ່າ ຈະເປີດໃນໂອກາດ ອັນໃກ້ໆນີ້ ດ້ວຍການຊ່ອຍເຫລືອ ຂອງຕລາດຫລັກຊັບ ເກົາຫລີໃຕ້ ເຫມືອນ ກັນ.

ສຳລັບ ສປປລາວ ນັ້ນແຜນການທີ່ ຈະເປີດ ຕລາດຫລັກຊັບ ໃນລາວໄດ້ໂອ້ ລົມກັນມາແຕ່ ດົນແລ້ວແຕ່ກໍ່ ມາຕົກລົງກັນ ໄດ້ວ່າງ ສາມປີກ່ອນ ຍ້ອນການຊອ່ຍເຫລືອ ຂອງເກົາຫລີໃຕ້ ແລະໄທ.ຕລາດຫລັກຊັບ ໃນລາວຈື່ງມີ ກຳນົດຈະເປີດ ຂື້ນໃນປີ 2010 ເປັນຢ່າງຊ້າ ແລະກໍ່ບໍ່ເປັນ ຂອງແປກເພາະ ປະເທດອອ້ມຂ້າງ ເຂົາມີກັນ ຫມົດແລ້ວ ຈະເປັນການເປີດ ເພື່ອຊື່ສຽງ ຫລືວ່າເພື່ອການ ຣະດົມທືນຫລື ຢ່າງໃດ. ທ່ານ Charles Schneider ຫົວຫນ້າ ສຖາບັນການ ເງີນນສາກົນ IFC ທີ່ເປັນສາຂາ ຂອງທນາຄານໂລກ ທີນະຄອນ ຫລວງວຽງຈັນ ກ່າວວ່າງ ສອງປີກ່ອນວ່າ ມັນຊ້າເກີນໄປ ທີ່ຈະເວົ້າໄດ້ ວ່າຕລາດຫຸ້ນ ໃນລາວຈະສຳ ເຣັດຜົລເພາະລາວ ຂາດຫລາຍສີ່ງ ຫລາຍຢ່າງ ໃນນັ້ນກໍ່ຮ່ວມ ດ້ວຍໂຄງຮ່າງ ພື້ນຖານທາງດ້ານ ເສຖກິດໃນລາວ, ອົງການດັ່ງກ່າວ ປະຕິເສດຕໍ່ ຣັຖບານລາວ ໃນເວລານັ້ນ ທີ່ສເນີຢາກ ໃຫ້ເປັນຜູ້ຮັບ ຜິດຊອບທາງດ້ານ ການເງີນ ໃນກິຈການ ຕລາດຫຸ້ນໃນລາວ ໂດຍໃຫ້ ເຫດຜົລວ່າ ສີ່ງທີ່ລາວ ຕອ້ງການຢ່າງ ຫີບດ່ວນ ໃນເວລານັ້ນ ບໍ່ແມ່ນ ຕລາດຫຸ້ນ ສປປລາວ ຕອ້ງຍົກຣະດັບ ຣະບົບທນາຄານ ຂອງຕົນໃຫ້ໄດ້ ມາຕຖານ ສາກົນກ່ອນ ແລະປະຕິຮູບ ກົດເກນຕ່າງໆ ໃນການລົງທືນ ຮ່ວມໄປດ້ວຍການ ປົກປ້ອງສິດທິ ຂອງນັກລົງທືນ ຖ້າມີບັນຫາ ຄວາມຂັດແຍ່ງ ເກີດຂື້ນ ການຕັ້ງ ຄນະກັມມະການ ຄວບຄຸມ ຕລາດຫຸ້ນ ທີ່ເປັນອີສຣະ ທີ່ແນ່ນອນ ແລະຕາຍຕົວ ແບບຕລາດຫຸ້ນ ສາ ກົນ ເພາະຄວາມເຊືອຖື ເປັນສີ່ງສຳຄັນ ໃນການລົງທືນ ໃນຕລາດຫຸ້ນ.

ແຕ່ທາງການລາວ ກໍ່ບໍ່ປະລະ ໃນຄວາມຕັ້ງໃຈ ຊື່ງໃນເດືອນ ສີງຫາ ປີ 2007 ຣັຖບານລາວ ກໍ່ໄດ້ອະນຸມັດ ທນາຄານ ອອສເຕເຮັຽ ນີວຊີແລນ ຫລື ANZ ເປີດກິຈການ ໃນລາວ ເພື່ອຄວບຄຸມ ກີຈການຕລາດຫຸ້ນ ທາງດ້ານການເງີນ ທີ່ມີຫຸ້ນສ່ວນ ປະມານ 60% ທນາຄານ ການຄ້າລາວ 30% ແລະສຖາບັນ ການເງີນ IFC 10% ຈະເປັນຜູ້ ຮັບຜິດຊອບ ໃນການ ຝັນປວນຂອງຫຸ້ນ ໃນຕລາດຫຸ້ນ ໃນລາວໃນແຕ່ ລະມື້ ແລະຮັກສາ ມາຕຖານ ການຫຸ້ນຂອງ ນັກລົງທືນ ໃນລາວໃຫ້ ສອດຄ່ອງກັບ ກົດເກນຂອງ ຕລາດຫຸ້ນ ໂດຍທົ່ວໄປ, ສຳລັບ ເກົາຫລີໃຕ້ ທີ່ລົງທືນ 10 ລ້ານໃນການຕັ້ງ ຕລາດຫຸ້ນ ໃນລາວນັ້ນ ເປັນເຈົ້າຂອງ ຕລາດຫຸ້ນ ທີ່ມີສ່ວນ ແບ່ງ 51 ສ່ວນຮ້ອຍ ສ່ວນເຫລືອແມ່ນຂອງ ສປປລາວ ເປັນເຈົ້າຂອງ. ໃນທີ່ສຸດ ທ່ານ Schneider ບອກວ່າເປັນການ ລິເລີ້ມທີ່ດີ ທີ່ລາວຈະເປີດ ຕລາດຫຸ້ນໃນ ເວ ລານີ້ ບໍ່ດັ່ງນັ້ນ ນັກລົງທືນ ອາຈຫນີໄປ ລົງທືນທີ່ ປະເທດອື່ນ ບ່ອນທີ່ມີ ຕລາດຫລັກຊັບ.

ຕລາດຫຸ້ນ ແມ່ນຫຍັງ ເປັນຫຍັງລາວ ຈື່ງຕ້ອງການ ຕລາດຫຸ້ນ? ຕລາດຫຸ້ນຫລື ຕລາດຫລັກຊັບ ເປັນຕລາດທີ່ ຈະສະສົມ ກອງທືນຫລື ຣະດົມທືນຈາກ ພາກສ່ວນ ຕ່າງໆຂອງ ນັກລົງທືນ ຫລືມວນຊົນ ທົ່ວໄປ ຜູ້ທີ່ສົນໃຈ ໃນການລົງທືນ ໂດຍທີ່ບໍ່ມີ ກຳນົດ, ນັກລົງທືນ ສາມາດ ຊື້ຂາຍຫຸ້ນ ຖອດຖອນໃຖ່ຖອນ ໂອ້ນທືນຄືນທືນ ຕາມກົດເກນທີ່ ໄດ້ວາງໃວ້. ຕົ້ນທືນປະເພດ ຫລັກຊັບທີ່ ອອກຣະດົມທືນ ໃນຕລາດຫຸ້ນ ໄດ້ແກ່ພັທບັດ ຫລື BONDS ທີ່ເອີ້ນກັນວ່າ ຫຸ້ມຢືມ ຫລືຫຸ້ນທືນ ດັ່ງຕົວຢ່າງ ຣັຖບານຂາຍ BONDS ເພື່ອມາພັທນາ ເຂດອຸສາຫາກັມ ຫລືບໍ່ກໍ່ ບໍຣີສັດຂາຍ STOCK ທີ່ເອີ້ນວ່າຂາຍຫຸ້ມ ມີຈັກຫຸ້ນ ເພື່ອຂຍາຍ ທຸຣະກີດ ຂອງບໍຣິສັດ.

ບົດບາດທີ່ ສຳຄັນຂອງ ຕລາດຫລັກຊັບ ຕໍ່ການພັທນາ ປະເທດຊາດ ຫລືຕໍ່ການຂຍາຍ ທຸຣະກີດຂອງ ບໍຣິສັດ ກໍ່ແມ່ນວ່າ ການອອກຫລັກຊັບ ຈະຊ່ອຍໃຫ້ ທຸຣະກີດ ຕ່າງໆ ແລະຣັຖບານ ສາມາດຣະດົມ ທືນຈາກ ນັກລົງທືນໄດ້ ໂດຍທີ່ບໍ່ເສັຽ ຄ່າດອກເບັ້ຽສູງ ເງີນທີ່ໄດ້ມານັ້ນ ບໍຣິສັດ ແລະຣັຖບານ ສາມາດນຳໄປ ໃຊ້ໃນໂຄງການ ຕ່າໆໄດ້ແຕ່ ກໍ່ມີຂອບເຂດ ຂອງເວລາທີ່ ກຳນົດໃຫ້ ເພື່ອສົ່ງຄືນ ດ້ວຍກຳໃຣ ສຳລັບ ຣັຖບານແລ້ວ ກໍ່ແມ່ນເອົາມາ ໃຊ້ໃນການ ພັທນາ ໂຄງການໃຫຍ່ໆ ທີ່ຣັຖບານ ບໍ່ສາມາດນຳ ເງີນຈາກແຫລ່າງ ອື່ນມາດຳເນີນ ກິຈການໄດ້ ດັ່ງໂຄງການ ສາທາຣະນະ ປະໂພກ ປະເພດຕ່າງໆ ທີ່ຈະຊ່ອຍໃຫ້ ປະຊາຊົນ ມີຢູ່ມີກີນ ແລະມີວຽກເຮັດ ງານທຳ. ແຕ່ຖ້າແມ່ນ ບໍຣິສັດແລ້ວ ຖ້າຫາກຢາກອອກ ຫລັກຊັບ ຫລືຂາຍຫຸ້ນ ໃນຕລາດຫຸ້ນ ນັ້ນກໍ່ຕ້ອງ ປະຕິບັດ ຕາມກົດເກນ ຂອງຕລາດຫລັກຊັບ ດ່ັງນີ້:

ຄືນື່ງຕ້ອງ ລົງທະບຽນ ທີ່ຖືກຕ້ອງຕາມ ກົດຫມາຍ ໃນ ສປປລາວ, ສອງຕ້ອງ ມີມາຕຖານ ແລະເງື່ອນໃຂ ຕົ້ນຕໍ, ສາມຕ້ອງ ເປັນບໍຣີສັດ ຈຳກັດ ຍົກເວັ້ນແຕ່ເປັນ  ເຈົ້າຂອງຄົນດຽວ, ມີສຳນັກງານ ຕັ້ງຢູ່ ສປປລາວ ມີເງີນຕົ້ນທືນ ຈົດທະບຽນ ບໍ່ຕ່ຳກວ່າ 2 ຕື້ກີບຫລື ປະມານ 20 ພັນໂດລາ ມີຖານະການ ເງີນດີມີຣະບົບ ບັນຊີຖືກ ຕ້ອງຕາມກົດຫມາຍ ສປປລາວ ແລະມີຣະບົບ ເປີດເຜີຍຂໍ້ມູນ ທີ່ໂປ່ງໃສ ຕລາດຫັລກຊັບ ເປັນສີ່ງຈຳເປັນ ຕໍ່ການພັທນາ ປະເທດຊາດແລະ ສປປລາວ ກໍ່ເປັນປະເທດ ທີ່ກຳລັງ ພັທນາ ແລະກໍ່ຕ້ອງການ ຕລາດຫລັກຊັບ ໃນເວລານີ້. ຕລາດຫລັກຊົບ ໃນລາວ ແມ່ນການລົງທືນ ຂອງຕລາດ ຫລັກຊັບ ເກົາຫລີໃຕ້ ທາງດ້ານເທກນີກ ແລະຕລາດ ຫລັກຊັບ ແຫ່ງປະເທດໄທ ທາງດ້ານ ຝືກອົບຣົມ ນັກວີຊາການ ດັ່ງເຈົ້າຫນ້າທີ່ ຣັບຜີດຊອບ ສປປລາວ ນາງນື່ງເວົ້າວ່າ: ສຽງ.....

ເກົາຫລີໃຕ້ໄດ້ ລົງທືນ ໃນຕລາດຫັລກຊັບ 10 ລ້ານໂດລາ ທີ່ມີຫຸ້ນສ່ວນ ໃນການເປັນ ເຈົ້າຂອງ 51% ສ່ວນເຫລືອ 49% ແມ່ນຣັຖບານລາວ ເປັນເຈົ້າຂອງຊື່ງ ໃນປັດຈຸບັນ ທາງການລາວ ກໍ່ມີການ ກະຕຽມກັນ ເປັນຢ່າງດີ ເພາະຈະເປີດເປັນ ທາງການໃນປີ 2010 ເຈົ້າຫນ້າທີ່ທ່ານ ດຽວກັນນັ້ນ ກ່າວເພີ້ມອີກວ່າ:  ສຽງ....

ຜລົປະໂຍດທີ່ ລາວຈະໄດ້ຮັບ ໃນການຕັ້ງ ຕລາດຫຸ້ນ ກໍ່ແມ່ນວ່າ: 1ສປປລາວ ຈະມີທືນໃນ ການພັທນາ ໂຄງການຕ່າງໆ ທີ່ຣັຖບານ ລາວຕ້ອງການເພາະ ຈະສາ ມາດ ຣະດົມທືນ ຈາກນັກລົງທືນ ໄດ້ຫລາຍຂື້ນ ໂດຍຜ່ານ ຕລາດຫລັກຊັບ.

2-ບໍຣິສັດຫລື ຫ້າງຮ້ານຕ່າງໆ ທີ່ທຳທຸຣະກີດ ໃນລາວຫລື ຢູ່ຕ່າງປະເທດ ຜູ້ທີ່ຢາກມາ ທຳທຸຣະກິດ ໃນລາວກໍ່ຈະ ສາມາດຣະດົມ ທືນເພື່ອຂຍາຍ ທຸຣະກິດໃນລາວ ໄດ້ແລະກໍ່ຈະ ສ້າງລາຍໄດ້ໃຫ້ ແກ່ຣັຖບານລາວ ໃນແງ່ຂອງພາສີ ໃນເວລາ ດຽວກັນກໍ່ເປັນ ການສ້າງວຽກ ເຮັດງານທຳ ໃຫ້ແກ່ຄົນ ລາວຫລາຍຂື້ນ.

3-ນັກລົງທືນ ກໍ່ຈະຮູ້ຈັກ ລາວແລະຢາກມາ ລົງທືນໃນລາວ ຫລາຍຂື້ນຖ້າ ສຖາບັນການເງີນ ໃນລາວມີກົດເກນ ມາຕຖານສາກົນ ແລະໂປ່ງໃສ ໃນການ ທຳທຸຣະກີດ ໃນລາວ.

4-ສປປລາວ ກໍ່ຈະກາຍເປັນ ແຫລ່ງການລົງທືນ ລາຍນື່ງ ໃນຂົງເຂດ ແບບປະເທດ ເພື່ອນບ້ານ ແຕ່ບັນຫາທີ່ ຈະຕາມມາ ກໍ່ແມ່ນວ່າ:ນື່ງ, ຣັຖບານຍັງ ບໍ່ມີກົດຫມາຍ ທີ່ແນ່ນອນ ແລະຕາຍຕົວ ໃນການປົກປ້ອງ ສິດທິນັກ ລົງທືນໃນລາວ ຖ້າມີການ ຂັດແຍ່ງແລະ ການຟ້ອງຮ້ອງ ກັນເກີດຂື້ນ, ສອງ ໃນເວລານີ້ ນັກລົງທືນ ຕ່າງຊາດ ອາຈບໍ່ສົນໃຈ ໃນການລົງທືນ ໃນລາວ ຫລາຍປານໃດ ເປັນເພາະວ່າ ລາວຍັງຂາດເຂີນ ຫລາຍສີ່ງຫລາຍຢ່າງ ໂດຍສະເພາະ ໂຄງຮ່າງ ພື້ນຖານເສຖກິດ ໃນລາວຍັງ ບໍ່ພຽງພ້ອມ, ສາມ ສຖາບັນເອກຊົນ ໃນລາວຍັງ ບໍ່ມີຄວາມ ແຂງແຮງພໍ ດັ່ງປະເທດເສຣີ ທັງຫລາຍ ທີ່ເຂົາມີ ທະນາຍຄວາມ ປົກປ້ອງສິດທິ ນັກລົງທືນ ຖ້າມີບັນຫາ ເກີດຂື້ນ. ແລະສີ່ ການສໍ້ຣາຊ ບັງຫລວງ ການສໍ້ໂກງ ແລະການໃຫ້ ສີນບົນໃນລາວ ຍັງມີຫລາຍຢູ່ ຖ້າມີການ ສໍ້ໂກງໃນຕລາດ ຫລັກຊັບເກີດຂື້ນ ການລົ້ມລະລາຍ ຂອງຕລາດ ກໍ່ຈະຕາມມາ ດ່ັງບອກການ ຂື້ນລົງຂອງຣາຄາ ຫຸ້ນກ່ອນເວລາ ຊື້ຂາຍໃນຕລາດ, ການຊັກຟອກ ຣາຄາຫຸ້ນໃຫ້ສຸງ ເພື່ອການຂາຍອອກ ການຄວບຄຸມຫຸ້ນ ແລະການສໍ້ໂກງ ປະເພດອື່ນໆ ເທົ່າເຖີງປັດຈຸບັນ ຍັງບໍ່ແນ່ວ່າ ຕລາດຫຸ້ນໃນລາວ ຈະປະສົບ ຜົລສຳເຣັດທີ່ ແທ້ຈີງຫລືບໍ່ ເພາະມີນັກສວຍ ໂອກາດ ຫລາຍເກີນໄປ.

ກຸ່ມຜູ້ທີ່ຈະ ໄດ້ຮັບຜົລປະໂຍດ ສ່ວນໃຫຍ່ກໍ່ຈະ ແມ່ນກຸ່ມນາຍທືນ ແລະກຸ່ມທີ່ມີ ອຳນາດໃນລາວ ຫລາຍກວ່າ ເພາະກົດຫມາຍ ບໍ່ແນ່ນອນແລະ ການຫລີ້ນພັກ ຫລີ້ນ ພວກ ຍັງມີຢູ່ ຖົມເຖໄປ ປະຊາຊົນ ທັມມະດາ ບໍຮູ້ວ່າຈະ ໄດ້ຮັບຜົລປະໂຍດ ຫຍັງແດ່ ແຕ່ໂຄງການສ້າງ ເຂື່ອນຫລືຂຸດຄົ້ນ ແຮ່ທາດໃນລາວ ໃນປັດຈຸບັນ ປະຊາຊົນ ກໍຍັງບໍ່ໄດ້ ຮັບຜົລປະໂຍດ ຮ້າຍໄປກວ່ານັ້ນ ກໍ່ຍັງຖືກ ໂຍກຍ້າຍ ຈາກທີ່ຢູ່ ອາສັຍນຳອີກ.

ໃນທີ່ສຸດ ນັກວິເຄາະ ທ່ານນື່ງ ໃຫ້ການວ່າ ເປັນການລິເລີ້ມ ທີ່ດີໃນການ ຕັ້ງຕລາດຫຸ້ນ ໃນລາວ ໃນເວລານີ້ ເພາະຫລາຍປະເທດ ເຂົາເຮັດກັນມາ ແຕ່ຫລາຍ ທົສວັດ ແລ້ວ ດ່ັງປະເທດໄທ ແຕ່ຣັຖຸບານລາວ ຕ້ອງປະຕິບັດ ຕາມກົດເກນຂອງ ຄນະກັມມະການ ຕລາດຫຸ້ນ ຢ່າງແນ່ນອນ ແລະຕາຍຕົວ  ປ່ອຍໃຫ້ຕລາດ ຫລັກສັບເປັນ ອີສຮະ ໃນການດຳເນີນ ງານຂອງພວກ ຂະເຈົ້າ ໂດຍທີ່ຣັຖບານ ບໍ່ຕອ້ງຫຍຸ້ງກ່ຽວ. ຖ້າຢາກປະສົບ ຜົລສຳເຣັດ ໃນການຮະດົມທືນ ຈາກນັກລົງທືນ ຕ່າງຊາດບໍດັ່ງ ນັ້ນຕລາດຫລັກຊັບ ໃນລາວ ກໍ່ຈະເປັນແບບ ເຂດເສຖກິດພິເສດ ແລະຫົນທາງເຊື່ອມຕໍ່ ໃນລາວ ທີ່ຂາດຄວາມ ສົນໃຈຈາກ ນັກລົງທືນ ໃນເວລານີ້.










ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 21, 2014 08:52 PM

ຂໍ້ມູນເວົ້າມາ ມີແຕ່ເວົ້າ ໃສ່ຮ້າຍ ປຽດສີ ຖ້າຮັກເມືຶອງລາວ ກະລຸນາ ຢ່າຄ ເວົ້າ ທຳຮ້າຍ ເມືອງລາວ ຖ້າບໍ່ຄິດ ສ້າງສັນ ກະຢ່າເວົ້າ ໃສ່ຮ້າຍກັນ ຂອບໃຈ



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Jul 16, 2013 05:55 AM

ตลาดหุเนในลาวถึอว่าเปันบาดก้าวี่สำคัน


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]