ກົດຟັງສຽງ
ເປົ້າຫມາຍ ໂຄງການພັທນາ ສະຫັດສວັດ ອົງການ ສະຫະປະຊາຊາດ ຫລື UN millennium development Goals ແມ່ນຄຳຫມັ້ນ ສັນຍາ ຂອງຜູ້ນຳຈາກ ຫລາຍປະເທດ ໃນໂລກ ໃນກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ຫວ່າງ 10 ປີກອ່ນ. ໂດຍຈຸດປະສົງ ຈະແກ້ໄຂບັນຫາ ທີ່ເປັນ ພັຍນາບຂູ່ ຕໍ່ການເປັນຢູ່ ຂອງ ປະຊາກອນໂລກ ເຊັ່ນ:
1-ບັນຫາ ຄວາມທຸກຈົນ ການຫວ່າງງານ ແລະ ຄວາມອຶດຢາກ ໃນໂລກ
2-ບັນຫາ ຄວາມສເມີພາບ ທາງດ້ານ ການສືກສາ ສາທາຣະນະສຸຂ.
3-ຄວາມສເມີພາບ ຣະຫວ່າງ ເພດ-ວັຍ
4-ການຕາຍ ຂອງຜູ້ຍີງ ໃນຍາມຖືພາ ແລະເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ.
5-ບັນຫາໂຣຄ ຕິດຕໍ່ດ່ັງ ໂຣຄເອດ ມາລາເລັຽ ວັນນະໂຣຄ ແລະໂຣຄອື່ນໆ
6-ບັນຫາ ສະພາບແວດລ້ອມ ແລະ ການພັທນາ ທີ່ຍືນຍົງ.
7-ແລະອື່ນໆ ສ່ວນໃຫຍ່ ແມ່ນເພື່ອລົບລ້າງ ຄວາມທຸກຈົນ ໃນໂລກ.
ເພື່ອປະຕິບັດ ຕາມແຜນການ ດັ່ງກ່າວ ໃຫ້ບັນລຸ ເປົ້າຫມາຍ ອົງການ ສະຫະປະຊາຊາດ ຮ່ວມດ້ວຍ ປະເທດສະມາຊີກ ກໍ່ໄດ້ວາງແຜນ ການປະຕິບັດງານ ໃນຣະຍະ 15 ປີ ຈົນຮອດປີ 2015 ໃຫ້ບັນລຸຜົລ ບໍ່ໄດ້ຫລາຍ ກໍ່ໃຫ້ໄດ້ຫນ້ອຍ ຈື່ງມີການ ທົບທວນ ຈຸດບົກຜ່ອງແລະ ແຜນການສຳລັບ ຂ້າງຫນ້າ ໃນກອງປະຊຸມ ສະຫະ ປະຊາຊາດ ໃນປີນີ້ ເພາະເປັນເວລາ 10 ປີແລ້ວ ທີ່ແຜນການ ດັ່ງກ່າວ ຖືກບັງຄັບໃຊ້.
ຫນ່ວຍງານຂອງ ອົງການ ສະຫະປະຊາຊາດ ຜູ້ທີ່ດຳເນີນ ການ ປະຕິບັດງານ ໃນປະເທດ ເປົ້າຫມາຍ ກໍ່ແມ່ນ ອົງການ UNDP ຮ່ວມດ້ວຍ ທະນາຄານໂລກ ສຳລັບເອເຊັຽແລ້ວ ກໍ່ຮ່ວມດ້ວຍ ທະນາຄານ ພັທນາເອເຊັຽ ອົງການຊ່ອຍເຫລືອ ສາກົນ ແລະຣັຖບານ ທ້ອງຖີ່ນ.
ທີ່ຜ່ານມາ ເທົ່າເຖິງປັດຈຸບັນ ແຜນການດັ່ງກ່າວ ກໍ່ຖືກ ປະຕິບັດ ໃນຫລາຍປະເທດ ໃນໂລກໄປແລ້ວ ແລະ ຜົລປໂຍດທີ່ ໂລກໄດ້ຮັບ ຈາກໂຄງການ ພັທນານີ້ ກໍ່ແມ່ນວ່າ:
1-ກ່ຽວກັບບັນຫາ ຄວາມທຸກຈົນ ໂລກສາມາດ ຫລຸດຜ່ອນບັນຫາ ຄວາມທຸກຈົນ ຈາກປີ 1990 ຂອງຈຳນວນ ປະຊາກອນໂລກ ຜູ້ທີ່ມີລາຍໄດ້ ຄອບຄົວລະ 1 ໂດລາ 25 ເຊັນຕໍ່ມື້ ໃນຈຳນວນ 1 ພັນ 8 ຮ້ອຍລ້ານຄົນ ລົງມາເປັນ 1 ພັນ 4 ຮ້ອຍລ້ານຄົນ ໃນປີ 2005. ໃນເວລາດຽວກັນ ອັດຕຣາ ຄວາມທຸກຈົນຂອງ ປະຊາກອນໂລກ ກໍ່ໄດ້ຫລຸດລົງ ຈາກ 46% ມາເປັນ 27%.
ປະເທດເອເຊັຽ ຕາເວັນອອກ ແລະ ປາຊີຟີກ ໄດ້ຫລຸດຈຳນວນ ປະຊາກອນ ຜູ້ທີ່ມີລາຍໄດ້ ຄອບຄົວນື່ງ 1 ໂດລາ 25 ເຊັນຕໍ່ມື້ ປະມານເຄີ່ງນື່ງ. ປະເທດຈີນ ແລະວຽດນາມ ຖືວ່າ ເປັນປະເທດທີ່ມີ ການຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນໄດ້ ຫລາຍກວ່າຫມູ່ ຈາກໂຄງການນີ້ ແລະ ປະເທດອີນເດັຽ ເປັນປະເທດທີ່ມີ ການຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊໍົນ ລາຍໃຫຍ່ ໃນປະເທດ ເອເຊັຽໃຕ້.
ສຳລັບປະເທດ ໃນເຂດ ອະເມຣິກາກາງ ແລະ ອະເມຣີກາໃຕ້ ກໍ່ມີການ ຫລຸດຜ່ອນ ຈຳນວນຄົນທີ່ຈົນ ລົງຫລາຍຄືກັນ ປະເທດທີ່ຫລຸດລົງ ຫລາຍກວ່າຫມູ່ ໃນຂົງເຂດນີ້ ແມ່ນປະເທດ ບຣາຊີວ. ສຳລັບປະເທດ ໃນຂົງເຂດ ເອເຊັຽ ແລ້ວ ຄວາມທຸກຈົນ ຂອງປະຊາຊາກອນ ໃນຂົງເຂດນີ້ ກໍ່ໄດ້ຫລຸດລົງ ເປັນຈຳນວນ ຫລວງຫລາຍ ໃນບາງປະເທດ ກໍ່ມີສັນຍານ ຫລຸດລົງເຊັ່ນທີ່ ປະເທດບັງຄຣາເທດ, ເນປານ ຟີລີປີນ ອີນໂດເນເຊັຽ ກຳພູຊາ ພະມ້າ ໄທ ຮ່ວມດ້ວຍ ສປປລາວ. ທ່ານບານກີມູນ ເລຂາທິການ ສະຫະປະຊາຊາດ ກ່າວວ່າ: -----ສຽງ-----
ກ່ຽວກັບບັນຫາ ການຫວ່າງງານ, ການຫວ່າງຈ້າງ ແຮງງານ ຜູ້ຍີງ ແລະຊາວຫນຸ່ມ ກໍ່ເພີ້ມຂື້ນ ໂດຍສະເພາະ ໃນປະເທດເອເຊັຽ ຕາເວັນອອກ ເຊັ່ນ: ອີນເດັຽ ຈີນ ແລະວຽດນາມ ແລະ ຫລາຍປະເທດໃນ ຕາເວັນອອກກາງ ຮ່ວມດ້ວຍ ອະເມຣິກາໃຕ້ ຍ້ອນແຜນການ ຍົກຣະດັບ ຄວາມສເມີພາບ ຣະຫວ່າງເພດວັຍ ແລະ ຄວາມສເມີພາບ ທາງດ້ານ ການສືກສາ. ການຂຍາຍ ອຸດສາຫະກັມ ແຜ່ນແພ ເປັນສ່ວນນື່ງ ໃນການເພີ້ມ ປະຣີມານ ແຮງງານຜູ້ຍີງ ເຂົ້າທຳງານ ໃນຫລາຍປະເທດ ທີ່ມີ ອຸດສາຫະກັມ ດັ່ງກ່າວເຊັ່ນ: ກຳພູຊາ ຈີນ ວຽດນາມ ແລະ ບັງຄຣາເທດ ແລະ ຫລາຍປະເທດ ໃນອະເມຣິກາໃຕ້ ແຕ່ຍ້ອນ ເຫດວິກິດການ ທາງດ້ານເສຖກິດໂລກ ເຮັດໃຫ້ການ ຈ້າງງານຫລຸດລົງ ໃນຫລາຍປະເທດ ໃນໂລກ.
ການແກ້ໄຂ ບັນຫາ ທາງດ້ານການ ສືກສາ, ໃນແຜນການ ມີການສົ່ງເສີມ ການປະຕິຮູບ ຣະບົບ ການສືກສາ ຂັ້ນປະຖົມ ແລະ ມັທຍົມ ໃນຫລາຍປະເທດ ຮ່ວມດ້ວຍການ ຍົກເລີກຄ່າຮຽນ ແລະ ສນັບສນູນ ໃຫ້ຣັຖບານ ລົງທືນ ໃນໂຄງຮ່າງພື້ນຖານ ການສືກສາ ຊັພຍາກອນ ມະນຸດ ແລະ ຄວາມສເມີພາບ ທາງດ້ານ ການສືກສາ ໃຫ້ແກ່ ປະຊາຊົນ ທຸກຊົ້ນຊັ້ນ ແລະ ລາຍການອາຫານ ກາງເວັນ ຈື່ງເຮັດໃຫ້ ມີຈຳນວນ ນັກຮຽນ ຂັ້ນປະຖົມ ແລະ ຂັ້ນມັທຍົມ ເພີ້ມຂື້ນ ໃນຫລາຍປະເທດ.
ໃນທົ່ວໂລກ ຍ້ອນແຜນການ ດັ່ງກ່າວ ມີຈຳນວນ ນັກຮຽນ ຂັ້ນປະຖົມ ເພີ້ມຂື້ນເຖິງ 88% ໃນປີ 2007 ເພີ້ມຂື້ນ 5 ສ່ວນຮ້ອຍ ຂອງປີ 2000 ເທົ່າເຖິງ ປັດຈຸບັນ ນັກຮຽນ ຂັ້ນປະຖົມ ໃນເຂດປະເທດ ທະເລ ຊາຍຊາຮາຣາ ຕອນລຸ່ມເພີ້ມຂື້ນ 25% ເປັນຄັ້ງທຳອີດ ໃນປວັດສາດ ໂດຍສະເພາະ ນັກຮຽນຜູ້ຍີງ ຜູ້ທີ່ທຸກຈົນ ໃນປະເທດ ອີ່ຕີໂອເປັຽ ການາ ແຄນຢາ ໂມຊຳບິກ ມາລາວີ ແລະ ຕັນຊາເນັຽ ທຸກຄົນໄດ້ ຮຽນລ້າໆ.
ສຳລັບການ ສືກສາ ໃນຂົງເຂດ ປະເທດເອເຊັຽ ຈຳນວນນັກຮຽນ ຂັ້ນປະຖົມ ກໍ່ເພີ້ມຂື້ນ ໃນຫລາຍປະເທດ ທີ່ທຸກຈົນ ເຊັ່ນ: ເນປານ ສຣີລັງກາ ບັງຄຣາເທດ ຮ່ວມດ້ວຍ ສປປລາວ ກຳພູຊາ ແລະ ພະມ້າ. ບັນຫາຄວາມ ສເມີພາບ ທາງດ້ານເພດວັຍ ການລົງທືນໃສ່ ກັບຜູ້ຍີງ ກໍ່ເພີ້ມຂື້ນໃນ ຫລາຍປະເທດ ຈຳນວນຜູ້ຍີງ ໄດ້ເຮັດວຽກຫລາຍຂື້ນ, ອັຕຣາຄວາມແຕກຕ່າງ ຣະຫວ່າງ ຜູ້ຍີງກັບ ຜູ້ຊາຍ ທາງດ້ານ ການສືກສາ ແລະການທຳງານ ກໍ່ຫລຸດລົງ ໃນປີ 2008 ສຳລັບການ ສືກສາ ໃນທົ່ວໂລກ ຂັ້ນປະຖົມ ໃນຈຳນວນ ນັກຮຽນຜູ້ຊາຍ 100 ຄົນ ຈະມີນັກຮຽນ ຜູ້ຍີງ 96 ຄົນ ຖ້າທຽບໃສ່ປີ 1999 ມີນັກຮຽນ ຜູ້ຍີງ 91 ຄົນຕໍ່ນັກຮຽນ ຜູ້ຊາຍ 100 ຄົນ ປະເທດ Sierra Leon ນຳຫນ້າ ໃນການສືກສາ ໃນເຂດ ອາຟຣີກາ ທີ່ມີຈຳນວນ ນັກຮຽນຜູ້ຍີງ ເຂົ້າໂຮງຮຽນ ຫລາຍກວ່າຫູມ່.
ການອອກຈາກ ໂຮງຮຽນກ່ອນ ກຳນົດ ກໍ່ລຸດລົງໃນ ຫລາຍປະເທດ ຍ້ອນໂຄງການ ອາຫານກາງເວັນ ແລະ ໂຄງການຊ່ອຍ ພັທນາ ຊົນນະບົດ. ທາງດ້ານການເມືອງ ທາງດ້ານ ເສຖກິດ ແລະສັງຄົມ ຜູ້ຍີງກໍ່ຖືກ ຍົກຣະດັບ ແລະ ກໍ່ມີຜູ້ຍີງ ຫລາຍຄົນ ເປັນສະມາຊີກ ສະພາ ໃນຫລາຍປະເທດ ແລະ ເປັນຣັຖມົນຕຣີ ໃນຄນະຣັຖບານ.
ການແກ້ໄຂບັນຫາ ການຕາຍ ຂອງຜູ້ຍີງ ຖືພາ ແລະເດັກນ້ອຍ ກ່ອນອາຍຸ, ໂຄງການພັທນາ ສະຫັດສວັດ ສະຫະປະຊາຊາດ ກໍ່ມີແຜນ ການສັກຢາ ຫມາກສຸກຫມາກໄສ ໃຫ້ແກ່ເດັກນ້ອຍ ຕາມເຂດ ຊົນນະບົດ ໃນປະເທດ ຕ່າງໆ. ໂດຍທົ່ວໄປ ໃນໂລກ ອັຕຣາການຕາຍ ຂອງເດັກນ້ອຍ ກ່ອນຮອດອາຍຸ 5 ປີ ໄດ້ຫລຸດລົງ ຈາກ 12 ລ້ານ 8 ແສນຄົນ ໃນປີ 1990 ມາເປັນ 9 ລ້ານຄົນ ໃນປີ 2008 ແຜນການໄດ້ ສັກຢາ ຫມາກສຸກຫມາກໄສ ໃຫ້ແກ່ ເດັກນ້ອຍ ກວ່າ 700 ລ້ານຄົນ ໃນທົ່ວໂລກ ຣະຫວ່າງປີ 2000 ຫາ 2008 ເຮັດໃຫ້ຈຳນວນ ການຕາຍ ຂອງເດັກນ້ອຍ ກ່ອນກະສຽນ ລຸດລົງເຖີງ 7 ລ້ານ 5 ແສນຄົນ ຫລືປະ 68% ໃນທົ່ວໂລກ.
ທີ່ປະເທດວຽດນາມ ອັດຕຣາ ການຕາຍ ຂອງເດັກນ້ອຍ ກ່ອນອາຍຸ 5 ປີ ຈາກ ນື່ງພັນຄົນໃດ 44 ຄົນໃນປີ 1990 ມາເປັນ 16 ຄົນ ໃນປີ 2007. ການຕາຍ ຂອງຜູ້ຍີງ ໃນຍາມຖືກພາ ກໍ່ຫລຸດລົງ ໃນຫລາຍ ປະເທດ ໃນໂລກ. ອັດຕຣາການຕາຍ ຂອງຜູ້ຍີງ ໃນຍາມຖືພາ ໃນທົ່ວໂລກ ໄດ້ຫລຸດປະມານ 1% ໃນແຕ່ລະປີ ຄືໃນປີ 1990 ໃນຈຳນວນ ຜູ້ຍີງຖືພາ ນື່ງແສນຄົນໃດ ມີການຕາຍເຖີງ 430 ຄົນ ແຕ່ໃນປີ 2005 ໄດ້ຫລຸດລົງ ພຽງແຕ່ 400.
ສຳລັບການ ແກ້ໄຂບັນຫາ ໂຣຄຕິດຕໍ່ເຊັ່ນ ໂຣຄ hiv, ໂຣຄ ມາເລເລັຽ ແລະ ໂຣຄດຕິດຕໍ່ ປະເພດຕ່າງໆ, ໂຄງການນີ້ ກໍ່ໄດ້ແຈກຢາຍ ຖົງຢາງອະນາມັຍ ຟຣີ ໃນຫລາຍປະເທດ ແລະ ໃຫ້ການຮຽນຮູ້ ກ່ຽວກັບໂຣຄ ດັ່ງກ່າວ ຕໍ່ຊຸມຊົນ ຫລາຍຂື້ນ ໃນທົ່ວໂລກ. ການຕິດໂຣຄ hiv ຫລື ແອດ ກໍ່ຫລຸດລົງຈາກ 3 ລ້ານ 5 ແສນຄົນ ໃນປີ 1996 ມາເປັນ 2 ລ້ານ 7ແສນຄົນ ໃນປີ 2005. ຈຳນວນຄົນຕາຍ ຍ້ອນໂຣຄແອດ ໄດ້ຫລຸດລົງຈາກ 2 ລ້ານຄົນ ໃນປີ 1990 ມາເປັນ 1 ລ້ານ 7ແສນຄົນ ໃນປີ 2007. ແຕ່ໃນບາງເຂດ ຍັງມີການ ຂຍາຍຕົວຂອງໂລກ ດັ່ງກ່າວ ຢູ່ເຊັ່ນທີ່ ອາຟຣີກາ ແລະ ຢູໂຣບ ຕາເວັນອອກ ຮ່ວມດ້ວຍ ເອເຊັຽກາງ. ແຕ່ໃນຫລາຍ ປະເທດ ໄດ້ຫລຸດລົງ ຍ້ອນແຜນການ ສະຫັດສວັດ ອົງການ ສະຫະປະຊາຊາດ.
ສຳລັບການຕ້ານ ໂຣຄໄຂ້ປ່າ ມາເລເລັຽ ແລະ ໂຣຄຕິດຕໍ່ ປະເພດອື່ນໆນັ້ນ ໂຄງການພັທນາ ສະຫັດສວັດ ສະຫະປະຊາຊາດ ໄດ້ແຈກຢາຍ ມູ້ງນອນ ຍ້ອມນ້ຳຢາ ແລະ ຢາຕ້ານໄຂ້ປ່າ ມາເລເລັຽ ໃນຫລາຍປະເທດ ເປົ້າຫມາຍ. ມີຄົນຕາຍຍ້ອນ ໄຂ້ປ່າ ມາເລເລັຽ ໃນທົ່ວໂລກ ໃນແຕ່ລະປີ ປະມານ 1 ລ້ານຄົນ 88% ແມ່ນຢູ່ໃນເຂດ ປະເທດ ອະຟຣີກາ ເຂດຊາຮາຣາ ຕອນລຸ່ມ 6% ແມ່ນທີ່ປະເທດ ເອເຊັຽໃຕ້ ແລະ 3% ແມ່ນຢູ່ໃນ ປະເທດ ເອເຊັຽຕາເວັນອອກ ສ່ຽງໃຕ້. ແຜນການ ໄດ້ແຈກຍາຍມຸ້ງ ກັນຍຸງ ຍ້ອມນ້ຳຢາ ກວ່າ 7 ແສນ ດາງ ຈື່ງເຮັດໃຫ້ ການຕາຍຂອງ ປະຊາກອນໂລກ ຍ້ອນໂຣຄ ມາລາເລັຽຫລຸດລົງ 48%. ນອກຈາກນັ້ນ ກໍ່ມີໂຄງການ ຕ້ານໂຣຄຕ່າງໆ ເຊັ່ນ: ໂຣຄ ປອດ ວັນນະໂຣຄ ແລະ ໂຣຄຕິດຕໍ່ ປະເພດອື່ນໆ.
ສຳລັບການ ແກ້ໄຂບັນຫາ ສີ່ງແວດລ້ອມນັ້ນ ທາງໂຄງການ ກໍ່ໄດ້ສົ່ງເສີມ ການອະນຸຮັກ ປ່າໄມ້ ການໃຊ້ປ່າໄມ້ ແບບຍືນຍົງ ຮ່ວມດ້ວຍ ການອະນຸຮັກ ຊັພຍາກອນ ຊາຍຝັ່ງ ແລະ ແມ່ນ້ຳລຳທານ. ແຕ່ໂຄງການ ດັ່ງກ່າວ ຍັງບໍ່ໄດ້ຜົລ ເທົ່າທີ່ຄວນ ເພາະຍັງມີການ ຕັດໄມ້ ທຳລາຍປ່າ ໃນຫລາຍປະເທດ ຢູ່ຮ່ວມດ້ວຍ ໃນ ສປປລາວ. ໃນປີ 1990 ໂລກປົກຫຸ້ມ ໄປດ້ວຍປ່າໄມ້ ປະມານ 33% ແຕ່ໄດ້ຫລຸດລົງ ມາເປັນ 24% ໃນປີ 2005 ການຄ້າໄມ້ ທ່ອນເປັນສາເຫດ. ການທຳລາຍປ່າໄມ້ ໃນປະເທດການາ ໃນແຕ່ລະປີ ມີຢູ່ 13 ລ້ານເຮັກຕາ. ການຈູດປ່າ ຍັງກະທຳກັນຢູ່ ໃນຫລາຍປະເທດ ໃນໂລກ.
ສຳລັບ ສປປລາວ ແລ້ວ ໂຄງການພັທນາ ສະຫັດສວັດ ອົງການ ສະຫະປະຊາຊາດ ມີຄວາມສຳຄັນ ຕໍ່ ສປປລາວ ຫລາຍ ໂດຍສະເພາະ ໃນໂຄງການ ພັທນາເສຖກິດ ແລະ ສັງຄົມ ຂອງຣັຖບານລາວ. ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວຕໍ່ ກອງປະຊມຸ ສມັດຊາໃຫຍ່ ອົງການ ສະຫະປະຊາຊາດ ໃນມື້ວັນທີ 20 ກັນຍາ ວ່າ ການປະຕິບັດໃຊ້ ໂຄງການ ພັທນາ ສະຫັດສວັດ ອົງການ ສະຫະປະຊາຊາດ ສ້າງຄວາມກ້າວຫນ້າ ໃຫ້ແກ່ ສປປລາວ ແລະ ໂລກໃນຫລາຍດ້ານ ສ່ວນໃຫຍ່ແມ່ນ ບັນຫາການ ຫລຸດຜ່ອນ ສະພາບ ຄວາມທຸກຈົນ ດັ່ງທ່ານກ່າວ ໃນຕອນນື່ງວ່າ: -----ສຽງ----- ທາງການລາວ ໄດ້ເອົາແຜນ ການພັທນາ ສະຫັດສວັດ ອົງການ ສະຫະປະຊາຊາດ ເຂົ້າໃນໂຄງການ ພັທນາເສຖກິດ ແລະ ສັງຄົມ ຂອງຊາດ ສົກປີ 2001-2005 ແລະ 2006-2010 ລາວສາມາດ ບັນລຸເປົ້າຫມາຍ ການເຕີບໂຕ ທາງດ້ານເສຖກິດ ຂອງລາວ ຢ່າງຕໍ່ເນືອ່ງ.
ໃນສົກການ ພັທນາ ປີ 2001-2005 ການເຕີບໂຕ ທາງດ້ານ ເສຖກິດ ໃນລາວ ເພີ້ມຂື້ນເປັນ 6.2% ແລະ ໃນສົກພັທນາ ປີ 2005-2010 ການເຕີບໂຕ ຂອງ ເສຖກິດລາວ ເພີ້ມເປັນ 7%. ຍ້ອນການເຕີບໂຕ ທາງດ້ານເສຖກິ ດັ່ງກ່າວ ສ່ວນນື່ງ ກໍ່ແມ່ນມາຈາກ ໂຄງການພັທນາ ສະຫັດສວັດ ອົງການ ສະຫະປະຊາຊາດ ເຮັດໃຫ້ ສປປລາວ ສາມາດຫລຸດຜ່ອນ ອັຕຣາ ຄວາມທຸກຍາກ ໃນລາວ ລົງຈາກປີ 1990 48% ມາເປັນ 26% ໃນປີ 2009.
ນອກຈາກນັ້ນ ຍ້ອນແຜນການ ສະຫັດສວັດ ຄວາມສເມີພາບ ທາງດ້ານເພດວັຍ ໃນລາວ ກໍ່ເພີ້ມຂື້ນ ຊື່ງ 25% ຂອງ ສະມາຊີກ ສະພາແຫ່ງຊາດ ລາວ ແມ່ນຜູ້ຍີງ. ຄວາມຄືບຫນ້າ ທາງດ້ານສັງຄົມ ວັທນະທັມ ແລະ ການສືກສາ ກໍ່ເພີ້ມຂື້ນ ອັດຕຣາການ ເຂົ້າໂຮງຮຽນ ຂອງເດັກນ້ອຍລາວ ກໍ່ເພີ້ມຂື້ນຈາກ 58% ໃນປີ 1991 ມາເປັນ 84% ໃນປີ 2005. ການຕາຍຂອງ ເດັກນ້ອຍກ່ອນ ອາຍຸ 5 ປີ ຫລຸດລົງຈາກ 1 ພັນຄົນໃດຕໍ່ 104 ຄົນ ໃນປີ 1991 ມາເປັນ 70 ຄົນໃນປີ 2005 ແລະການຕາຍ ຂອງຜູ້ຍີງ ໃນຍາມຖືພາ ຈາກ ນື່ງແສນຄົນໃດ ມີ 650 ຄົນຕາຍ ໃນປີ 1995 ມາເປັນ 1 ແສນຄົນຕໍ່ 405 ຄົນຕາຍ ໃນປີ 2005.
ໃນຣະຍະ 10 ປີຜ່ານມາ ຫລາຍຢ່າງກໍ່ມີ ການພັທນາ ໃນລາວ ສ່ວນນື່ງກໍ່ແມ່ນ ມາຈາກໂຄງການ ສະຫັດສວັດ ສະຫະປະຊາຊາດ ຮ່ວມດ້ວຍຄວາມ ພຍາຍາມຂອງ ຮັຖບານລາວ ແລະ ການຊ່ອຍເຫລືອ ຂອງອົງການ ຕ່າງຊາດ ປາສຈາກສີ່ງ ດ່ັງກ່າວ ລາວ ຕ້ອງປະເຊີນ ກັບບັນຫາ ອຸປສັກຫລາຍດ້ານ ໃນການໂຄງການ ພັທນາ ໃນລາວ. ສບາຍດີ...