ບ້ານລາວ ໃນປະເທດໄທ: ຕອນທີ 64
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ
ເມື່ອສັປດາຜ່ານມາ: ເຮົາໄດ້ນຳພາທ່ານ ໄປພົບກັບ ຕອນມ້ວນທ້າຍ ຂອງເລື້ອງຄົນລາວ
ຢູ່ເມືອງພະນັດນິຄົມ, ແຂວງຊົນບຸຣີ ຊຶ່ງຢູ່ພາກຕາເວັນອອກ ຂອງໄທ ໂດຍກ່າວເຖິງ ສຖານ
ທີ່ທ່ອງທ່ຽວ ຢູ່ເມືອງພະນັດນິຄົມ.
ສຖານທີ່ທ່ອງທ່ຽວ ທີ່ສຳຄັນ ແລະໜ້າສົນໃຈ ຢູ່ເມືອງພະນັດນຄົມ ໄດ້ແກ່ ວັດຫົວຖນົນ ຕາແສງຫົວຖນົນ ວັດນີ້ມີພຣະພຸທຮູບ ທີ່ຄວັດຈາກໄມ້ຕິ້ວ ຄົນເລີຍພາກັນ ຮ້ອງວ່າ “ຫຼວງພໍ່ຕິ້ວ” ແລະອີກວັດນຶ່ງ ຄື ວັດໃຕ້ຕົ້ນລານ ວັດນີ້ສ້າງຂຶ້ນໃນສະໄໝດຽວກັນກັບທີ່ “ທ້າວທຸມ” ໄດ້ສ້າງ ເມືອງພະນັດນິຄົມ ສິ່ງທີ່ໜ້າທ່ຽວຊົມ ກໍຄື ຝາສິມຂອງວັດນີ້ ມີຮູປແຕ້ມ ແລະຫໍພຣະທັມ ຊຶ່ງເປັນສິ່ງທີ່ຢັ້ງຢືນວ່າ ນີ້ແມ່ນຮີດຄອງ ການສ້າງວັດ ຕາມປະເພນີລາວ ຊຶ່ງມີບ່ອນນີ້ ບ່ອນດຽວ ໃນຂົງເຂດ ພາກຕາເວັນອອກ ຂອງໄທ.
ໃນສັປດານີ້ : ເລື້ອງທີ່ຈະໄດ້ນຳມາສເນີທ່ານ ແມ່ນຕອນທຳອິດ ຂອງບ້ານລາວ ຢູ່ພາກອີສານ ໂດຍຈະເລີ້ມຕົ້ນ ໃຫ້ເຫັນເຖິງ ກົກເຫງົ້າ ຂອງຄົນເຊື້ອສາຍລາວ ຢູ່ພາກອີສານ ຊຶ່ງທຸກຄົນ ກໍຮູ້ເປັນຢ່າງດີ ຢູ່ແລ້ວວ່າ ພວກເຂົາເຈົ້ານັ້ນ ແມ່ນຄົນເຊື້ອສາຍລາວ ແຕ່ຍັງມີ
ໜ້ອຍຄົນ ທີ່ຈະຮູ້ຄວາມເປັນມາ ຫຼື ປະຫວັດສາດ ຂອງພວກເຂົາເຈົ້າ ວ່າແມ່ນແນວໃດແທ້.
ເບັດຄືນເມືອຍັງກ້ຳ ອີສານຄຳຟ້າຢ່ອນຢ່ອນ
ຂ້າມພູຜາປ່າໄມ້ ໄພກວ້າງດ່ານໜາ
ພະຍາໄຟຢູ່ເບື້ອງໜ້າ ຂວາງທາງຄຶງພະນືດ
ຄຶດເດຄຶດຮອດຄາວປູ່ຜູ້ຂ້າ ເຄີຍໄດ້ຂ້າມດ່ານໄພ
ຄືຊິເຈັບທັງໄຂ້ ນອນຄາງຢູ່ຮືຮືດ ແລນໍ
ສຽງໄຫ້ເສັງສຽງແສ້ແລຄ້ອນ ຄາວເຂົາຕ້ອນພວກໝູ່ລາວ
ຕາແນມທາງ ໃຈຫາກຄຶດຄ້ອຍຄ້ອຍ ຄຶດນຳຄາວຄັ້ງອາດີດ
ຄຶດເບິ່ງດູ ແຕ່ຈັກຣົຖແລ່ນປານນີ້ ຍັງຂຽວມື້ເຄີ່ງຄືນ
ຄຶດເບິ່ງວ່າ ຕີນປູ່ດັ້ນ ວັນຄືນຍ່ຳປ່າ
ທັງຖືກຕີຖືກຂ້າ ບໍ່ທວງທົ້ນຂວບປີ ພຸ້ນບໍ້?
ຣົຖແລ່ນຫໍ້ນຳທາງໄປຈິ້ນຈິ່ນ ດິນອີສານຢູ່ຕໍ່ໜ້າຍາມເມື່ອຟ້າຄ່ຳແລງ
ຣົຖຫາກແລ່ນແລ້ງແຄ້ງຂ້າມລ່ວງລົງພູ ບ່ອນຟ້າງຸ່ມຈອມທັມຂີດດິນໝາຍໄວ້
ໝາຍເອົາພູສາມເສົ້າ-ພະຍາໄຟເປັນເຂດ ແດນລາວ-ໄທແຕ່ກີ້ໝາຍໄວ້ແກ່ກັນ
ອັດສະຈັນໃຈໂອ້ໂອຄຳສັງມາຕ່າງ ສັງກາຍເປັນໂປ໋ໝາກພ້າວ ຄາວນີ້ຫາກຊ່າງເປັນ ທ່ານເອີຍ.
ປຶ້ມ “ຄູ່ມືພົງສາວະດານລາວ” ຂອງ ດວງໄຊ ຫຼວງພະສີ (ດວງໄຊ. 1995) ບົ່ງເອົາໄວ້ວ່າ ... ເຈົ້າຟ້າງຸ່ມ ໄດ້ຕີເອົາດິນແດນ ທາງທິດຕາເວັນອອກ ແລະ ໄດ້ຕົກລົງ ກັບຝ່າຍວຽດນາມ ໝາຍເຂດແດນ ໂດຍຖືເອົາ ພູແດນແກວໄມ້ລົ້ມແບ່ງ ... ແລ້ວເມື່ອພຣະເຈົ້າຟ້າງຸ່ມ ຕີໄດ້ ເມືອງຣ້ອຍເອັດ ຈຶ່ງໄດ້ແຕ່ງຣາຊທູດ ໃຫ້ເອົາ ພຣະຣາຊສານ ໄປຍັງ ເຈົ້າກຸງສີອາຢຸດທະຍາ ຂອງສຍາມ ໂດຍແຈ້ງວ່າ ພຣະອົງ ມີຄວາມປະສົງ ຮວບຮວມ ຣາດສະດອນລາວ ໃນລຸ່ມແມ່ນ້ຳຂອງ ໃຫ້ເປັນອັນນຶ່ງ ອັນດຽວກັນ ແຕ່ບໍ່ຊາບວ່າ ທາງກຸງສີອາຢຸດທະຍາ ຈະຂັດຂ້ອງຫຼືບໍ່.
... ໃນຂະນະນັ້ນ ພຣະເຈົ້າກຸງສີອາຢຸດທະຍາ ແຫ່ງສຍາມ ໄດ້ຂຍາຍອານາເຂດ ໄປທາງໃຕ້ ແລະ ກຳລັງທຳສົງຄາມ ກັບພຣະເຈົ້າກຸງ ອິນທະປັດນະຄອນ ຢູ່ ຈຶ່ງບໍ່ມີຄວາມຂັດຂ້ອງ ໂດຍຕອບພຣະຣາຊສານ ຂອງພຣະເຈົ້າຟ້າງຸ່ມ ວ່າ “ເຮົານີ້ ຫາກເປັນ ລູກພໍ່ແມ່ດຽວ ມາແຕ່ສະໄໝຂຸນບູຣົມເຈົ້າ ຢາກໄດ້ດິນແດນ ໃຫ້ເອົາ ແຕ່ເຂດພູສາມເສົ້າ ໄປເຖິງພູເຂົາ
ດົງພະຍາໄຟ ນັ້ນແລ”.
ດັ່ງນັ້ນ ເຂດແດນຂອງລາວ ໃນສະໄໝ ພຣະເຈົ້າຟ້າງຸ່ມ ແຫຼ່ງຫຼ້າທໍຣະນີ ຈຶ່ງເປັນດັ່ງນີ້:- ທິດເໜືອ ຈົດດິນແດນຈີນ ແລະແມ່ນ້ຳດຳ; ທິດໃຕ້ ຈົດແກ່ງຫຼີ່ຜີ ຕໍ່ເຂດຂເມນ; ທິດຕາເວັນອອກ ຈົດພູແດນແກວໄມ້ລົ້ມແບ່ງ; ທິດຕາເວັນຕົກ ຈົດພູດົງພະຍາໄຟ ແລະພູສາມເສົ້າ ຫຼືສາຍພູເພັດຊະບູນ.
ປີ ຄ.ສ. 1777 ໄທຍົກທັບ ໄປຕີວຽງຈັນ ໂດຍຜາບແພ້ ໄດ້ທັງວຽງຈັນ ແລະຫຼວງພະບາງ, ປີ ຄ.ສ. 1781 ໄທໄດ້ແບ່ງດິນລາວ ອອກເປັນ 4 ເຂດ ຄື ເຂດ 1 ຮ້ອງວ່າ ລາວກາວ (ອັດຕະປື); ເຂດ 2 ຮ້ອງວ່າ ລາວພວນ (ວຽງຈັນ-ຊຽງຂວາງ); ເຂດ 3 ຮ້ອງວ່າ ລາວພຸງຂາວ (ຫຼວງພະບາງ-ຜົ້ງສາລີ) ແລະເຂດ 4 ຮ້ອງວ່າ ລາວກາງ (ນະຄອນຣາຊສີມາ); ແລະປີ ຄ.ສ. 1783 ໄທສຍາມ ໄດ້ຍົກດິນແດນລາວ ທາງຝັ່ງຊ້າຍ ໃຫ້ແກ່ຝຣັ່ງເສດ.... ແລະແຜ່ນດິນລາວຝັ່ງຂວາແມ່ນ້ຳຂອງ ຕົກເປັນຂອງໄທສຍາມ ຕາມການຕົກລົງແບ່ງປັນກັນ ຣະຫວ່າງໄທແລະຝຣັ່ງເສດ ໂດຍຄົນລາວ ບໍ່ມີສິດເວົ້າ ວ່າ ອັນໃດເລີຍ...
ຜູ້ທີ່ຢູ່ອາໃສ ຢູ່ພາກອີສານທັງໝົດ ທຸກມື້ນີ້ນັ້ນ ຈຶ່ງເປັນ ເຊື້ອສາຍລາວ ຫຼາຍກວ່າ 90 ສ່ວນຮ້ອຍ ນອກຈາກນັ້ນ ແມ່ນຊົນເຜົ່າດັ້ງເດີມ ເຊັ່ນ ພວກຄົນຂ່າ, ຂເມນ, ເຍີ, ໂສ້, ຍໍ້, ຂ່າເລີງ, ບຼູ ແລະເຜົ່າອື່ນໆ ອີກ ຊຶ່ງຄົນພວກຄົນດັ່ງກ່າວນີ້ ເປັນຄົນທີ່ອາໃສ ຢູ່ຕາມພູແລະປ່າຕຶບ; ແລະນອກຈາກນີ້ ກໍຍັງມີຄົນໄທ ຈາກພາກອື່ນໆ ແຕ່ຢ່າງໃດກໍຕາມ ຄົນເຫຼົ່ານີ້ ຍັງຖືວ່າ ເປັນຄົນສ່ວນນ້ອຍ ຂອງພາກອີສານຢູ່.
ຄົນເຊື້ອສາຍລາວ ຢູ່ພາກອີສານນັ້ນ ຖືໄດ້ວ່າ ມີມາແຕ່ສະໄໝ ເຈົ້າຟ້າງຸ່ມ (ຄ.ສ. 1353-1373) ຊຶ່ງມີຄົວລາວ ເດິນທາງຂ້າມນ້ຳຂອງ ຕິດຕາມກອງທັບ ມາແດ່ແລ້ວ ໂດຍ ຮ້ອຍຕຳຣວດເອກ ວີຣະໄຊ ໂສພາວະນັດ (ວີຣະໄຊ. 2003) ນັກວິຊາການຂອງໄທບົ່ງວ່າ ສະໄໝນັ້ນ ຄົນລາວ ໄດ້ພາກັນ ຕັ້ງເຮືອນຊານ ຢູ່ເມືອງປາກຫ້ວຍ, ເມືອງຊຽງຄານ, ເມືອງໂຄຕະບອງ ແລະເມືອງໜອງບົວລຳພູ.
ສີສັກ ວັນລິໂພດົມ (ສີສັກ. 1990), ນັກປະຫວັດສາດ ຂອງໄທ ອີກຜູ້ນຶ່ງ ກ່າວວ່າ ຄົນລາວ
ໄດ້ເຄື່ອນເຂົ້າມາ ພາກອີສານ ສະໄໝຕໍ່ມາ ຄື ສະໄໝພຣະຍາສາມແສນໄທ (ຄ.ສ. 1373-1416) ອານາຈັກລາວ ໄດ້ຂຍາຍ ໄປຕັ້ງເມືອງ ຢູ່ພາກອີສານຂຶ້ນຕື່ມ ໂດຍບາງບ່ອນ ຄົນລາວກໍຢູ່ປົນ ກັບຄົນພື້ນເມືອງ; ບາງບ່ອນ ກໍຕັ້ງຊຸມຊົນຂຶ້ນໃໝ່ ແລະບາງບ່ອນ ກໍສ້າງຕັ້ງຊຸມຊົນຂຶ້ນ ທັບບ່ອນ ທີ່ເຄີຍເປັນບ້ານ ເປັນເມືອງ ມາກ່ອນ ແຕ່ໄດ້ຖືກປະລະ ເປັນເມືອງຮ້າງແລ້ວ.
ແຕ່ສະໄໝພຣະເຈົ້າຟ້າງຸ່ມ ເປັນເວລາປະມານ 245 ປີ ເປັນໄລຍະ ທີ່ອານາຈັກ ລ້ານຊ້າງ ໄດ້ແຜ່ຂຍາຍ ອຳນາດທາງການເມືອງ ໃນຂົງເຂດ ລຸ່ມແມ່ນ້ຳຂອງ ສືບຕໍ່ມາ ຫຼັງປີ ຄ.ສ. 1563 ກໍມີເສິກກັບພະມ້າ ເປັນໄລຍະໆ ຈົນເຖິງປີ ຄ.ສ. 1574 ອານາຈັກລ້ານຊ້າງ ກໍຕົກເປັນຂອງພະມ້າ ຈົນເຖິງຣັຊການ ພຣະວໍຣະວົງສາ ທັມມິກກະຣາຊ ຈຶ່ງປະກາດໂຕເປັນອິດສະຣະ ບໍ່ຂຶ້ນກັບພະມ້າ ແລະຫຼັງຈາກ ຢູ່ເປັນເອກະຣາຊແລ້ວນັ້ນ ປາກົດວ່າ ເຫດການ ຢູ່ອານາຈັກລ້ານຊ້າງກັບບໍ່ມີ ຄວາມສະຫງົບ ໄດ້ມີເສິກ ແຍ່ງຊິງອຳນາດກັນເອງ ຂຶ້ນຫຼາຍຕໍ່ຫຼາຍຄັ້ງ.
ດາຣາຣັດ ເມດຕາຣິການົນ (ດາຣາຣັດ. 2005) ນັກວິຊາການໄທ ບົ່ງວ່າ ຫຼັງຈາກສະໄໝພຣະເຈົ້າວໍຣະວົງສາ ທັມມິກກະຣາຊແລ້ວ ການແຍ່ງຊິງ ອຳນາດຣາຊບັນລັງກັນ ໄດ້ເປັນສາຍເຫດສຳຄັນ ທີ່ພາໃຫ້ ປະຊາຊົນ ຄົນລາວ ໄດ້ອົພຍົກກັນ ໄປຢູ່ພາກອີສານ ຢ່າງຫຼວງຫຼາຍ ຈົນໃນທີ່ສຸດ ລ້ານຊ້າງ ກໍໄດ້ຖືກແບ່ງແຍກ ອອກເປັນ 3 ອານາຈັກ.
ນັບແຕ່ນີ້ໄປ ເຮົາຈະໄດ້ນຳສເນີ ຜົນງານ ການສຶກສາວິໄຈ ຄວາມເປັນມາ ຂອງຄົນເຊື້ອສາຍລາວ ທີ່ຮ້ອງກັນວ່າ “ຄົນອີສານ”
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງພວກເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງລາວຂອງ “ບ້ານລາວໃນໄທ-ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ໃນ
ສັປດາ ຊຶ່ງຈະໄດ້ສເນີເລື້ອງຂອງການສຶກສາວິໄຈຂອງໄທບ້ານ ຜູ້ມີເຊື້ອສາຍລາວ
ທີ່ສືບຄົ້ນຫາຮາກເຫງົ້າຂອງຕົນເອງ ວ່າ ພວກເຂົາເຈົ້າໄດ້ພົບພໍ້ຫຍັງແດ່.
ສຳລັບສັປດານີ້ ຂໍໄດ້ຮັບຄວາມປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ຈເຣີນສຸກ ຜູ້ສເນີ, ສະບາຍດີ.