ບ້ານລາວ ໃນປະເທດໄທ: ຕອນທີ 63

ສາຣະຄະດີ “ບ້ານລາວ ໃນໄທ ແຕ່ອະດີດ ຫາ ປັດຈຸບັນ” ສັປດານີ້ ເປັນຕອນມ້ວນທ້າຍ ຂອງ ບ້ານລາວ ໃນເມືອງ ພະນັດນິຄົມ, ຊຶ່ງຈະເຣີນສຸກ ຈະນໍາພາທ່ານ ໄປຮູ້ຈັກ ສະຖານທີ່ ທ່ອງທ່ຽວ ຕ່າງໆ ໃນເມືອງດັ່ງກ່າວ.
ສເນີ ໂດຍ ຈະເຣີນສຸກ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ
ໃນສັປດາທີ່ຜ່ານມາ: ເຮົາໄດ້ນຳພາທ່ານ ໄປພົບກັບ ຄົນເຊື້ອສາຍລາວ ຢູ່ເມືອງພະນັດນິຄົມ ທີ່ມີ ຊື່ສຽງໂດ່ງດັງ ຈົນເປັນທີ່ຮູ້ຈັກກັນດີ ທົ່ວປະເທດໄທ; ຜູ້ນຶ່ງນັ້ນ ແມ່ນແມ່ຍິງ ເຊື້ອສາຍຂອງ “ທ້າວທຸມ” ເຈົ້າເມືອງພະນັດນິຄົມ ຊຶ່ງໃຊ້ນາມສະກຸນວ່າ “ທຸມມານົນ” ແມ່ຍິງຜູ້ນີ້ ຄືເຈົ້າຂອງໜັງສືພິມ “ໄທຣັຖ” ຊຶ່ງເປັນໜັງສືພິມ ທີ່ຄົນໄທທຸກຄົນ ຕ້ອງຮູ້ຈັກນັ້ນເອງ.

ແລະຄົນເຊື້ອສາຍລາວ ເມືອງພະນັດນິຄົມ ທີ່ມີຊື່ສຽງ ອີກຫຼາຍໆ ຄົນ ຄື ສິນລະປິນ ທັງນັກແຕ່ງເພງ ແລະນັກຮ້ອງເພງ ເພາະວ່າຄົນລາວມີເພງ ຢູ່ໃນສາຍເລືອດ ນັ້ນເອງ ແລະເນື່ອງຈາກວ່າ ແຕ່ສະໄໝອາດີດນັ້ນ ຄົນອີສານ ຊຶ່ງເປັນ ຄົນເຊື້ອສາຍລາວ ສ່ວນຫຼາຍ ມີອຸປະສັກ ໃນການເດີນທາງ ເຂົ້າບາງກອກ ດັ່ງນັ້ນ ຄົນເຊື້ອສາຍລາວ ທີ່ຢູ່ໃກ້ກັນ ກັບບາງກອກ ກໍຈຶ່ງມີໂອກາດ ດີກວ່າ ໂດຍສະເພາະ ແມ່ນຄົນເຊື້ອສາຍລາວ ເມືອງພະນັດນິຄົມ ໄດ້ເຂົ້າສູ່ວົງການ ເພງຂອງໄທ ຫຼາຍກວ່າ ຄົນທາງອື່ນໝົດ.

ໃນສັປດານີ້ : ແມ່ນຕອນມ້ວນທ້າຍ ຂອງເລື້ອງ ຂອງຄົນລາວ ຢູ່ເມືອງພະນັດນິຄົມ ຊຶ່ງຈະນຳພາທ່ານ ໄປຮູ້ຈັກກັບ ສຖານທີ່ທ່ອງທ່ຽວ ຢູ່ເມືອງດັ່ງກ່າວ ເພື່ອວ່າຜູ້ໃດ ມີໂອກາດ ໄປຢ້ຽມຢາມ ຄົນເຊື້ອສາຍລາວ ເມືອງນີ້ ນອກຈາກ ຈະໄດ້ພົບພໍ້ ຄົນເຊື້ອສາຍ ດຽວກັນແລ້ວ ຍັງຈະໄດ້ຮູ້ຈັກ ສຖານທີ່ທ່ອງທ່ຽວ ອີກດ້ວຍ.
               
    ລອດປະຕູໂຂງໂຄ້ງ        ກວມຮ່ອມທາງເດີນ
ອອກຈາກເມືອງພະນັດ             ບ້ານໝູ່ລາວທັງຄ້າຍ
ຄ່ອຍຢູ່ດີເດີ້ເຈົ້າ                ຝູງຄົນລາວຜູ້ພາກຖິ່ນ
ໃຫ້ຖະຫວິນຮອດເຊື້ອ            ແດ່ເດີ້ເຈົ້າບາດຫ່າໄລ
    ໃຫ້ເຈົ້າຍາວຍາວໄວ້        ຄວາມເປັນລາວຢ່າໃຫ້ຫຼ່າຍ
ໄດ້ເປັນໄທກິນເຂົ້າຈ້າວ         ຢ່າລືມບັ້ງບັກພິກເກືອ    ອີ່ແມ່ເດີ້
ສິໄດ້ໄປທາງໜ້າ            ຫາບ້ານລາວເມືອຕ້ອນໝູ່
ຝູງໝູ່ລາວເພີ່ນຊິຖ້າ            ເທິງຊິຊ້າຄ່ຳທາງ .... ໄປແລ້ວ
               
ກ່ອນຈະລອດຊຸ້ມ ປະຕູໂຂງ ອັນໃຫຍ່ ເພຶ່ອອຳລາ ພາຈາກ ຈາກເມືອງພະນັດນິຄົມ ຢາກຈະ ນຳພາທ່ານ ໄປພົບກັບ ສຖານທີ່ ທ່ອງທ່ຽວ ບ່ອນສຳຄັນໆ ຢູ່ເມືອງພະນັດ ເພື່ອວ່າ ຫາກທ່ານມີ ໂອກາດໄປຢ້ຽມຢາມ ພີ່ນ້ອງລາວ ເມືອງພະນັດນິຄົມແລ້ວ ຈະໄດ້ໄປພັກຜ່ອນ ຢ່ອນໃຈ ເພາະວ່າ ເມືອງພະນັດນິຄົມ ກັບບາງກອກນັ້ນ ບໍ່ໄດ້ໄກກັນ ຈັກດີ້ ໄລຍະທາງ ຈາກບາງກອກ ເຖິງເມືອງພະນັດນິຄົມ ມີຢູ່ແຕ່ພຽງ 80 ກວ່າກິໂລແມັດ ເທົ່ານັ້ນ ແລະຫົນທາງກໍສະດວກ ສະບາຍຫຼາຍ.

ໄປຮອດ ຕົວເມືອງພະນັດນິຄົມ ບ່ອນທີ່ຈະຕ້ອງ ໄປທ່ຽວຊົມໃຫ້ໄດ້ ຄື ພຣະນັດສະບໍດີ ຊຶ່ງເປັນພຣະພຸທຮູບ ທີ່ນາຍຊ່າງ ໄດ້ຄວັດຈາກຫີນສີດຳ ອົງພຣະສູງ 35 ຊັງຕິແມັດ ຍືນຢູ່ເທິງດອກບົວ ແລະຢູ່ເທິງ ຫຼັງສັດຊະນິດນຶ່ງ ຄ້າຍຄືກັນກັບນົກ ຊຶ່ງຄົນໄທ ຮ້ອງນົກນີ້ວ່າ “ພຣະນັດສະບໍດີ” ມີຄວາມໝາຍວ່າ “ເຈົ້າປ່າ”; ນົກນີ້ແປກປະຫຼາດ ກວ່ານົກແນວອື່ນ ເພາະມີໜ້າເປັນຄຸດ ຊຶ່ງເປັນພາຫະນະ ຂອງພຣະນາຣາຍ, ມີເຂົາ ຄືກັນກັບເຂົາງົວ ຊຶ່ງເປັນພາຫະນະ ຂອງພຣະອີສວນ ແລະມີປີກ ຄືກັນກັບປີກຫົງ ພາຫະນະ ຂອງພຣະພຣົມ.
                   
ເມືອງພະນັດນິຄົມ ເປັນເມືອງ ທີ່ໄດ້ຊື່ວ່າ ເມືອງຂອງພຣະຣົຖ ຫຼື ເມືອງຂອງ ທ້າວຣົດຖະເສນ ຕາມນິທານຊາດົກ ພຣະເຈົ້າຫ້າສິບຊາດ ຫຼຶ ທີ່ຮ້ອງວ່າ ປັນຍາສະຊາດົກ ຊຶ່ງເປັນເລື້ອງດຽວກັນກັບ “ນາງສິບສອງ” ຫຼືເລື້ອງ “ໝາກເວີ່ຫ້າວ-ໝາກນາວໂຫ່”  ນັ້ນເອງ; ເມືອງພຣະຣົຖນີ້ ຢູ່ຕຳບົນ ຫຼື ຕາແສງ ໜ້າພຣະທາດ ເມືອງນີ້ ມີກຳແພງອ້ອມຮອບ 2 ຊັ້ນ ເປັນຮູບສີ່ຫຼ່ຽມ ແຈມົນ ຄວາມກວ້າງ 720 ແມັດ ແລະຄວາມຍາວ 1,600 ແມັດ ແຕ່ຢ່າງໃດກໍດີ ຈົນມາຮອດທຸກມື້ນີ້ ຍັງບໍ່ມີຜູ້ໃດ ຮູ້ຈັກຊື່ແທ້ ຂອງເມືອງນີ້ເລີຍ.

ຈຸດໜ້າສົນໃຈຕໍ່ໄປ ຂອງເມືອງພຣະຣົຖ ຄື ວັດໜ້າພຣະທາດ ຊຶ່ງເປັນວັດ ທີ່ເກັບມ້ຽນ ວັດຖຸໂບຮານ ຈຳນວນຫຼວງຫຼາຍ ກັບອົງພຣະທາດ ຊຶ່ງຕັ້ງຢູ່ເທິງໂນນ ສູງຈາກໄຮ່ນາ 2 ວາ ຊາວບ້ານ ຈຶ່ງພາກັນເອີ້ນວ່າ “ເນີນທາດ” ຕົວພຣະທາດນີ້ ຢູ່ນອກກຳແພງ ເມືອງພຣະຣົຖ; ມີເລື້ອງເລົ່າວ່າ ຜູ້ສ້າງພຣະທາດອົງນີ້ ຕັ້ງໃຈວ່າ ຈະເອົາເປັນບ່ອນເກັບມ້ຽນດູກ ຂອງພຣະພຸທເຈົ້າ ແຕ່ຕໍ່ມາ ໄດ້ມີສັດຕຣູ ຂອງເມືອງ ມາເລວ ເອົາໄປກ່ອນ ການກໍ່ສ້າງ ພຣະທາດ ຈຶ່ງບໍ່ສຳເຣັດ ສືບຕໍ່ມາ ເຈົ້າຂອງດິນ ໄດ້ສ້າງທາດ ກວມຂອງເກົ່າໄວ້ ເພື່ອໄວ້ມ້ຽນດູກ ຂອງບັນພະບຸຣຸດ ຂອງຜູ້ກ່ຽວເອງ.
               
ສຖານທີ່ທ່ອງທ່ຽວ ບ່ອນຕໍ່ໄປ ຄື ວັດໂບດ ເປັນວັດເກົ່າແກ່ ສ້າງແຕ່ສະໄໝ ອາຍຸດທະຍາ ຊຶ່ງມີຄົນອົພຍົກ ມາຈາກອາຢຸດທະຍາ ມາສ້າງຂຶ້ນ ໂບດຫຼືສິມຂອງວັດນີ້ ຫັນໜ້າໄປທາງ ທິດຕາເວັນຕົກ ຊຶ່ງເປັນທີ່ແປກປະຫຼາດ ກວ່າສິມທົ່ວໄປ ເພາະສ່ວນຫຼາຍແລ້ວ ສິມຈະຫັນໜ້າ ໄປທາງທິດຕາເວັນອອກ ເທົ່ານັ້ນ ແຕ່ສິມຫຼັງນີ້ ຫັນໜ້າໄປຫາໜອງນ້ຳ ທີ່ຊື່ວ່າ “ໜອງຈະເຂ້”; ຢູ່ວັດນີ້ ມີຫໍພິພິດທະພັນພື້ນບ້ານ ຊຶ່ງເປັນ ບ່ອນຈັດສະແດງ ເຮືອພາຍ, ເຮືອເສັງ, ອຸປະກອນການແພດ, ອຸປະກອນການທຳນາ ແລະເຄື່ອງ ທີ່ໃຊ້ນຳຄົວເຮືອນ
ຕັ້ງແຕ່ສະໄໝ ທີ່ພະບຸຣຸດ ຂອງພວກເຂົາເຈົ້າ ອົພຍົກມາແຕ່ ອາຢຸດທະຍາ ແລະວັດໂບດນີ້ ແມ່ນເມືອງ ທີ່ເກິດຂຶ້ນ ກ່ອນທີ່ກຸ່ມຄົນລາວ ຈະອົພຍົກກັນ ມາຢູ່ເມືອງພະນັດນິຄົມ.
               
ສຖານທີ່ຕໍ່ມາ ຄື ວັດໃຕ້ຕົ້ນລານ ວັດນີ້ ສ້າງໃນສະໄໝດຽວກັນກັບ “ທ້າວທຸມ” ສ້າງເມືອງພະນັດນິຄົມ ມີເລື້ອງ ເລົ່າກັນຕໍ່ໆ ມາ ວ່າ ທ້າວວົງ ແລະ ທ້າວສາ ເປັນລູກ ຂອງເຈົ້າແຂວງຫ້ວຍຫຼວງ ຕໍ່ມາທ້າວສາ ຜູ້ເປັນນ້ອງ ໄດ້ສ້າງວັດໃຕ້ ແລ້ວລູກ ຂອງທັງສອງ ອ້າຍນ້ອງ ກໍພາກັນມາຫຼີ້ນວັດ ແຕ່ສືບຕໍ່ມາ ລູກຂອງທ້າວສາ ກັບລູກຂອງທ້າວວົງ ໄດ້ເກີດຜິດຖຽງກັນຂຶ້ນ ຕາມປະສາເດັກນ້ອຍ ລູກທ້າວສາເລີຍບໍ່ຍອມ ໃຫ້ລູກທ້າວວົງ ໄປຫຼີ້ນວັດໃຕ້ນຳ  ຄືແຕ່ເກົ່າ ທ້າວວົງ ຜູ້ເປັນພໍ່ ກໍຈຶ່ງຕ້ອງ ສ້າງວັດຂຶ້ນໃໝ່ ຊື່ວ່າ ວັດກາງຄອງຫຼວງ ຊື່ງຢູ່ໃກ້ໆ ກັນ.

ແຕ່ສະໄໝອາດີດ ວັດນີ້ ເຄີຍມີ ຮູປປັ້ນຂອງຍັກ ຊຶ່ງມີຊື່ສຽງ ແລະມີຄົນ ມາທ່ຽວຊົມຫຼາຍ ແຕ່ສືບຕໍ່ມາ ຮູບປັ້ນຍັກນີ້ ໄດ້ເປື່ອຍເພລົງ ແຕ່ປະຈຸບັນນີ້ ຄົນທີ່ມາທ່ຽວ ຊົມວັດ ຈຶ່ງພາກັນຊົມສິມ ຊຶ່ງມີຮູປແຕ້ມ ຢູ່ຕາມຝາສິມ ຊຶ່ງແຕ້ມຮູບ ໂດຍຊ່າງສີມືຊັ້ນຍອດ; ນອກຈາກນີ້ ຍັງມີບານປະຕູ, ບານປ່ອງຢ້ຽມ ທີ່ສວຍງາມ; ແລະກະເບື້ອງປູສິມ ຈຸດທີ່ໜ້າສົນໃຈຄື ກະເບື້ອງນີ້ ແມ່ນສິນຄ້າຂາເຂົ້າ ມາແຕ່ຕ່າງປະເທດເມື່ອ 200 ປີ; ຢູ່ວັດໃຕ້ ຍັງມີສິ່ງສຳຄັນ ອີກຢ່າງນຶ່ງ ຄື ຫໍໄຕຣ ຫຼື ຫໍພຣະທັມ ຊຶ່ງເປັນສິ່ງທີ່ສ້າງຂຶ້ນ ຕາມປະເພນີລາວ ແລະເປັນສິ່ງ ທີ່ຫາຍາກ ສຳລັບ ພາກຕາເວັນອອກ ຂອງໄທ; ນອກຈາກນີ້ ວັດໃຕ້ ຍັງມີເສົາຫົງ ຊຶ່ງສ້າງຂຶ້ນ ຈາກຂອງເກົ່າ ແຕ່ສະໄໝພ້ອມກັບ ການອົພຍົກ ຂອງຄົນລາວ.

ຖ້າໄປທ່ຽວ ເມືອງພະນັດນິຄົມ ກໍຕ້ອງບໍ່ພາດ ທີ່ຈະໄປຊົມວັດ ອີກແຫ່ງນຶ່ງ ຊຶ່ງມີ ຄວາມສຳຄັນ ຕໍ່ຄວາມເປັນລາວ ແລະເປັນວັດດຽວ ທີ່ປະກາດຄວາມເປັນລາວ ຢ່າງແຈ້ງຂາວ ຄື ວັດນີ້ມີ ພຣະພຸທຮູບ ຕາມແບບສະບັບຂອງລາວ ຄືເປັນພຣະໄມ້ ຕາມຄວາມເຊື່ອ ແລະປະເພນີ ຂອງລາວ ຊຶ່ງພຣະໄມ້ນີ້ ຫາໄດ້ຍາກ ຢູ່ພາກຕາເວັນອອກ ຂອງໄທ ຫຼືແມ່ນແຕ່ ຢູ່ພາກອີສານ ກໍບໍ່ຄ່ອຍມີແລ້ວ.

ວັດນີ້ ແມ່ນ ວັດຫົວຖນົນ ຕັ້ງຢູ່ໝູ່ 4 ຕຳບົນ ຫຼື ຕາແສງຫົວຖນົນ ໂດຍຢູ່ສິມຂອງວັດນີ້ ມີພຣະພຸທຮູບ ທີ່ຄວັດຈາກໄມ້ຕິ້ວ ດັ່ງນັ້ນ ຄົນຈຶ່ງພາກັນເອີ້ນ ວ່າ “ຫຼວງພໍ່ຕິ້ວ” ຊຶ່ງເປັນຊື່ລາວ ແລະເປັນຄວາມລາວ ໂດຍບໍ່ມີການ ປ່ຽນຊື່ເປັນໄທ ຄືຢ່າງອື່ນ ຊຶ່ງຄວາມໄທເອີ້ນໄມ້ຕິ້ວ ວ່າ “ໄມ້ແຕ້ວ”; ຫຼວງພໍ່ຕິ້ວ ມີໜ້າຕັກກວ້າງ 39 ຊັງຕິແມັດ ໜ້າຖານລ່າງ ກວ້າງ 45 ຊັງຕິແມັດ, ຄວາມສູງລວມຖານ 106 ຊັງຕິແມັດ.
ເພື່ອເປັນການ ຮັກສາພຣະພຸທຮູບ ຊາວບ້ານ ໄດ້ພາກັນຫຼໍ່ ພຣະພຸທຮູບ ຂຶ້ນໃໝ່ 3 ອົງ ໂດຍຫຼໍ່ໃຫ້ທຸກອົງ ມີຂນາດໃຫຍ່ກວ່າ ອົງແທ້ ເພື່ອວ່າ ຈະໄດ້ເອົາຫຼວງພໍ່ຕິ້ວ ເຂົ້າໄປໄວ້ ໃນພຣະທີ່ຫຼໍ່ຂຶ້ນ ແຕ່ປາກົດວ່າ ຮູທີ່ປະໄວ້ ສຳລັບໃສ່ພຣະໄມ້ ຊ້ຳພັດມີຮູນ້ອຍກວ່າ ຫຼວງພໍ່ຕິ້ວທຸກອົງ ຊຶ່ງຊາວບ້ານ ພາກັນເຊື່ອວ່າ ເປັນອິດທິຣິດຂອງຫຼວງພໍ່ຕິ້ວ ເພາະເພິ່ນ ບໍ່ຢາກລົງໄປຢູ່ ໃນເບົ້ານັ້ນເອງ; ແລະມີເລື້ອງເລົ່າອີກວ່າ ເຈົ້າຊີວິດລາວໄດ້ສົ່ງ “ທ້າວຍານັນ” ແລະ “ທ້າວຍາຊາ” ໃຫ້ມາເອົາຫຼວງພໍ່ຕິ້ວໄປໄວ້ເມືອງລາວ ແຕ່ຊາວບ້ານໄດ້ຂໍໄວ້ ດັ່ງນັ້ນ ຫຼວງພໍ່ຕິ້ວ ຈຶ່ງໄດ້ຢູ່ປົກປັກ ຮັກສາ ຄົນລາວ ຫ່າງແຜ່ນດິນ ກຸ່ມນີ້ ຈົນເຖິງທຸກມື້ນີ້.

ຢູ່ເມືອງພະນັດນິຄົມ ຍັງມີສຖານທີ່ທ່ອງທ່ຽວ ອີກຫຼາຍບ່ອນ ໂດຍສະເພາະແມ່ນ ກຸ່ມຈັກສານ ທີ່ມີບ່ອນໃຫຍ່ ເຖິງ 3 ບ່ອນ ດັ່ງທີ່ເຄີຍ ນຳສເນີທ່ານ ໄປແລ້ວນັ້ນ; ນອກຈາກນັ້ນ ຍັງມີ ວັດຫຼວງ ບ່ອນທີ່ ມີເຈັຽແມ່ໄກ່ ແລະວັດນີ້ ເຄີຍເປັນບ່ອນ ດື່ມນ້ຳສາບານ ກ່ອນຈະ ເຂົ້າຮັບຣາຊການ ຂອງຂ້າຣາຊການໄທ; ບ່ອນຕໍ່ມາ ຄື “ສະສີ່ຫຼ່ຽມ” ຊາວບ້ານເຊື່ອວ່າ ເປັນສະທີ່ສັກສິດ ເພາະເປັນບ່ອນ ໃຫ້ນ້ຳແກ່ໄກ່ພຣະຣົຖ; ອີກບ່ອນນຶ່ງ ຄື ເຮືອນນາຍປະທິນ ແລະນາຍສຳຣານ ແກ້ວມະນີ ສອງອ້າຍນ້ອງ ທີ່ປັ້ນຫົວສັດ ດ້ວຍດິນໜຽວ ຊຶ່ງປັ້ນໄດ້ ຄືຂອງແທ້ຫຼາຍ ເພາະພວກເຂົາເຈົ້າ ຢຶດອາຊີບ ເປັນນາຍຊ່າງປັ້ນ ສືບຕໍ່ກັນມາ ຫຼາຍເຊັ່ນຄົນແລ້ວ.
 
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານ ຮັບຟັງ ເລື້ອງລາວຂອງ  “ບ້ານລາວໃນໄທ-ແຕ່ອາດີດຫາປະຈຸບັນ”  ໄດ້ໃໝ່ໃນ
ສັປດາໜ້າ ຊຶ່ງຈະໄດ້ສເນີ ເລື້ອງຂອງບ້ານລາວບ່ອນໃໝ່ ຄາວນີ້ ເຮົາຈະນຳພາ ທ່ານໄປພົບກັບ ບ້ານລາວ ຢູ່ພາກອີສານ ຊຶ່ງຖືວ່າ ເປັນບ້ານລາວ ກຸ່ມທີ່ໃຫຍ່ທີ່ສຸດ ໃນປະເທດໄທ ແລະຈະໄດ້ພາທ່ານ ຕາມຮອຍ ການຍົກທັບ ຂອງພຣະວໍ-ພຣະຕາ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ຈເຣີນສຸກ ຜູ້ສເນີ, ສະບາຍດີ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.