ບ້ານລາວ ໃນປະເທດໄທ: ຕອນທີ 62

ບ້ານລາວ ໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ຄົນເຊື້ອສາຍລາວ ເມືອງພະນັດນິຄົມ ທີ່ໄດ້ກາຍເປັນ ບຸກຄົນສຳຄັນ ໃນສັງຄົມ ຂອງປະເທດໄທ ໃນປັດຈຸບັນ.
ສເນີ ໂດຍ ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປດາທີ່ຜ່ານມາ: ເຮົາໄດ້ພາທ່ານ ໄປພົບກັບ ຄອບຄົວ ທີ່ເປັນລູກຫຼານຂອງ ເຈົ້າເມືອງພະນັດນີຄົມ ຄື ຄອບຄົວຂອງ ພໍ່ສຸບພະເຣີກ ແລະແມ່ປານີ ມູນຜະຫຼາ ຊຶ່ງເຖິງແມ່ນວ່າ ຈະເປັນຕະກູນ ຂອງເຈົ້າເມືອງ ແຕ່ວ່າ ຖານະຄວາມຮັ່ງມີ ຂອງພວກເຂົາເຈົ້າ ກໍບໍ່ໄດ້ມາຈາກມູນມັງ ຂອງບັນພະບຸຣຸດ ໃນຖານະ ເປັນເຈົ້າເມືອງ ແຕ່ຢ່າງໃດ ແຕ່ຫາກໄດ້ ສ້າງຖານະ ດ້ວຍເຫື່ອແຮງ ຂອງປູ່ ຂອງພວກເຂົາເຈົ້າເອງ ຄື “ປູ່ຈຸ້ຍ” ທີ່ໄດ້ໜັງສື ໃສ່ໃບລານຂາຍ ແລ້ວເອົາເງິນ ທີ່ຮິບໂຮມໄວ້ ຊື້ນາ ຈົນວ່າ ປະຈຸບັນນີ້ ຄອບຄົວ ມີໄຮ່ນາ ຫຼາຍກວ່າ 500 ໄຮ່ ຫຼືປະມານ 100 ເຮັກຕາ ຢາຍໄປ ໃນພື້ນທີ່ຕ່າງໆ ທົ່ວເມືອງພະນັດນິຄົມ.

ເມື່ອສະພາບການ ປ່ຽນໄປ ຊາວນາ ໄດ້ປ່ຽນວິທີ ການເຮັດນາ ໂດຍຫັນໄປ ໃຊ້ຈັກໝົດ ແລ້ວ ຄອບຄົວນີ້ ຈຶ່ງໄດ້ສ້າງ ຫໍພິພິດທະພັນ ຊາວນາຂຶ້ນ ເພື່ອເປັນບ່ອນ ເກັບຮັກສາເຄື່ອງ ທີ່ໃຊ້ ໃນການທຳນາ ໃນອາດີດໄວ້ ແລະເປີດໃຫ້ ປະຊາຊົນທົ່ວ ໄປເຂົ້າຊົມ ໂດຍບໍ່ຄິດຄ່າ ; ສິ່ງທີ່ຜູ້ເຂົ້າຊົມ ຈະໄດ້ເຫັນນັ້ນ ນອກຈາກ ວັດຖຸເຄື່ອງໃຊ້ແລ້ວ ຍັງໄດ້ເຫັນສິ່ງ ທີ່ແຝງຢູ່
ຖ້າມກາງວັດຖຸ ຄື ຄວາມເປັນລາວ ອີກດ້ວຍ.

ໃນສັປດານີ້ : ເຮົາຈະພາທ່ານ ໄປພົບກັບ ຄົນເຊື້ອສາຍລາວ ຢູ່ເມືອງພະນັດນິຄົມ ທີ່ເປັນຜູ້ມີຊື່ສຽງ ຈົນເປັນທີ່ຮູ້ຈັກ ຂອງຄົນໄທ ທົ່ວປະເທດ ວ່າມີຜູ້ໃດແດ່.
               
ນັບແຕ່ປີ ທີ່ສ້າງຕັ້ງ ເມືອງພະນັດນິຄົມ ຄືປີ ຄ.ສ. 1827 ຈົນມາຮອດທຸກມື້ນີ້ ກໍນັບໄດ້ 181 ປີແລ້ວ ຄົນເຊື້ອສາຍລາວ ຢູ່ເມືອງພະນັດນິຄົມ ບໍ່ແມ່ນຈະຢູ່ເຮັດໄຮ່ ເຮັດນາ ເທົ່ານັ້ນ ຫາກແຕ່ ໄດ້ອອກໄປຮ່ຳຮຽນ, ໄປຊອກວຽກເຮັດ, ໄປປະກອບອາຊີບ ຢູ່ບ່ອນອື່ນ ແລະມີຈຳນວນຫຼວງຫຼາຍ ທີ່ຍ້າຍຖິ່ນຖານ ໄປຢູ່ເມືອງອື່ນ.

ຄົນໃນຕະກູນ ເຈົ້າເມືອງພະນັດນິຄົມ ຄືຕະກູນຂອງ ທ້າວທຸມ ຫຼື ພຣະອິນທະຣະອາສາ ຊຶ່ງຕໍ່ມາ ລູກຫຼານ ກໍໄດ້ເອົາຊື່ ຂອງທ້າວທຸມ ໄປຕັ້ງເປັນນາມສະກຸນ ຄື “ທຸມມານົນ” ໂດຍນາມສະກຸນນີ້ ບໍ່ມີເຄົ້າເລີຍວ່າ ເປັນຕະກູນເຊື້ອສາຍລາວ ເພາະຊື່ຂອງທ້າວທຸມ ຖືກແປງໃຫ້ເປັນ ນາມສະກຸນ ແບບນາມສະກຸນໄທ ທົ່ວໄປ; ມີຄົນໄທ ພຽງສ່ວນໜ້ອຍ ເທົ່ານັ້ນ ທີ່ຮູ້ວ່າ ຖ້ານາມສະກຸນໃດ ມີຄຳວ່າ “ນົນ” ຫ້ອຍທ້າຍນັ້ນ ແມ່ນນາມສະກຸນ ທີ່ໄດ້ຮັບ
ພຣະຣາຊທານ ຈາກເຈົ້າຊີວິດ ຂອງສຍາມ ຣັຊການທີ 6 ຊຶ່ງເປັນເຈົ້າຊີວິດ ທີ່ເລີ້ມໃຫ້ມີການໃຊ້ ນາມສະກຸນ ເປັນເທື່ອທຳອິດ ຢູ່ສຍາມ.
                   
ຄົນທີ່ໃຊ້ນາມສະກຸນນີ້ ໃນເມືອງພະນັດນິຄົມ ກໍມີຫຼາຍ ແຕ່ຜູ້ທີ່ ອອກຈາກເມືອງ ໄປຢູ່ບາງກອກ ກໍຫຼາຍຄືກັນ ໂດຍໄປປະກອບ ອາຊີບຫຼາຍຢ່າງ ແຕ່ສ່ວນໃຫຍ່ ຄົນນາມສະກຸນນີ້ ມີອາຊີບດີ ສົມຄວນ ເພາະພື້ນຖານ ຕະກູນຂອງພວກເຂົາເຈົ້າ ເຮັດໃຫ້ມີໂອກາດ ໄດ້ຮັບການສຶກສາຂັ້ນສູງ ຫຼືບາງຄົນ ກໍໄປແຕ່ງດອງ ກັບຄົນໄທແດ່ ຫຼືຄົນຈີນ ທີ່ມີຖານະ ທາງເສດຖະກິດດີ ມີໜ້າມີຕາ ມີຊື່ສຽງ ໃນສັງຄົມ ກໍມີ.

ໃນຈຳນວນນີ້ ມີແມ່ຍິງ ເຊື້ອສາຍທ້າວທຸມ ອີກຜູ້ນຶ່ງ ທີ່ໄປແຕ່ງດອງ ກັບຄົນຈີນ ທີ່ລ່ອງເຮືອ ຂາຍເຂົ້າສານ ມາຕາມແມ່ນ້ຳແມ່ກອງ ທາງເຂດພາກກາງ ຂອງສຍາມ ພໍມາຮອດ ປາກແມ່ນ້ຳ ທີ່ຈະໄຫຼ ອອກສູ່ທະເລ ຄົນຈີນຜູ້ນັ້ນ ແລະໝູ່ຄູ່ ທີ່ມາດ້ວຍກັນ ກໍບັງຄັບເຮືອ ໃຫ້ແລ່ນ ເຂົ້າຄອງພາສີຈະເລີນ ແລ້ວກໍພາກັນ ຂຶ້ນຝັ່ງ ບໍຣິເວນໜອງແຂມ ຊຶ່ງເປັນຊານເມືອງ ຂອງບາງກອກ ແລ້ວກໍຄ້າຂາຍເຂົ້າສານ ຈົນຮັ່ງມີ; ແລ້ວຄົນຈີນຜູ້ນີ້ ກໍໄດ້ຮູ້ຈັກກັບ ຄົນທີ່ມີຊື່ສຽງ ໃນສັງຄົມ ແລະເປັນຜູ້ມີອຳນາດ ທາງການເມືອງ ຢູ່ຂະນະນັ້ນ ແລະຕໍ່ມາ ກໍໄດ້ຕັ້ງໜັງສືພິມຂຶ້ນ ຊື່ວ່າ “ສຽງອ່າງທອງ” ຊຶ່ງຕໍ່ມາ ກໍປ່ຽນຊື່ ເປັນ ໜັງສືພິມ “ໄທຣັຖ”.

ໜັງສືພິມໄທຣັຖ ຖືວ່າ ເປັນໜັງສືພິມ ໝາຍເລກ 1 ຂອງໄທ ຢູ່ໃນປະຈຸບັນນີ້ ເປັນໜັງສືພິມ ທີ່ຂາຍດີທີ່ສຸດ ແລະມີອິດທິພົນ ຢູ່ປະເທດໄທ ບໍ່ມີຜູ້ໃດ ທີ່ບໍ່ຮູ້ຈັກ ໜັງສືພິມ ດັ່ງກ່າວ ແລະຄົນຈີນ ຜູ້ທີ່ເປັນເຈົ້າຂອງ ໜັງສືພິມ ສະບັນນີ້ ຄື “ນາຍກຳພົນ ວັດຊະຣະພົນ” ແລະຄົນລາວ ທີ່ໄປຈາກຕະກູນ “ທຸມມານົນ” ເມືອງພະນັດນິຄົມ ທີ່ແຕ່ງດອງ ກັບນາຍກຳພົນ ກໍຄື “ນາງປະນີດສິນ” ປະຈຸບັນ ມີນາມມະຍົດເປັນ “ຄຸນຢິງ”.

ທຸກມື້ນີ້ ຢູ່ປະເທດໄທ ບໍ່ມີຜູ້ໃດ ທີ່ບໍ່ຮູ້ຈັກ ໜັງສືພິມໄທຣັຖ ແລະໃນວົງສັງຄົມ ຊັ້ນສູງ ກໍບໍ່ມີຜູ້ໃດ ທີ່ບໍ່ຮູ້ຈັກ “ຄຸນຢິງ ປານີດສິນ ວັດຊະຣະພົນ” ແຕ່ຄົນໄທ ໜ້ອຍຄົນ ທີ່ຈະຮູ້ວ່າ ຄຸນຢິງປານີດສິນ ແມ່ນຄົນລາວ ເມືອງພະນັດນິຄົມ ແລະເປັນລູກ ເປັນຫຼານ ຂອງທ້າວທຸມ ເຈົ້າເມືອງ ເມືອງພະນັດນິຄົມ ນັ້ນເອງ.
               
ນອກຈາກ ຄຸນຍິງປານີດສິນແລ້ວ ຍັງມີຄົນເຊື້ອສາຍລາວ ອີກບໍ່ໜ້ອຍ ທີ່ມີຊື່ສຽງ ເປັນທີ່ຮູ້ຈັກ ຂອງຄົນໃນສັງຄົມໄທ ສ່ວນຫຼາຍແລ້ວ ແມ່ນຜູ້ທີ່ມີອາຊີບ ເປັນສິນລະປິນ ແລະສິນລະປິນ ຂະແໜງ ທີ່ຄົນເຊື້ອສາຍລາວຖນັດ ແມ່ນສິນລະປິນ ນັກຮ້ອງເພງລູກທົ່ງ ຫຼື ເພງບ້ານນາ.
                   
ຈາກການສຶກສາຂອງ “ແວງ ພະລັງວັນ” (ແວງ ພະລັງວັນ. 2002) ໄດ້ເວົ້າເຖິງ ປະຫວັດ ຄວາມເປັນມາ ຂອງເພງລູກທົ່ງ ຂອງໄທເອົາໄວ້ ວ່າ ເພງໄທລູກທົ່ງ ຫຼື ເພງບ້ານນາ ຂອງໄທນັ້ນ ມີປະຫວັດ ຄວາມເປັນມາ ສືບຕໍ່ ຈາກເພງລຳວົງ ຫຼື ເພງລຳໂທນ; ສາຍເຫດ ທີ່ຮ້ອງວ່າ ເພງລຳວົງ ກໍເພາະວ່າ ພໍຮ້ອງເພງແລ້ວ ກໍພາກັນຟ້ອນ ເປັນວົງ, ແລະ ທີ່ຮ້ອງວ່າ ເພງລຳໂທນ ກໍເພາະວ່າ ເຄື່ອງດົນຕຣີ ທີ່ໃຊ້ປະກອບ ການຮ້ອງນີ້ ແມ່ນກອງໂທນ ນັ້ນເອງ.

ເພງລຳວົງ ຫຼື ເພງລຳໂທນນັ້ນ ແມ່ນເພງ ທີ່ຊາວບ້ານ ທາງພາກອີສານ ພາກັນຮ້ອງ ແລະຟ້ອນກັນ ຢູ່ທົ່ວທັງພາກ ເມື່ອປີ ຄ.ສ. 1942 ໄດ້ເກິດສົງຄາມຂຶ້ນ ຣະຫວ່າງ ສຍາມ ກັບຝຣັ່ງເສດ ຫຼືທີ່ຄົນໄທຮ້ອງວ່າ “ສົງຄາມອິນໂດຈີນ”  ຢູ່ແຂວງໜອງຄາຍ ຊຶ່ງເປັນແຂວງ ທີ່ຢູ່ຊາຍແດນ ຕິດກັບລາວ ຊຶ່ງໃນສະໄໝນັ້ນ ລາວຍັງຖືກຢຶດຄອງ ໂດຍຝຣັ່ງເສດຢູ່ ນາຍົກຣັຖມົນຕຣີ ໃນສະໄໝນັ້ນ ຄື ຈອມພົນ ປໍ. ພິບູນສົງຄາມ ໄດ້ໄປຢ້ຽມຢາມ ຊາວບ້ານ ຢູ່ແຂວງໜອງຄາຍ ໃນຊ່ວງກາງຄືນ ຊຶ່ງມີການມອດໄຟ ເພື່ອຄວາມປອດໄພ ຊາວບ້ານ ທີ່ມາຕ້ອນຮັບ ນາຍົກຣັຖມົນຕຣີ ໄດ້ພາກັນຮ້ອງເພງ ແລະຟ້ອນລຳວົງ ຂະນະນັ້ນ ມີນັກດົນຕຣີສຳຣອງ ທີ່ມາກັບ ຄະນະນາຍົກຣັຖມົນຕຣີ ຜູ້ນຶ່ງ ໄດ້ຮ່ວມລຳວົງ ກັບໄທບ້ານ ຊຶ່ງມີແຕ່ ກອງໂທນໜ່ວຍດຽວ ນັກດົນຕຣີ ກໍເລີຍເອົາປີ່ clarinet ອອກມາເປົ່າ ປະກອບສ່ວນ.

ສຽງເສບ clarinet ແລະສຽງຮ້ອງເພງລຳວົງ ໄດ້ເຮັດໃຫ້ພັລຍາ ຂອງນາຍົກຣັຖມົນຕຣີ ຄື ທ່ານຜູ້ຍິງ ລະອຽດ ພິບູນສົງຄາມ ເກີດຄວາມມ່ວນໃຈ ຕໍ່ມາ ເມື່ອກັບຄືນໄປບາງກອກແລ້ວ ທ່ານຜູ້ຍິງ ຈຶ່ງສັ່ງໄດ້ສັ່ງໃຫ້ ກົມສິນລະປາກອນ ເອົາເພງລຳວົງ ຂອງໄທບ້ານ ໄປແປງໃຫ້ເປັນ ເພງລຳວົງ; ແລະໃນສະໄໝ ຂອງຈອມພົນ ປໍ. ນີ້ເອງ ລຳວົງຖືວ່າ ເປັນວັທນະທັມ ຂອງຊາດໄທ ຊຶ່ງຣັຖບານຖືວ່າ ເປັນນະໂຍບານ ອັນສຳຄັນ ຮ້ອງວ່າ “ລຳວົງສ້າງຊາດ”.
               
ຈາກນັ້ນ ຣັຖບານໄທ ກໍສົ່ງເສີມ ໃຫ້ປະຊາຊົນ ທົ່ວປະເທດ ເສບເພງລຳວົງ ແລະທຸກພາກສ່ວນ ກໍໄດ້ແຕ່ງເພງລຳວົງຂຶ້ນ ຢ່າງຫຼວງຫຼາຍ ໂດຍໄດ້ຕົວແບບ ເພງລຳວົງ ຂອງຣັຖບານ ຕໍ່ມາ ເມື່ອເພງລຳວົງ ໄດ້ເສື່ອມຄວາມນິຍົມລົງ ກໍມີຜູ້ແປງເພງລຳວົງ ໃຫ້ເປັນເພງແບບໃໝ່ ແລະຮ້ອງເພງແບບນີ້ ວ່າ ເພງລູກທົ່ງ ຫຼື ເພງບ້ານນາຂອງໄທ.

ເພງລຳວົງ ຫຼື ເພງລຳໂທນນັ້ນ ຖືວ່າ ເປັນມູນມັງ ຂອງຄົນໄທ ເຊື້ອສາຍລາວ ມີແຕ່ຄົນ ເຊື້ອສາຍລາວ ເທົ່ານັ້ນ ທີ່ຊ່ຽວຊານ ຈະເຫັນໄດ້ວ່າ ຜູ້ທີ່ຖືກ ໃສ່ນາມມະຍົດ ວ່າ  “ຣາຊາເພງລຳວົງ” ຄື “ເບນຈະມິນ” ຫຼື ຊື່ຈິງວ່າ ຕຸ້ມທອງ ໂຊກຊະນະ ກໍເປັນ ຄົນເຊື້ອສາຍລາວ ເມືອງອຸບົນ.

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານ ຮັບຟັງເລື້ອງ  “ບ້ານລາວໃນໄທ-ແຕ່ອາດີດຫາປະຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະເປັນຕອນມ້ວນທ້າຍ ຂອງເລື້ອງຄົນລາວ ຢູ່ເມືອງພະນັດນິຄົມ ຫຼັງຈາກນັ້ນ ກໍຈະເປັນ
ເລື້ອງຂອງບ້ານລາວ ຢູ່ພາກອີສານ ທີ່ຖືວ່າ ເປັນເມືອງ ຂອງຄົນເຊື້ອສາຍລາວ ທີ່ໃຫຍ່ທີ່ສຸດ ໃນປະເທດໄທ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຣຽບຣຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.