ບ້ານລາວ ໃນປະເທດໄທ: ຕອນທີ 61
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປດາທີ່ຜ່ານມາ: ເຮົາໄດ້ພາທ່ານ ໄປພົບກັບ ກຸ່ມຈັກສານ ຢູ່ສູນກາງ ການຈັກສານ
ເຮືອນແມ່ປານີ ມູນຜະຫຼາ ແລະໄດ້ຮູ້ວ່າ ສາຍເຫດ ທີ່ວຽກງານຈັກສານ ຢູ່ປະຈຸບັນນີ້ ມີແຕ່ແມ່ຍິງ ເປັນຜູ້ເຮັດນັ້ນ ກໍເພາະວ່າ ເຄື່ອງທີ່ສານ ສະໄໝນີ້ ຕ້ອງໄດ້ໃຊ້ ຄວາມລະອຽດ ເພື່ອຮັບໃຊ້ ວິຖີຊີວິດ ສະໄໝໃໝ່ ເຊັ່ນ ໝວກ, ວີ, ກະເປົ໋າແມ່ຍິງ ບໍ່ຄືສະໄໝກ່ອນ ທີ່ມີແຕ່ເຄື່ອງ ທີ່ໃຊ້ໃນການເຮັດໄຮ່ ເຮັດນາ ແລະການຫາຢູ່ ຫາກິນ ຊຶ່ງເປັນເຄື່ອງໃຫຍ່ ໃຊ້ຕອກເສັ້ນໃຫຍ່ ເຊັ່ນ ຂ້ອງ, ລອບ ເປັນຕົ້ນ.
ນອກຈາກນີ້ ຍັງໄດ້ຮູ້ຈັກ ກັບສະມາຊິກແມ່ຍິງ ອີກຜູ້ນຶ່ງ ຊື່ ບຸນເລືອງ ສີນວນ ຊຶ່ງຄອບຄົວຂອງລາວ ບໍ່ເຮັດໄຮ່ເຮັດນາ ແຕ່ອາໃສ ສານເຄື່ອງຂາຍ ເປັນອາຊີບ.
ໃນສັປດານີ້: ເຮົາຈະພາທ່ານ ໄປພົບກັບ ຫໍພິພິດທະພັນຊາວນາ ເມືອງພະນັດນິຄົມ ແລະ ຕະກູນ “ມູນຜະຫຼາ” ຊຶ່ງເປັນຕະກູນ ຂອງຄົນເຊື້ອສາຍລາວ ທີ່ຮັ່ງມີ ທີ່ສຸດ ແລະເປັນຜູ້ສ້າງ ຕັ້ງຫໍພິພິດທິພັນຊາວນາ.
ເມືອງພະນັດນິຄົມນັ້ນ ເຖິງແມ່ນວ່າ ຕາມປະຫວັດສາດ ຈະບອກວ່າ ເປັນເມືອງຂອງຄົນລາວ, ກຸ່ມຄົນລາວ ເປັນຜູ້ສ້າງບ້ານ ແປງເມືອງ ມີຄົນລາວ ເປັນເຈົ້າເມືອງ ແລະມີຄົນລາວ ເປັນກຸ່ມຄົນ ທີ່ໃຫຍ່ທີ່ສຸດ ແຕ່ພໍໄລຍະເວລາ ຜ່ານໄປ ຄວາມເປັນລາວ ກໍຄ່ອຍໆ ຈາງເຫີຍ ຈົນປະຈຸບັນນີ້ ບໍ່ມີໃຜກ້າ ທີ່ຈະປາກ ເວົ້າພາສາ ຂອງບັນພະບຸຣຸດ ຂອງຕົວເອງ ເປັນທີ່ ແນ່ນອນແລ້ວ ວ່າ ໃນອີກບໍ່ດົນ ຄວາມເປັນລາວ ແລະເມືອງພະນັດນິຄົມ ທີ່ເຄີຍເວົ້າກັນວ່າ ເປັນເມືອງ ຂອງຄົນລາວນັ້ນ ກໍຄົງຈະເປັນແຕ່ພຽງ ຄວາມຊົງຈຳ ໂດຍສະພາບການ ຕົວຈິງ ບໍ່ໄດ້ມີຫຍັງ ທີ່ຈະບົ່ງບອກ ວ່າ ເມືອງພະນັດນິຄົມ ຄືເມືອງຂອງຄົນລາວ.
ຂະນະທີ່ສະພາບການ ກຳລັງເປັນໄປ ຢ່າງໜ້າວິຕົກກັງວົນນັ້ນ ກໍມີຄອບຄົວນຶ່ງ ໄດ້ເກັບຮັກສາ ເຄື່ອງຂອງ ທີ່ສະທ້ອນອອກ ເຖິງຄວາມເປັນລາວ ແລະຢັ້ງຢືນ ໃຫ້ຜູ້ຄົນທົ່ວໄປ ໄດ້ຮູ້ວ່າ ເມືອງພະນັດນິຄົມ ເຄີຍເປັນເມືອງ ຂອງຄົນລາວ ຄືໄດ້ເອົາ ເຄື່ອງຂອງ ທີ່ເຄີຍໃຊ້ໃນອາຊີບ ການກະເສດ ອາຊີບເຮັດໄຮ່ເຮັດນາ ມາວາງສະແດງອອກ ໃນຮູບຂອງ ຫໍພິພິດທະພັນ (museum) ໂດຍເອົາເລົ້າເຂົ້າ ຫຼັງໃຫຍ່ ທີ່ສາມາດບັນຈຸ ເຂົ້າເປືອກ ໄດ້ຫຼາຍກວ່າ 100 ກວຽນ ມາເປັນ ຫໍພິພິດທະພັນ.
ຫໍພິພິດທະພັນ ບ່ອນນີ້ ແມ່ນສຖານທີ່ ຈະຄອຍຮັບຕ້ອນແຂກ ຂອງເມືອງພະນັດນິຄົມ
ຜູ້ຕ້ອງການ ທີ່ຈະສຶກສາ ວິຖີຊີວິດ ແລະຄວາມເປັນລາວ ຂອງຊາວເມືອງ ໄດ້ເປັນຢ່າງດີ.
ແລະກ່ອນຈະພາທ່ານ ເຂົ້າເລົ້າເຂົ້າ ໄປເບິ່ງເຄື່ອງຂອງ ທີ່ຢູ່ພາຍໃນ ຫໍພິພິດທະພັນນັ້ນ ເຮົາຈະພາ ທ່ານໄປຮູ້ຈັກ ກັບຄອບຄົວນີ້ກ່ອນ ...
ຄອບຄົວນີ້ ແມ່ນຕະກຸນ ຂອງເຈົ້າເມືອງພະນັດນິຄົມ ຜູ້ເປັນພໍ່ເຮືອນ ຊື່ວ່າ ສຸບພະເຣີກ ຊຶ່ງ ເປັນຄົນຮຸ່ນຫຼານ ຮຸ່ນເຫຼນ ຂອງທ້າວທຸມ ຫຼື ພຣະອິນທະຣະອາສາ ແລະແມ່ເຮືອນ ກໍຄື ແມ່ປານີ ມູນຜະຫຼາ ນັ້ນເອງ ຄອບຄົວນີ້ ມີນາຫຼາຍກວ່າ 500 ໄຮ່ ຫຼືປະມານ 100 ເຮັກຕາ ໂດຍແຈກຢາຍ ໄປໃນພື້ນທີ່ຕ່າງໆ ທົ່ວເມືອງພະນັດນິຄົມ.
ໄຮ່ນາ ຈຳນວນຫຼວງຫຼາຍ ຂອງຄອບຄົວນີ້ ບໍ່ແມ່ນໄດ້ມາ ຈາກການ ທີ່ເປັນເຊື້ອສາຍ ຂອງທ້າວທຸມ ແຕ່ໄດ້ມາຈາກ ການຮິບໂຮມ ໂດຍການຊື້ ເທື່ອລະເລັກ ລະນ້ອຍ ເງິນທີ່ໃຊ້ຊື້ ນັ້ນ ມາຈາກເຫື່ອແຮງ ຂອງບັນພະບຸຣຸດ ຂອງພວກເຂົາເຈົ້າ ຊຶ່ງລູກໆ ຫຼານໆ ຮ້ອງວ່າ “ປູ່ຈຸ້ຍ”.
“ປູ່ຈຸ້ຍ” ໄດ້ຮິບໂຮມ ເງິນຄຳ ດ້ວຍການຈານໃບລານຂາຍ ເນື່ອງຈາກວ່າ ປູ່ຈຸ້ຍ ໄດ້ບວດ
ເປັນພຣະ ຈຳພັນສາຢູ່ວັດສະເກດ ຊຶ່ງເປັນວັດ ທີ່ມີຊື່ສຽງ ຢູ່ບາງກອກ ວັດນີ້ ຕັ້ງຢູ່ໃກ້ກັບ
ເຂົາຄຳ ຫຼືທີ່ຄົນບາງກອກຮ້ອງວ່າ “ພູເຂົາທອງ” ຢູ່ປາກຄອງແສນແສບ ແລະຢູ່ກົງກັນຂ້າມ
ກັບອະນຸສາວະຣີ ຂອງເຈົ້າມະຫາຊີວິດ ຂອງສຍາມ ທີ່ມີສະມັນຢານາມ ຫຼື ຊື່ນ້ອຍ ວ່າ ພຣະມະຫາ ເຈດສະດາບໍດິນ ຫຼື ືພຣະນັ່ງເກົ້ າເຈົ້າຢູ່ຫົວ ຣັຊການທີ 3.
ການບວດຮຽນ ໃນພຣະພຸທສາສນາ ຂອງໄທນັ້ນ ນອກຈາກຜູ້ບວດ ຈະໄດ້ຮຽນທັມມະ ສຶກສາ ຄືການຮຽນ ພຣະທັມວິໄນ ໃຫ້ຮູ້ຈັກຣະບຽບ ປະຕິບັດຂອງສົງແລ້ວ ຖ້າຮຽນຈົນສອບ ເສັງໄດ້ ຕັ້ງແຕ່ນັກທັມ ຊັ້ນຕຣີ ຈົນເຖິງນັກທັມໂທ ແລະຊັ້ນເອກແລ້ວ ການສຶກສາຂັ້ນສູງ
ກວ່ານັ້ນ ຄື ຮຽນບາລີ-ທັມມະບົດ ຄືການສຶກສາຫຼັກການ ຂອງພຣະພຸທສາສນາ ແລະຮຽນ ພາສາບາລີ ໃນອາດີດ ການຮຽນພາສາບາລີ ຕ້ອງໄດ້ຮຽນ ໂດຍໃຊ້ຕົວຂອມ ຫຼືອັກສອນທັມ ເປັນຕົວຂອມ ແບບໄທ ຊຶ່ງມີ ຄວາມແຕກຕ່າງ ກັບພາສາຂອມ ແບບຂະເໝນ.
ການຮຽນ ພາສາບາລີນັ້ນ ຂໍ້ສຳຄັນ ຄືການຂຽນ ຮ້ອງວ່າ ຂຽນຕົວທັມ ແລະ ເນື່ອງຈາກ ວ່າ ໃນສະໄໝນັ້ນ ຍັງບໍ່ມີເຈັ້ຽ ວັດສະດຸທີ່ໃຊ້ ໃນການຂຽນຕົວທັມ ຄື ໃບລານ ເມື່ອຂຽນຂຶ້ນ
ເປັນໝວດ ເປັນໝູ່ແລ້ວ ກໍເຈາະໃບລານ ແລ້ວເອົາເຊືອກ ຮ້ອຍໃບລານ ເຂົ້າໃສ່ກັນ ຮ້ອງວ່າ “ຜູກ” ແລະ ການຂຽນໃບລານ ຕ້ອງໃຊ້ເຫັຼກ ຂີດລົງໃບລານ ຮ້ອງວ່າ “ຈານ” ແລະເຫຼັກນີ້ ກໍຮ້ອງວ່າ “ເຫຼັກຈານ” ເມື່ອຂີດລົງແລ້ວ ຈຶ່ງເອົານ້ຳມຶກ ທາລົງໃບລານ ແລະເມື່ອເອົາແພ ເຊັດນ້ຳມຶກອອກ ກໍຈະເຫັນເປັນຕົວໜັງສື.
ໃນສະໄໝອາດີດ ມີຂໍ້ບັງຄັບຢູ່ວ່າ ຜູ້ໃດທີ່ຈະບວດ ຕ້ອງຈານໜັງສື ໃຫ້ໄດ້ ຢ່າງໜ້ອຍ 1 ຜູກ ໂດຍໃຫ້ເລືອກເອົາ ວ່າ ຈະຈານກ່ອນບວດ ຫຼື ຈານກ່ອນສິກກໍໄດ້ ແຕ່ຈະຕ້ອງຈານ ເວລາໃດ ເວລານຶ່ງ ຖ້າບໍ່ດັ່ງນັ້ນ ກໍຈະສິກບໍ່ໄດ້ ດ້ວຍວິທີນີ້ ຈຶ່ງເຮັດໃຫ້ມີໜັງສືຮຽນ ຢ່າງຫຼວງຫຼາຍ ນອກຈາກນີ້ແລ້ວ ຢູ່ຕາມເຮືອນຊານ ຂອງປະຊາຊົນ ຍັງນິຍົມ ມີໜັງສືທັມໄວ້ ສູດມົນ ໄຫວ້ພຣະ ຢູ່ເຮືອນໃຜ ເຮືອນລາວອີກ ແລະປະຊາຊົນ ຍັງນິຍົມຊື້ໜັງສືທັມ ໄປຖວາຍວັດ
ອີກດ້ວຍ ດັ່ງນັ້ນ ຈຶ່ງເກິດອາຊີບ ຮັບຈ້າງ ຂຽນໃບລານຂາຍ ແລະໃບລານນັ້ນ ຖືວ່າ ມີຣາຄາສູງ ກວ່າສິນຄ້າ ແນວອື່ນ ເພາະວ່າ ເປັນຂອງສູງ ແລະ ມີຄົນ ປະກອບອາຊີບ
ນີ້ ບໍ່ຫຼາຍ.
“ປູ່ຈຸ້ຍ” ຈຶ່ງຮັ່ງມີຂຶ້ນ ຈາກການຈານໜັງສືອ ແລະເງິນທີ່ໄດ້ ກໍເອົາໄປຊື້ໄຮ່ນາ ເພີ່ມຂຶ້ນ
ເລື້ອຍໆ.
ແມ່ປານີ ມູນຜະຫຼາ ຜູ້ເປັນສະໃພ້ “ປູ່ຈູ້ຍ” ເວົ້າເຖິງວຽກງານ ການຈານໜັງສື ຂອງປູ່ຈຸ້ຍ ວ່າ ...
“ປູ່ເຮົານີ້ ຊື່ຈຸ້ຍ ເພີ່ນຈານໜັງສືຂາຍ ແລະເປັນຄົນຂຽນໜັງສືເກັ່ງ ລາວໄດ້ໄປບວດຢູ່ວັດສະເກດ ກຸງເທບ ເປັນເນນຢູ່ຕັ້ງແຕ່ນ້ອຍໆ ພູ້ນ ຈານໃສ່ໃບລານທີ່ໃຫ້ພະເທດພະຫຍັງຮັ້ນນະ ເຮັດຈານໃບລານ ເພາະວ່າມັນມີບໍ່ໂຮງພິມໂຮງແພມຫຍັງນີ່ຈະໄປພິມຢູ່ໄສ.”
ໃນໄລຍະ ບໍ່ຮອດ 20 ປີ ທີ່ຜ່ານມາ ເວົ້າລວມແລ້ວ ການຜລິດ ທາງການກະເສດ ຫຼືການເຮັດໄຮ່ ເຮັດນາ ຂອງປະຊາຊົນ ຢູ່ປະເທດໄທ ກໍໄດ້ປ່ຽນແປງ ໄປຈາກສະໄໝອາດີດ ຢ່າງຫຼວງຫຼາຍ ຈາກທີ່ເຄີຍໃຊ້ ຄວາຍແກ່ໄຖ ກໍປ່ຽນມາ ເປັນຣົຖໄຖນາ ແລະຕໍ່ມາ ກໍໃຊ້ຣົຖກ່ຽວເຂົ້າ ແທນການກ່ຽວ ດ້ວຍແຮງຄົນ ແລະເຂົ້າທີ່ຜລິດໄດ້ ສ່ວນຫຼາຍ ຊາວນາ ຈະຂາຍ ສ່ວນທີ່ເອົາໄວ້ກິນ ກໍມີພຽງສ່ວນໜ້ອຍ ດັ່ງນັ້ນ ເລົ້າເຂົ້າ ທີ່ໃຊ້ໃນການເກັບ ຮັກສາເຂົ້າເປືອກ ຈຶ່ງຖືກປະ ໃຫ້ຫວ່າງລ້າໆ.
ເວົ້າສະເພາະ ຄອບຄົວ “ມູນຜະຫຼາ” ຊຶ່ງມີເລົ້າເຂົ້າເຖິງ 2 ຫຼັງ ແລະຫຼັງນຶ່ງໆ ກໍສາມາດ ບັນຈຸເຂົ້າເປືອກ ໄດ້ເຖິງ 100 ກວຽນນັ້ນ ເມື່ອເຂົ້າເປືອກ ຖືກຂາຍໄປແລ້ວ ເລົ້າ ກໍຫວ່າງລົງ ທັງສອງຫຼັງ; ແມ່ປານີ ຈຶ່ງໄດ້ເອົາເລົ້າເຂົ້າ ຫຼັງທີ່ຢູ່ໃກ້ເຮືອນ ມາເປັນ ຫໍພິພິດທະພັນ ຊາວນາ ໂດຍພາຍໃນເລົ້າ ມີເຄື່ອງມື ທີ່ໃຊ້ໃນການທຳນາ ທັງການໄຖ, ການກ່ຽວ, ການຫາບ, ເຄື່ອງຂຸດ ເຄື່ອງໄງ້, ເຄື່ອງຕີເຂົ້າ ຕະຫຼອດຈົນ ກວຽນ ທີ່ເຄີຍຖືກໃຊ້ ໃນອາດີດ; ນອກຈາກນີ້ ຢູ່ອ້ອມຮອບ ຫໍພິພິດທະພັນ ລ້ວນແລ້ວແຕ່ເຄື່ອງຈັກສານ ຂະໜາດຍັກ ແຕ່ລະອັນ ຖືກຂະຫຍາຍ ໃຫ້ໃຫຍ່ ເປັນຮ້ອຍໆ ເທົ່າຕົວ.
ປະຈຸບັນນີ້ ຫໍພິພິດທະພັນ ເຮືອນແມ່ປານີ ມູນຜະຫຼາ ໄດ້ເປີດ ໃຫ້ປະຊາຊົນທົ່ວໄປ ເຂົ້າຊົມໄດ້ ໂດຍບໍ່ເສັຽຄ່າເຂົ້າຊົມ ແຕ່ຢ່າງໃດ; ສິ່ງທີ່ຜູ້ເຂົ້າຊົມ ຈະໄດ້ເຫັນນັ້ນ ນອກຈາກ ສິ່ງທີ່ເປັນວັດຖຸ ເຄື່ອງໃຊ້ແລ້ວ ສຳລັບ ຜູ້ທີ່ມີຄວາມເຂົ້າໃຈ ເຖິງວິຖີຊີວິດ ແລະຮູ້ເຖິງ ປະຫວັດ ຂອງຄົນ ເມືອງພະນັດນິຄົມ ຍັງຈະໄດ້ເຫັນ ສິ່ງທີ່ແຝງຢູ່ ຖ້າມກາງວັດຖຸ ຄື ຄວາມເປັນລາວ.
ສັງຄົມ ຄົນເຊື້ອສາຍລາວ ຄື ສັງຄົມກະເສດ ແລະການກະເສດ ຂອງລາວ ຄື ການທຳນາ ແລະການທຳນາ ຂອງແຕ່ລະຊົນຊາດ ກໍມີເອກກະລັກ ເປັນຂອງຕົວເອງ ມີວິຖີ ແລະກັມວິທີ ແຕກຕ່າງກັນ ແລະເຄື່ອງມືທີ່ໃຊ້ ໃນການທຳນາ ແບບລາວ ຈຶ່ງສະທ້ອນອອກ ເຖິງ ຄວາມເປັນລາວ ຢ່າງຈະແຈ້ງທີ່ສຸດ ແຝງຢູ່ນຳ ຈົກ, ຊ້ວນ, ຄາດ, ໄຖ, ແອກ, ອ້ອງ, ໄມ້ຄັນຫຼາວ, ແລະ ເຄື່ອງມືທຳນາອື່ນໆ.
ຫໍພິພິດທະພັນ ຖືວ່າ ເປັນເລື້ອງຍາກ ແລະເລື້ອງໄກຕົວ ສຳລັບຊາວໄຮ່ ຊາວນາ ດັ່ງນັ້ນ ເມື່ອຄົນເຫັນ ຫໍພິພິດທະພັນ ຈຶ່ງເຂົ້າໃຈວ່າ ຜູ້ທີ່ ຈັດການສະແດງ ຄົງຈະເປັນລູກໆ ຂອງແມ່ປານີ ແຕ່ຄວາມຈິງ ຊ້ຳພັດກົງກັນຂ້າມ ເພາະ ຫໍພິພິດທະພັນ ແຫ່ງນີ້ ຜູ້ດຳເນີນການ
ແມ່ນ ໂຕແມ່ປານີເອງ ແລະລາວ ມັກຢືນຢັນ ກັບຄົນທົ່ວໄປ ວ່າ ລາວເອງ ທີ່ເປັນຜູ້ສ້າງຕັ້ງ
ຫໍພິພິດທະພັນ ສ່ວນລູກໆ ນັ້ນ ໄດ້ມາສານຕໍ່ ເມື່ອສ້າງ ສຳເຣັດໄປແລ້ວ 25% .
ແລະເທື່ອນີ້ ກໍເຊັ່ນກັນ ແມ່ປານີ ມູນຜະຫຼາ ແລະພວກແມ່ຍິງ ກຸ່ມຈັກສານ ໄດ້ຮ່ວມກັນ
ໃຫ້ຂໍ້ມູນ ການສ້າງຕັ້ງ ຫໍພິພິດທະພັນ ວ່າ ...
“ຂ້ອຍນີ່ແຫຼະໆ ຮຸ່ນລູກຫຼະມັນເຫຼືອ 25% ແລ້ວ ເກັບໄວ້ໃຫ້ຄົນຮຸ່ນຫຼັງເບີ່ງ ຮຸ່ນຕໍ່ໄປມັນຄົງ
ຊິບໍ່ມີແລ້ວຫຼະ ສະໄໝປູ່ຍ່າ ຕາຍາຍ ກໍເຮັດລ້ຽງລູກ ລ້ຽງຫຼານ ມາສະໄໝນີ້ ບໍ່ໄດ້ໃຊ້ດອກ, ໃຊ້ຣົຖ.”
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງ “ບ້ານລາວໃນໄທ-ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ ໃນສັປດາໜ້າ ຊຶ່ງເລື້ອງຂອງບ້ານລາວ ຢູ່ເມືອງພະນັດນິຄົມ ຈະຈົບລົງໃນອີກ 2 ຕອນຕໍ່ໄປ ຫຼັງຈາກນັ້ນ ເຮົາຈະສເນີ ເລື້ອງຂອງບ້ານລາວ ຢູ່ພາກອີສານ ຊຶ່ງຖືວ່າ ເປັນເມືອງຂອງຄົນ ເຊື້ອສາຍລາວ
ທີ່ໃຫຍ່ທີ່ສຸດ ໃນປະເທດໄທ.
ສຳລັບສັປດານີ້ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຣຽບຣຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.